ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ນາຍົກ ມາເລເຊຍ ຖືກຂໍ້ຫາໃໝ່ ໃນຂ່າວນອງນັນ ການສໍ້ລາດບັງຫຼວງ


ອະດີດນາຍົກລັດຖະມົນຕີ ມາເລເຊຍ ທ່ານ ນາຈິບ ຣາສັກ, ກາງ, ເດີນທາງຮອດສານ ໃນນະຄອນຫຼວງ ກົວລາລຳເປີ. ປະເທດ ມາເລເຊຍ. 4 ສິງຫາ, 2018
ອະດີດນາຍົກລັດຖະມົນຕີ ມາເລເຊຍ ທ່ານ ນາຈິບ ຣາສັກ, ກາງ, ເດີນທາງຮອດສານ ໃນນະຄອນຫຼວງ ກົວລາລຳເປີ. ປະເທດ ມາເລເຊຍ. 4 ສິງຫາ, 2018

ບັນຫາທາງກົດໝາຍຂອງອະດີດນາຍົກລັດຖະມົນຕີ ມາເລເຊຍ ທ່ານ ນາຈິບ ຣາສັກ
ແມ່ນໄດ້ເຮັດໃຫ້ຂ່າວນອງນັນ ການສໍ້ໂກງເງິນ ຫຼາຍພັນລ້ານໂດລາ ຂອງກອງທຶນ
1MDB ຂອງປະເທດແມ່ນກຳລັງຮ້ອນແຮງ ຂຶ້ນກວ່າເກົ່າ.

ທ່ານ ນາຈິບ ໄດ້ຖືກຕັ້ງຂໍ້ກ່າວຫາ 3 ກະທົງ ກ່ຽວກັບ ການຟອກເງິນໃນວັນພຸດມື້ນີ້ ເຊິ່ງ
ປະກອບມີການໂອນເງິນ 10 ລ້ານໂດລາເຂົ້າບັນຊີສ່ວນຕົວຂອງທ່ານ ຈາກກຸ່ມ SRC
International, ເຊິ່ງແມ່ນອະດີດໜ່ວຍງານຂອງກອງທຶນ 1MDB. ແຕ່ລະກະທົງ ມີ
ກຳນົດຂັງຄຸກ 15 ປີ ແລະ ຄ່າປັບໄໝບໍ່ຕໍ່າກວ່າຈຳນວນທີ່ຖືກລັກໄປ 5 ເທົ່າ. ທ່ານບໍ່
ໄດ້ຍອມຮັບຜິດ ຕໍ່ແຕ່ລະຂໍ້ກ່າວຫາດັ່ງກ່າວນັ້ນ ໃນລະຫວ່າງການໃຫ້ປາກຄຳໃນວັນ
ພຸດມື້ນີ້.

ທ່ານ ນາຈິບ ອາຍຸ 64 ປີໄດ້ຖືກຕັ້ງຂໍ້ກ່າວຫາ 3 ກະທົງ ໃນເດືອນແລ້ວນີ້ ກ່ຽວກັບ
ການຝ່າຝືນຄວາມໄວ້ວາງໃຈ ແລະ ນຶ່ງຂໍ້ຫາ ກ່ຽວກັບ ການສໍ້ລາດບັງຫຼວງ ໃນຂ່າວ
ນອງນັນກ່ຽວກັບກອງທຶນ 1MDB. ແຕ່ລະກະທົງນັ້ນມີໂທດຂັງຄຸກສູງສຸດ 20 ປີ. ທ່ານ
ຍັງໄດ້ໃຫ້ການວ່າທ່ານເອງບໍລິສຸດໃນຂໍ້ກ່າວຫາຕ່າງໆກ່ອນໜ້ານີ້.

ທ່ານ ນາຈິບ ເປັນເປົ້າໝາຍຫຼັກຂອງການສອບສວນ ໃນການກ່າວຫາຕ່າງໆ ກ່ຽວກັບ
ການສໍ້ໂກງເງິນຈາກກອງທຶນ 1MDB ນີ້, ເຊິ່ງທ່ານໄດ້ກໍ່ຕັ້ງຂຶ້ນ ໃນຂະນະທີ່ດຳລົງຕຳ
ແໜ່ງຢູ່. ກະຊວງຍຸຕິທຳ ສະຫະລັດ ກ່າວວ່າ ເງິນຈຳນວນ 4 ພັນ 5 ຮ້ອຍລ້ານໂດລາ
ໄດ້ຖືກລັກອອກຈາກກອງທຶນການລົງທຶນນັ້ນ, ບາງສ່ວນໃນນັ້ນ ໄດ້ຖືກໂອນເຂົ້າໃນ
ບັນຊີທະນາຄານສ່ວນຕົວຂອງທ່ານ ນາຈິບ.

ຂ່າວນອງນັນໄດ້ນຳໄປສູ່ການພ່າຍແພ້ຄັ້ງໃຫຍ່ໃນການເລືອກຕັ້ງ ຂອງ ແນວໂຮມ
ແຫ່ງຊາດຂອງທ່ານ ນາຈິບ ເມື່ອເດືອນພຶດສະພາທີ່ຜ່ານມາ, ເຊິ່ງໄດ້ປົກຄອງປະ
ເທດ ມາເລເຊຍ ຢ່າງຕໍ່ເນື່ອງ ນັບຕັ້ງແຕ່ໄດ້ຮັບເອກະລາດໃນປີ 1957 ເປັນຕົ້ນມາ,
ເຊິ່ງ 22 ປີໃນຈຳນວນປີທີ່ຜ່ານມານັ້ນແມ່ນຖືກປົກຄອງໂດຍທ່ານມາຮາເທຍ
ໂມຮາມັດ ອາຍຸ 92 ປີ, ຜູ້ທີ່ໄດ້ນຳພາພັນທະມິດຂັບໄລ່ທ່ານ ນາຈິບ ແລະ ພັກແນວ
ໂຮມແຫ່ງຊາດ ອອກຈາກການປົກຄອງປະເທດ.

ນັບຕັ້ງແຕ່ໄດ້ຂັບໄລ່ທ່ານອອກຈາກຕຳແໜ່ງນັ້ນ, ທ່ານ ນາຈິບ ພ້ອມກັບພັນລະຍາ
ຂອງທ່ານ, ທ່ານນາງ ຣັອສມາ ມັນຊໍ ໄດ້ຖືກຫ້າມບໍ່ໄດ້ເດີນທາງອອກຈາກ ມາເລເຊຍ
ແລະ ຖືກສອບຖາມໂດຍອົງການຕໍ່ຕ້ານການສໍ້ລາດບັງຫຼວງຂອງ ມາເລເຊຍ. ຫຼາຍ
ວັນກ່ອນການຈັບກຸມທ່ານນັ້ນ, ຕຳຫຼວດ ມາເລເຊຍ ໄດ້ກ່າວວ່າ ເຂົາເຈົ້າຍຶດເງິນສົດ
ໄດ້ເກືອບ 275 ລ້ານໂດລາ, ເຄື່ອງປະດັບ ແລະ ກະເປົາລາຄາແພງ ໃນການບຸກຄົ້ນ
ເຮືອນຫຼາຍແຫ່ງ ທີ່ເຊື່ອມໂຍງກັບທ່ານ ນາຈິບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG