ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາຫຼີໃຕ້ ພວມພິຈາລະນາ ທີ່ຈະຍົກເລີກ ບາງມາດຕະການລົງໂທດ ຕໍ່ເກົາຫຼີເໜືອ


ທ່ານ ລີ ສຸກຈູນ (ກາງ) ລັດຖະມົນຕີ ປະຈຳສຳນັກງານ ປະສານງານ ດ້ານນະໂຍບາຍຂອງລັດຖະບານ, ຕອບຄຳຖາມ ຂອງບັນດານັກຂ່າວ ຫຼັງຈາກທີ່ໄດ້ປະກາດ ກ່ຽວກັບ ມາດຕະການລົງໂທດ ຕໍ່ເກົາຫຼີເໜືອ ຢູ່ທີ່ ຕຶກອາຄານຂອງລັດຖະບານ ໃນນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ວັນທີ 2 ທັນວາ 2016.
ທ່ານ ລີ ສຸກຈູນ (ກາງ) ລັດຖະມົນຕີ ປະຈຳສຳນັກງານ ປະສານງານ ດ້ານນະໂຍບາຍຂອງລັດຖະບານ, ຕອບຄຳຖາມ ຂອງບັນດານັກຂ່າວ ຫຼັງຈາກທີ່ໄດ້ປະກາດ ກ່ຽວກັບ ມາດຕະການລົງໂທດ ຕໍ່ເກົາຫຼີເໜືອ ຢູ່ທີ່ ຕຶກອາຄານຂອງລັດຖະບານ ໃນນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ວັນທີ 2 ທັນວາ 2016.

ເກົາຫຼີໃຕ້ ກຳລັງພິຈາລະນາທີ່ຈະຍົກເລີກ ບາງມາດຕະການລົງໂທດຕາມ​ລຳ​ພັງ ພຽງ
ຝ່າຍດຽວ ຕໍ່ເກົາຫຼີເໜືອ ເພື່ອສ້າງທ່າແຮງຕື່ມ ໃນດ້ານການທູດ ທີ່ແນໃສ່ເພື່ອປັບປຸງ
ສາຍສຳພັນ ແລະ ຫຼຸ​ດ​ຜ່ອນວິກິດການດ້ານນິວເຄລຍ ອີງຕາມຄຳເວົ້າຂອງ ລັດຖະມົນຕີ
ວ່າການຕ່າງປະເທດເກົາຫຼີໃຕ້ ໃນວັນພຸດວານນີ້.

ໃນລະຫວ່າງ ການກວດສອບກະຊວງຂອງທ່ານນາງ ໂດຍລັດຖະສະພາຢູ່ນັ້ນ ທ່ານ
ນາງ ກັງ ກີຍຸງ-ວາ ໄດ້ກ່າວວ່າ ລັດຖະບານ ກຳລັງທົບທວນຄືນເບິ່ງວ່າ ຈະຍົກເລີກ
ມາດຕະການລົງໂທດ ທີ່ເກົາຫຼີໃຕ້ໄດ້ວາງຕໍ່ເກົາຫຼີເໜືອໃນປີ 2010 ຫຼັງຈາກການໂຈມຕີ
ທີ່ຮ້າຍແຮງ ຕໍ່ກຳປັ່ນລົບ ທີ່ໄດ້ສັງຫານທະຫານເຮືອ ຂອງເກົາຫຼີໃຕ້ 45 ຄົນ ນັ້ນ ຫຼືບໍ່.

ຫຼັງຈາກເກີດປະຕິກິລິຍາ ທີ່ໂກດແຄ້ນ ຈາກບັນດາສະມາຊິກສະພາ ຫົວອະນຸລັກ ຝ່າຍ
ຄ້ານ ກະຊວງຂອງທ່ານນາງ ກັງ ໃນເວລາຕໍ່ມາ ໄດ້ພະຍາຍາມບໍ່ໃຫ້ຄວາມສຳຄັນ ຢູ່
ໃນຄຳເຫັນຂອງທ່ານນາງ ໂດຍກ່າວໃນຖະແຫລງການສະບັບນຶ່ງ ວ່າ ລັດຖະບານ ຍັງ
ບໍ່ທັນເລີ້ມການພິຈາລະນາ “ຢ່າງຄົບຖ້ວນ” ກ່ຽວກັບມາດຕະການລົງໂທດນັ້ນ ໝາຍ
ຄວາມວ່າ ບໍ່ມີການຕັດສິນໃຈ ທີ່ ຈະອອກມາໃນໄວໆນີ້.

ໃນເວລາຖືກຖາມກ່ຽວກັບ ຄຳເຫັນຂອງທ່ານນາງ ກັງ ນັ້ນ ປະທານາທິບໍດີ ສະຫະລັດ
ທ່ານ ດໍໂນລ ທຣຳ ໄດ້ກ່າວວ່າ ເກົາຫຼີໃຕ້ ອາດພຽງແຕ່ຍົກເລີກ ມາດຕະການລົງໂທດ
ຂອງຕົນຕໍ່ເກົາຫຼີເໜືອ ໄດ້ ກໍຕໍ່ເມື່ອທ່ານບອກໃຫ້ເຮັດ. ການຕອບແບບກົງໄປຂອງທ່ານ
ໝາຍເຖິງ ການຂັດແຍ້ງກັນ ລະຫວ່າງ ບັນດາພັນທະມິດ ກ່ຽວກັບ ບາດກ້າວການພົວ
ພັນຂອງສອງເກົາຫຼີ ທ່າມກາງ ຄວາມກັງວົນຕ່າງໆໃນວໍຊິງຕັນ ທີ່ວ່າ ພຽງຢາງ ແມ່ນກຳ
ລັງຊັກຊ້າ ໃນຄຳໝັ້ນສັນຍາຂອງຕົນ ທີ່ຈະປົດອາວຸດນິວເຄລຍອອກຈາກແຫຼມເກົາຫຼີ.

ທ່ານທຣຳ ໄດ້ກ່າວວ່າ “ພວກເຂົາເຈົ້າ ຈະບໍ່ເຮັດຈັ່ງຊັ້ນ ໂດຍປາສະຈາກການເຫັນດີ
ເຫັນພ້ອມ ຂອງພວກເຮົາ. ພວກເຂົາເຈົ້າ ຈະບໍ່ເຮັດຫຍັງເລີຍ ໂດຍປາສະຈາກ
ການເຫັນດີເຫັນພ້ອມຂອງພວກເຮົາ.”

ເຂດອຸດສາຫະກຳ ເຄຊົງ ໃນເກົາຫຼີເໜືອ ສາມາດເຫັນໄດ່້ ຈາກພາຍໃນຟາກເຂດປອດທະຫານ ໃນລະຫວ່າງ ການທ່ຽວຊົມ ຂອງສື່ມວນຊົນ ໃນເມືອງ ປາຈູ ຂອງເກົາຫຼີໃຕ້, ວັນທີ 24 ເມສາ 2018.
ເຂດອຸດສາຫະກຳ ເຄຊົງ ໃນເກົາຫຼີເໜືອ ສາມາດເຫັນໄດ່້ ຈາກພາຍໃນຟາກເຂດປອດທະຫານ ໃນລະຫວ່າງ ການທ່ຽວຊົມ ຂອງສື່ມວນຊົນ ໃນເມືອງ ປາຈູ ຂອງເກົາຫຼີໃຕ້, ວັນທີ 24 ເມສາ 2018.


ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ສ່ວນຫຼາຍແມ່ນໄດ້ຢືນຢັດຕໍ່ມາດຕະການ
ລົງໂທດ ເຖິງແມ່ນວ່າ ທ່ານໄດ້ພົວພັນຢ່າງຫ້າວຫັນ ກັບເກົາຫຼີເໜືອ ກໍຕາມ ແລະ ໄດ້
ສະແດງທ່າທີລອຍໆທີ່ອາດເປັນໄປໄດ້ວ່າ ຈະລົງທຶນຢ່າງໃຫຍ່ ແລະ ໃນໂຄງການດ້ານ
ເສດຖະກິດຮ່ວມກັນໃນການຕອບແທນໂດຍເກົາຫຼີເໜືອ ທີ່ຈະກຳຈັດອາວຸດນິວເຄລຍ
ຂອງຕົນ.

ການເຄື່ອນໄຫວໂດຍເກົາຫຼີໃຕ້ ທີ່ຈະຍົກເລີກບາງມາດຕະການລົງໂທດຂອງຕົນ ຈະມີ
ຜົນກະທົບໃນທັນທີພຽງໜ້ອຍດຽວ ເນື່ອງຈາກວ່າ ມາດຕະການລົງໂທດ ຂອງນາໆຊາດ
ທີ່ນຳພາໂດຍສະຫະລັດ ແມ່ນມີຢູ່ແລ້ວ. ແຕ່ມັນເປັນຈະແຈ້ງວ່າ ໂຊລ ຕຽມທີ່ຈະເລີ້ມຄືນ
ໃໝ່ ໂຄງການຮ່ວມມືດ້ານເສດຖະກິດ ຖ້າຫາກມີການເຈລະຈາດ້ານນິວເຄລຍທີ່ໃຫຍ່
ກວ່າເກົ່າ ລະຫວ່າງ ສະຫະລັດ ແລະ ເກົາຫຼີເໜືອ ເລີ້ມຈະໄດ້ຮັບຜົນ.

ເກົາຫຼີໃຕ້ ໄດ້ປິດທຸກການຮ່ວມມືຢູ່ທົ່ວເຂດຊາຍແດນ ຢ່າງມີປະສິດທິພາບ ຍົກເວັ້ນແຕ່
ໂຮງງານທີ່ດຳເນີນການຮ່ວມກັນ ຢູ່ທີ່ສວນໂຮງງານ ໃນເມືອງເຄຊົງ ຕັ້ງຢູ່ເຂດຊາຍແດນ
ຂອງເກົາຫຼີເໜືອ ໃນການຕອບໂຕ້ ການໂຈມຕີຕໍ່ກຳປັ່ນລົບຂອງເກົາຫຼີໃຕ້. ອັນທີ່ເອີ້ນວ່າ “ມາດຕະການວັນທີ 24 ພຶດສະພາ” ຂອງປີ 2010 ຍັງໄດ້ຫ້າມເກົາຫຼີເໜືອ ຈາກການໃຊ້
ເສັ້ນທາງແລ່ນເຮືອ ຢູ່ໃນເຂດແດນຂອງເກົາຫຼີໃຕ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG