ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

​ຊາວ​ເຮ​ຕິ ​ຮຽກ​ຮ້ອງ​ໃຫ້ປະ​ທາ​ນາ​ທິ​ບໍ​ດີ ລົງ​ຈາກ​ຕຳ​ແໜ່ງ


ຜູ້​ຄົນ​ຈຳ​ນວນຫຼາຍ​ພັນ​ ໄດ້​ລົງ​ສູ່​ຖະ​ໜົນ​ຫົນ​ທາງ ເພື່ອ​ປະ​ທ້ວງແລະ​ຮຽກ​ຮ້ອງ​ໃຫ້ປະ​ທາ​ນາ​ທິ​ບໍ​ດີ ລົງ​ຈາກ​ຕຳ​ແໜ່ງ, Port-au-Prince, Haiti, 18 ພະ​ຈິກ 2018.
ຜູ້​ຄົນ​ຈຳ​ນວນຫຼາຍ​ພັນ​ ໄດ້​ລົງ​ສູ່​ຖະ​ໜົນ​ຫົນ​ທາງ ເພື່ອ​ປະ​ທ້ວງແລະ​ຮຽກ​ຮ້ອງ​ໃຫ້ປະ​ທາ​ນາ​ທິ​ບໍ​ດີ ລົງ​ຈາກ​ຕຳ​ແໜ່ງ, Port-au-Prince, Haiti, 18 ພະ​ຈິກ 2018.

​ວັນ​ຢຸດ​ແຫ່ງ​ຊາດ ໝາຍ​ເຖິງ​ການ​ໃຫ້​ກຽດ​ຄົບ​ຮອບ 215 ປີ ຂອງ​ການ​ຕໍ່​ສູ້ ຂອງ
Vertieres, ຊຶ່ງ​ແມ່ນ​ໄຊ​ຊະ​ນະ​ຂອງ​ທາດຊາວເຮ​ຕີ ໃນ​ການ​ຕໍ່​ສູ້​ເພື່ອ​ເປັນ​ເອກກະ
ລາດ​ຈາກ​ກອງ​ທັບຝ​ຣັ່ງ, ທີ່​ເປັນ​ຂີດ​ໝາຍ​ຂອງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ການ​ສໍ້​ລາດ
​ບັງ​ຫຼວງແລະ​ຮຽກ​ຮ້ອງ​ໃຫ້​ໂຄ່ນ​ລົ້ມ​ປະ​ທາ​ນາ​ທິ​ລໍ​ດີ ໃນ​ວັນ​ອາ​ທິດ​ວານ​ນີ້.

ຜູ້​ຄົນ​ຈຳ​ນວນຫຼາຍ​ພັນ​ຄົນ ໄດ້​ລົງ​ສູ່​ຖະ​ໜົນ​ຫົນ​ທາງ ໃນ​ເມືອງ​ຫຼວງ Port-au-Prince
ແລະ​ເດີນ​ຂະບວນ​ ອ້ອມ​ຮອບ​ຕົວ​ເມືອງ ຮ້ອງ​ໂຮ ຄຳ​ຂັວນ​ຕ່າງໆ ຈູດ​ເຜົາ​ຢາງ​ລົດ
ແລະ​ໃນ​ບາງ​ກໍ​ລະ​ນີ ສະ​ບັດ​ທຸງ​ສີ​ດຳ​ແລະ​ແດງ ປະ​ທ້ວງ​ຕໍ່​ຕ້ານທຸງ​ຊາດ​ທາງ​ການ​ທີ່
​ມີ​ສີ​ແດງ​ແລະ​ຟ້າ​ນັ້ນ. ທຸງ​ສີ​ດຳ​ແລະ​ແດງ ແມ່ນ​ໄດ້​ຖືກ​ປ່ຽນ​ໃນ​ປີ 1986 ຕອນ​ທີ່​ປະ​ທາ​
ນາ​ທິ​ບໍ​ດີ ທີ່​ເລືອກ​ຕັ້ງ​ຢ່າງ​ເສ​ລີ ຜູ້​ທຳ​ອິດ, ທ່ານ ຊັງ​ແບກທ​ຣັງ ອາ​ຣິ​ສ​ຕີ​ດ ໄດ້​ເຂົ້າ​ກຳ​
ອຳ​ນາດ.

ວີ​ໂອ​ເອ ພະ​ແນກ​ພາ​ສາ​ຄ​ຣີ​ໂອ​ລ ຂຽນ​ລົງ​ໃນ​ອິນ​ສະ​ຕ​ຣາກ​ຣາມ​ວ່າ:
www.instagram.com
21 Likes, 0 Comments - VOA Creole (@voakreyol) on Instagram: "Manifestasyon #PetroCaribe nan Pòtoprens jodia kote dè santèn moun pran lari. ⟃⌇Matiado Vilme #Haiti…”

ຊາຍ​ໜຸ່ມຄົນ​ນຶ່ງ ສວມ​ໃສ່​ເສື້ອດ້ວຍ​ຜ້າ​ພັນແຂນ ບອກ​ກັບ​ວີ​ໂອ​ເອ ພາ​ສາ​ຄ​ຣີ​
ໂອ​ລ ວ່າ “ທຸງ​ສີ​ແດງ​ແລະ​ຟ້າ ແມ່ນ​ໃຫ້​ຄວາມ​ບໍ່​ໝັ້ນ​ໃຈ ບໍ່​ປອດ​ໄພ​ແກ່​ພວກ​ເຮົາ.
ພາຍ​ໃຕ້ທຸງ​ສີ​ແດງ​ແລະ​ຟ້ານີ້ ພວກ​ເຮົາ​ບໍ່​ສາ​ມາດ​ຈະ​ໄປ​ໂຮງ​ຮຽນ​ໄດ້. ພາຍ​ໃຕ້ທຸງ​
ສີ​ແດງ​ແລະ​ຟ້ານີ້ ລະ​ດັບ​ເງິນ​ເຟີ້​ແມ່ນ​ສູງ​ຫຼາຍ. ພາຍ​ໃຕ້ທຸງ​ສີ​ແດງ​ແລະ​ຟ້ານີ້ ​
ຂ້ອຍ​ບໍ່​ສາມາດເດີນ​ທາງ ໄປມາ ບ່ອນ​ທີ່​ຂ້ອຍ​ຕ້ອງ​ການ​ຈະ​ໄປ ເພາະ​ວ່າ ມັນ​ບໍ່​
ປອດ​ໄພ. ປະ​ທາ​ນາ​ທິ​ບໍ​ດີ ຕ້ອງ​ລົງ​ຈາກ​ຕຳ​ແໜ່ງ ໄວ​ເທົ່າ​ທີ​ຈະ​ໄວ​ໄດ້.”

“ພວກ​ເຮົາ ຮຽກ​ຮ້ອງ​ໃຫ້ ປະ​ທາ​ນາ​ທິ​ບໍ​ດີ​ລົງ​ຈາກ​ຕຳ​ແໜ່ງ ຍ້ອນ​ວ່າ ທ່ານ​ບໍ່​ສາ​ມາດ​
ປົກ​ຄອງ​ປະ​ເທດ​ໄດ້ ສະ​ນັ້ນ ທ່ານ​ຕ້ອງ​ອອກ​ຈາກ​ໜ້າ​ທີ່,”
ຊຶ່ງ​ພວກ​ປະ​ທ້ວງອີກ​ອັນ​ນຶ່ງ​
ຕ່າງ​ຫາກ​ຢູ່​ໃນ​ຕົວ​ເມືອງ ໄດ້​ບອກ​ກັບວີ​ໂອ​ເອ​ໄປ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ພວກ​ປະ​ທ້ວງ ພ​າ​ກັນ​ຈູດ​ຢາງ​ລົດ, ກີດ​ຂວາງ​ຖະ​ໜົນ​ຫົນ​ທາງ ໃນ​ເມືອງ Port au Prince,ເຮ​ຕິ, 18 ພະ​ຈິກ 2018.
ພວກ​ປະ​ທ້ວງ ພ​າ​ກັນ​ຈູດ​ຢາງ​ລົດ, ກີດ​ຂວາງ​ຖະ​ໜົນ​ຫົນ​ທາງ ໃນ​ເມືອງ Port au Prince,ເຮ​ຕິ, 18 ພະ​ຈິກ 2018.

XS
SM
MD
LG