ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສານ​ສູງ​ສຸດຂອງມ​ຽນ​ມາ ​ປະ​ຕິ​ເສດຕໍ່ ການ​ຂໍ​ອຸ​ທອນ ຂອງ​ນັກ​ຂ່າວ​ຣອຍ​ເຕີ​ຣ໌ 2 ຄົນ ທີ່​ຖືກ​ຕິດ​ຄຸກ​ຢູ່ນັ້ນ

ພວກ​ທີ່​ເປັນ​ກະ​ບອກ​ສຽງ​ຂອງ​ສິດ​ເສລີ​ພາບ​ດ້ານ​ຂ່າວສານ ແລະ​ພວກ​ເຄື່ອນ​ໄຫວ​ຂອງ​ຊາວ​ໜຸ່ມ ພາ​ກັນ​ໂຮມ​ຊຸມ​ນຸມ​ປະ​ທ້ວງ ຮຽກ​ຮ້ອງ​ໃຫ້​ປ່ອຍ ພວກ​ນັກ​ຂ່າວ ທ່ານ Wa Lone ແລະ​ທ່ານ Kyaw Soe Oo ໃນ​​ນະ​ຄອນຢ່າງ​ກຸ້ງ, ມ​ຽນ​ມາ, 16 ກັນ​ຍາ 2018.

ສານ​ສູງ​ສຸດຂອງມ​ຽນ​ມາ ໄດ້​ປະ​ຕິ​ເສດການ​ຂໍ​ອຸ​ທອນ ຂອງ​ນັກ​ຂ່າວ​ຣອຍ​ເຕີ​ຣ໌ 2 ຄົນ ທີ່​ໄດ້​ຖືກ​ລົງ​ໂທດ​ໃນ​ຖາ​ນະ​ທີ່​ໄດ້​ລະ​ເມີດ​ມາ​ດຕາ​ຂອງຄວາມ​ລັບ​ຂອງ​ທາງ​ການ​ ທີ່​ມີ​ມາ​ໄດ້ ຫຼາຍໆ​ສັດ​ຕະ​ວັດແລ້ວ​ນັ້ນ.

ທ່ານ Wa Lone ແລະ​ທ່ານ Kyaw Soe Oo ໄດ້​ໄປ​ເກັບ​ກຳ​ຂ່າວທີ່​ຮ້າຍກາດ ​ຂອງ​ການ​ໂຄ​ສະ​ນາ​ຊວນ​ເຊື່ອທາງ​ທະ​ຫານ​ ໃນ​ລັດ​ຣັກ​ໄຄ​ນ໌ ທີ່​ພາ​ໃຫ້ຊາວໂຣ​ຮິງ​ຢາ ທີ່​ເປັນ​ຊາວ​ມຸ​ສ​ລິມ ໄດ້​ໜີຂ້າມ​ປະ​ເທດ​ໄປ​ຍັງ​ບັງ​ກ​ລາ​ເດັ​ຊ ໃນເດືອນ​ສິງ​ຫາ ປີ 2017 ນັ້ນ. ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ຈັ​ບກຸມ​ໃນ​ເດືອນທັນວາ 2017 ຫຼັງ​ຈາກ​ທີ່​ພົບ​ປະ​ກັບ​ຕຳ​ຫຼວດ 2 ຄົນ​ໃນ​ຮ້ານ​ອາ​ຫານ​ແຫ່ງ​ນຶ່ງ ໃນນະ​ຄອນຢ່າງ​ກຸ້ງ ໂດຍ​ໄດ້​ຮັບເ​ອກ​ກະ​ສານ​ຈຳ​ນວນ​ຫຼວງ​ຫຼາຍ​ນັ້ນ. ທັງ​ສອງ​ໄດ້​ໄປ​ສືບ​ສວນ​ການ​ສັງ​ຫານ​ໂຫ​ດ ຊາ​ວໂຣ​ຮີງຢາ 10 ຄົນ ໂດຍ​ພວກ​ຕຳ​ຫຼວດ​ແລ​ະ​ທະຫານ ໃນ​ບ້ານອິນ ດິນ, ​ພ​ວກ​ເຂົາຖືກ​ກ່າວ​ໂທດ ໃນ​ເດືອນ​ກັນ​ຍາ​ ປີກາຍ​ນີ້ ແລະ​ໄດ້​ໃສ່​ໂທດ​ຕິດ​ຄຸກ​ເປັນ​ເວ​ລາ 7 ປີ.

ພວກຄອບຄົວຂອງພວກນັກຂ່າວ ທັງ ທ່ານ Wa Lone ແລະ Kyaw Soe Oo ທີ່ຖືກຕິດຄຸກ ນັ້ນ ໄດ້ກ່າວຕໍ່ສື່ ຫຼັງຈາກທີ່ໄດ້ເຂົ້າຮ່ວມທັງການໃຫ້ການຂອງສານສູງສຸດຂອງມຽນມາ ໃນເມອງຫຼວງ Naypyitaw, ມຽນມາ, 26 ມີນາ 2019.
ພວກຄອບຄົວຂອງພວກນັກຂ່າວ ທັງ ທ່ານ Wa Lone ແລະ Kyaw Soe Oo ທີ່ຖືກຕິດຄຸກ ນັ້ນ ໄດ້ກ່າວຕໍ່ສື່ ຫຼັງຈາກທີ່ໄດ້ເຂົ້າຮ່ວມທັງການໃຫ້ການຂອງສານສູງສຸດຂອງມຽນມາ ໃນເມອງຫຼວງ Naypyitaw, ມຽນມາ, 26 ມີນາ 2019.

ສານ​ສູງສຸດ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆ ກ່ຽວ​ກັບ​ສາ​ເຫດ​ວ່າ ​ເປັນ​ຫຍັງ​ຈຶ່ງ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ຂໍ​ອຸ​ທອນ​ຂອງ​ທັງ​ສອງນັ້ນ. ທະ​ນາຍ​ຄວາມ​ຂອງ​ພວກ​ເຂົາ​ເຈົ້າ ໄດ້​ກ່​າວ​ວ່າ ພວກ​ນັກ​ຂ່າວ​ທັງ​ສອງ​ຄົນ​ນີ້ ໄດ້​ຖືກວາງ​ກັບ​ດັກ​ ໂດຍ​ຕຳ​ຫຼວດດ້ວຍ​ເຫດ​ຜົນ​ດັ່ງ​ກ່າວ​ນີ້ ຈຶ່ງ​ຮ້ອງ​ຮຽນ​ໃຫ້​ຍົກ​ເລີກ​ການ​ໃສ່​ໂທດ​ຕົ້ນ​ຕໍ​ນັ້ນ. ໃນ​ຈຸດ​ໃດ​ນຶ່ງ​ຂອງ​ການ​ທຳ​ເນີນ​ຄະ​ດີ, ເຈົ້າ​ໜ້າ​ທີ່​ຮັກ​ສາ​ກົດ​ໝາຍ ໄດ້​ໃຫ້​ປາກ​ຄຳ​ວ່າ ລາວ​ໄດ້​ວາງ​ແຜນເລື້ອງເອກ​ກະ​ສານ​ເຫຼົ່ານີ້.

ທ່ານ Wa Lone ແລະ​ທ່ານ Kyaw Soe Oo ໄດ້​ຮັບ​ລາງວັນ Pulitzer Prize ນາໆ​ຊາດ ​ທີ່​ລາຍ​ງານວຽກ​ການຂອງ​ພວກ​ເຂົາ​ເຈົ້າ ທີ່ເກັບ​ກຳຂ່າວຂອງ​ການ​ສັງ​ຫານ​ໝູ່​ ທີ່​ບໍ່​ເປີດ​ເຜີຍນີ້ ຊຶ່ງ​ພວກ​ເຂົາ​ເຈົ້າ​ໄດ້​ແບ່ງ​ປັນ​ວຽກ​ງານ​ຂອງ​ພວກ​ເຂົາ​ເຈົ້າ​ກັບ​ເພື່ອນ​ຮ່ວມ​ງານອີກ 2 ທ່ານ ຜູ້​ຊຶ່ງ​ໄດ້​ສະ​ຫຼຸບ​ເລື້ອງ​ທັງ​ໝົດ ​ຫຼັງ​ຈາກ​ໄດ້​ຖືກ​ລົງ​ໂທດ​ແລ້ວ.​

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຕຳຫຼວດຄຸມຂັງ ທ່ານ Moe Yan Naing ແມ່ນໄດ້ຖືກຄຸມຕົວໂດຍຕຳຫຼວດ ຫຼັງຈາກທີ່ໄດ້ໄປຮອດສານ ເພື່ອຮັບຟັງຄຳໃຫ້ການ, ມຽນມາ, 6 ພຶດສະພາ 2019.
ຕຳຫຼວດຄຸມຂັງ ທ່ານ Moe Yan Naing ແມ່ນໄດ້ຖືກຄຸມຕົວໂດຍຕຳຫຼວດ ຫຼັງຈາກທີ່ໄດ້ໄປຮອດສານ ເພື່ອຮັບຟັງຄຳໃຫ້ການ, ມຽນມາ, 6 ພຶດສະພາ 2019.
XS
SM
MD
LG