ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂມ​ຊຳ​ບິກ ຕຽມ​ຮັບ​ນ້ຳ​ຝົນ​ຊຸດ​ໃໝ່ ຊຶ່ງຍິ່ງ​ຈະ​ເຮັດ​ໃຫ້​​ເກີດນ້ຳ​ຖ້ວມ​ຮ້າຍ​ແຮງກວ່າ​ເກົ່າ


​ໜ່ວຍ​ກູ້​ໄພ​ທ້ອງ​ຖິ່ນ ພາ​ກັນ​ຊ່ອຍ ​ພວກ​ເຄາະ​ຮ້າຍ​ທີ່​ກະ​ທົບ​ຈາກ ​ໄຊ​ໂຄ​ລນເຄັນ​ເນັຕ ທີ່​ເມືອງແບມ​ບາ ຊີ​ຕີ ໃນ​ພາກ​ເໜືອ​ໂມ​ຊ​ຳບິກ, 29 ເມ​ສາ 2019.
​ໜ່ວຍ​ກູ້​ໄພ​ທ້ອງ​ຖິ່ນ ພາ​ກັນ​ຊ່ອຍ ​ພວກ​ເຄາະ​ຮ້າຍ​ທີ່​ກະ​ທົບ​ຈາກ ​ໄຊ​ໂຄ​ລນເຄັນ​ເນັຕ ທີ່​ເມືອງແບມ​ບາ ຊີ​ຕີ ໃນ​ພາກ​ເໜືອ​ໂມ​ຊ​ຳບິກ, 29 ເມ​ສາ 2019.

ພວກ​ຜູ້​ຄົນ ໃນ​ພາກ​ເໜືອ​ຂອງ​ປະ​ເທດໂມ​ຊຳ​ບິກ ແມ່ນ​ຕ​ຽມຈະ​ຮັບ​ມືກັບນໍ້າຝົນ​ອີກ
ໃນ​ວັນ​ອັງ​ຄານ​ມື້​ນີ້ ແລະອາດ​ຈະເຮັດ​ໃຫ້​ນ້ຳ​ຖ້ວ​ມ​ທີ່​ຈະ​ຂີ້​ຮ້າຍ​ລົງ​ກວ່າ​ເກົ່າ ໃນ​ຂ​ະນະ​
ທີ່​ປະ​ເທດ​ດັ່ງ​ກ່າວ ກຳ​ລັງ​ປະ​ເຊີນ​ກັບ ໄພ​ພາ​ຍຸ​ໄຊ​ໂຄ​ລນ ລູກ​ທີ 2 ທີ່​ຮ້າຍ​ແຮງ ທີ່​ໄດ້​
ປະ​ທະຂົງ​ເຂດ ທີ່​ໄດ້​ຂະ​ຫຍາຍ ມາ​ໄດ້ 6 ສັບ​ປະ​ດາ​ແລ້ວ​ນັ້ນ.

ພະ​ຍາ​ກອນ​ອາ​ກາດ ໄດ້​ຄາດ​ຫວັງ​ໄວ້​ວ່າ ຈະ​ມີ​ຝົນ​ຕົກ​ໜັກ ປະ​ມານ 50 ມີ​ລິ​ມີ​ເຕີ
ລະ​ຫວ່າງ ວັນ​ຈັນ ແລະ​ວັນ​ອັງ​ຄານ ໃນ​ແຂວງ ຄາ​ໂບ ແດ​ລ​ກາ​ໂດ ແລະ​ນຳ​ປູ​ລາ.

ອົງ​ການ​ບໍ​ລິ​ຫານໄພ​ຫາ​ຍະ​ນະໂມ​ຊຳ​ບິກ ​ໄດ້​ລະ​ບຸ​ໃນ​ວັນ​ຈັນ​ວານ​ນີ້ວ່າ ຈຳ​ນວນ​ຜູ້
​ລົ້ມ​ຕາຍ ​ຈາກ​ໄຊ​ໂຄ​ລນ ເຄັນ​ເນັຕ ແມ່ນ​ມີ​ເຖິງ 38 ຄົນ​ແລ້ວ.

ຝົນ​ທີ່​ຕົກ​ລົງ​ມາ​ແມ່ນ​ພາ​ໃຫ້​ເກີດ​ນ້ຳ​ຖ້ວມ ແລະ​ດິນ​ເຈື່ອນ ແລະ​ວ່າ​ຈະ​ມີ​ຝົນ​ຕົກ​ເພີ້ມ​ອີກ
ທີ່​ຈະ​ເຮັດ​ໃຫ້​ຮ້າຍ​ແຮງເພີ້ມ​ອີກ ຕັດ​ຖະ​ໜົນ​ຫົນ​ທາງ ທີ່​ພວກ​ອົງ​ການ​ຊ່ອຍ​ເຫຼືອໃຊ້​ເພື່ອ​
ລຳ​ລຽງ ສຳ​ພາ​ລະ​ທີ່​ຈຳ​ເປັນ​ຍິ່ງ​ນັ້ນ ຊຶ່ງ​ຮວມ​ທັງ ເຂົ້າ​ປາ​ອາ​ຫານ​ແລະ​ຢຸກ​ຢາ​ຕ່າງໆ.

ເດັກຊາຍຜູ້ນຶ່ງນັ່ງກວດລົດຖີບ ຈາກບ່ອນທີ່ບ້ານສອງຫຼັງ ທີ່ຖືກຫັກພັງ ຈາກພາຍຸ ໃນເມືອງແພມມາ ຝັ່ງທະເລ ພາກເໜືອ ໂມຊຳບິກ, 29 ເມສາ 2019.
ເດັກຊາຍຜູ້ນຶ່ງນັ່ງກວດລົດຖີບ ຈາກບ່ອນທີ່ບ້ານສອງຫຼັງ ທີ່ຖືກຫັກພັງ ຈາກພາຍຸ ໃນເມືອງແພມມາ ຝັ່ງທະເລ ພາກເໜືອ ໂມຊຳບິກ, 29 ເມສາ 2019.

ມີ​ຜູ້​ຄົນເກືອບ​ວ່າ 20,000 ຄົນ ແມ່ນ​ເປັນອັນຕະ​ລາຍ​ໃນ​ເມືອງ ແພມ​ບາ ທາງ​ພາກ
​ເໜືອຂອງ​ປະ​ເທດ.

ລັດ​ຖະ​ບານ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວ່າ ມີ​ຫຼາຍກວ່າ 23,000 ຄົນ ແມ່ນບໍ່ມີບ່ອນ
​ພັກ​ພາອາ​ໄສ​ຊົ່ວ​ຄາວ ແລະ​ມີ​ບ້ານເກືອບ​ວ່າ 35,000 ຄົນ ແມ່ນ​ຖືກ​ທຳ​ລາຍ​ໃນ
​ບາງ​ສ່ວນ ຫຼື​ບໍ່ກໍ​ທັງ​ໝົດ​ເລີຍ.

ກ່ອນ​ທີ່​ຈະ​ໄປ​ຮອດ​ໂມ​ຊຳ​ບິກ ໄຊ​ໂຄ​ລນ ເຄັນ​ເນັຕ ໄດ້​ພັດ​ຜ່ານ ເກາະComoros
ທີ່​ໄດ້ສັງ​ຫານ 3 ຄົນ.

ໃນ​ວັນ​ອາ​ທິດ​ຜ່ານ​ມາ​ນີ້ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ອະ​ນຸ​ມັດ 13 ລ້ານ​ໂດ​ລາ
ເພື່ອ​ໃຫ້“ເຂົ້າ​ປາ​ອາ​ຫານ, ທີ່​ພັກ​ອາ​ໄສ​ຊົ່ວ​ຄາວ, ສຸ​ຂ​ນາ​ໄມ ນ້ຳ​ສະ​ອາດ ແລະການ​
ຊ່ອຍ​ເຫຼືອ​ສຸ​ຂ​ນາ​ໄມ ຊ່ອຍ​ເຫຼືອ​ພວກ​ທີ່​ຖືກ​ກະ​ທົບ ໂດຍ​ພາ​ຍຸ​ເຂດ​ຮ້ອນໄຊ​ໂຄ​ລນ
ເຄັນ​ເນັຕ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG