ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ເກົາຫຼີໃຕ້ ທ. ມູນ ກະຕືລືລົ້ນ ຢາກໃຫ້ ຜູ້ນຳເກົາຫຼີເໜືອ ທ. ກິມ ເດີນທາງມາຢ້ຽມຢາມ


ຜູ້ນຳຂອງເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ, ຊ້າຍ, ຈັບມືກັບ ປະທານາທິບໍດີ ເກົາຫຼີໃຕ້ ຢູ່ໃນບ້ານພັກສັນຕິພາບ ທີ່ເຂດ
ປອດທະຫານ ບ້ານ ປານມູນຈ້ອມ ຂອງເກົາຫຼີໃຕ້, ວັນທີ
27 ເມສາ 2018.
ຜູ້ນຳຂອງເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ, ຊ້າຍ, ຈັບມືກັບ ປະທານາທິບໍດີ ເກົາຫຼີໃຕ້ ຢູ່ໃນບ້ານພັກສັນຕິພາບ ທີ່ເຂດ ປອດທະຫານ ບ້ານ ປານມູນຈ້ອມ ຂອງເກົາຫຼີໃຕ້, ວັນທີ 27 ເມສາ 2018.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ກ່າວວ່າ ອາດເປັນໄປໄດ້ສູງ ທີ່ຜູ້ນຳຂອງ
ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຈະມາຢ້ຽມຢາມປະເທດຂອງທ່ານ ຊຶ່ງຈະເປັນການ “ມີ
ຄວາມໝາຍແທ້ໆເລີຍ.”

ປະທານາທິບໍດີ ມູນ ໄດ້ສະແດງຄວາມຄຶດເຫັນຂອງທ່ານ ກ່ຽວກັບເລື່ອງດັ່ງກ່າວ ໃນວັນ
ອັງຄານມື້ນີ້ ໃນລະຫວ່າງ ການເດີນທາງໄປຢ້ຽມຢາມ ນາຍົກລັດຖະມົນຕີ ນິວຊີແລນ
ທ່ານນາງ ຈາຊິນດາ ອາຣເດີຣ໌ນ ໃນນະຄອນຫຼວງ ແວລລິງຕັນ. ທ່ານມູນ ແລະທ່ານກິມ
ໄດ້ຈັດກອງປະຊຸມສຸດຍອດ ຜ່ານມາແລ້ວ 3 ຄັ້ງໃນປີນີ້ ລວມມີ ການໄປຢ້ຽມຢາມນະ
ຄອນຫຼວງ ພຽງຢາງ ໂດຍທ່ານມູນ ເມື່ອເດືອນກັນຍາແລ້ວນີ້ ບ່ອນທີ່ ທ່ານກິມ ໄດ້ໃຫ້ຄຳ
ໝັ້ນສັນຍາ ວ່າຈະຕອບສະໜອງຄືນເຊັ່ນກັນ ໂດຍການເດີນທາງ ໄປຢ້ຽມຢາມນະຄອນ
ຫຼວງໂຊລ ໃນອະນາຄົດອັນໃກ້ນີ້.

ທ່ານມູນ ໄດ້ກ່າວບອກບັນດານັກຂ່າວວ່າ ບໍ່ໄດ້ມີກຳນົດເວລາເທື່ອ ສຳລັບ ການຢ້ຽມ
ຢາມເຊັ່ນນັ້ນ ຊຶ່ງຈະເປັນຄັ້ງທຳອິດ ທີ່ຜູ້ນຳຂອງເກົາຫຼີເໜືອ ຈະໄປເກົາຫຼີໃຕ້ ຕັ້ງແຕ່
ແຫຼມເກົາຫຼີ ໄດ້ຖືກແບ່ງແຍກອອກເປັນສອງປະເທດ ຫຼັງຈາກສົງຄາມໂລກຄັ້ງທີສອງ.
ທ່ານ ໄດ້ກ່າວວ່າ ເມື່ອໃດກໍຕາມ ທີ່ການຢ້ຽມຢາມເກີດຂຶ້ນ ມັນກໍຈະ “ເລັ່ງເຮັດໃຫ້
ການປົດອາວຸດນິວເຄລຍ ໄວຂຶ້ນ”
ຂອງແຫຼມເກົາຫຼີ ແລະ ຈະຊ່ອຍປັບປຸງສາຍສຳພັນ
ລະຫວ່າງ ພຽງຢາງ ແລະ ສະຫະລັດ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະ ທ່ານກິມ ຈົງ ອຶນ ໄດ້ລົງນາມ ໃນ
ສັນຍາສະບັບນຶ່ງ ທີ່ຄຸມເຄືອ ໃນລະຫວ່າງ ການພົບປະກັນ ຢູ່ທີ່ກອງປະຊຸມສຸດຍອດ
ທີ່ເປັນປະຫວັດສາດ ໃນປະເທດສິງກະໂປ ເມື່ອເດືອນມິິຖຸນາ ປີນີ້ ທີ່ໄດ້ຮຽກຮ້ອງຕໍ່
ພຽງຢາງ ໃຫ້ລົ້ມເລີກໂຄງການອາວຸດນິວເຄລຍຂອງຕົນ ເສຍ. ແຕ່ທັງສອງຝ່າຍ ບໍ່
ສາມາດລົງລອຍກັນໄດ້ ຍ້ອນເຈດຕະນາຂອງເກົາຫຼີເໜືອ ແລະ ຈະປະຕິບັດຕາມ
ຄຳສັນຍາຂອງຕົນວ່າ ຈະໄດ້ໄວປານນັ້ນ.

​ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG