ຜູ້ນຳຝ່າຍຄ້ານຂອງເວເນຊູເອລາ ແລະຜູ້ຊຶ່ງສະຫະລັດ ໄດ້ຮັບຮູ້ ຄືປະທານາທິບໍດີ
ໃນໄລຍະຂ້າມຜ່ານ ທ່ານຮວານ ກວາອີໂດ (Juan Guaido) ທີ່ໄດ້ກັບຄືນເມືອນະຄອນ
ກາຣາກັສ ດ້ວຍຄວາມປອດໄພ ໃນວັນຈັນວານນີ້, ເຖິງແມ່ນວ່າຈະເກີດມີຄວາມເປັນ
ຫ່ວງເປັນໃຍວ່າ ທ່ານຈະໄດ້ຖືກຈັບກຸມ ທີ່ໄດ້ລະເມີດກົດຂອງການເກືອດຫ້າມອອກ
ເດີນທາງໄປຕ່າງປະເທດ ໂດຍລັດຖະບານຂອງ ປະທານາທິບໍດີນິໂຄລັສ ມາດູໂຣນັ້ນ.
ໃນວັນທີ 23 ກຸມພາ ທ່ານ ກວາອີໂດ ໄດ້ອອກຈາກເວເນຊູເອລາ ຢ່າງລັບໆ ໄປຍັງ
ໂຄລອມເບຍ ຊຶ່ງໄດ້ລະເມີດຄຳສັ່ງຂອງສານສູງສຸດ, ເພື່ອພະຍາຍາມປະສານງານ
ໃຫ້ສົ່ງການຊ່ອຍເຫຼືອດ້ານມະນຸດສະທຳ ໄປຍັງເວເນຊູເອລາ ສຳລັບ ຊ່ວຍບັນເທົາທຸກ
ຕໍ່ການຂາດສະບຽງອາຫານ ແລະຢຸກຢາຕ່າງໆນັ້ນ.
ທ່ານຍັງໄດ້ໄປຢ້ຽມຢາມບຣາຊີລ ປາຣາໄກວ ອາເຈັນຕີນາ ແລະເອກົວດໍ ບັນດາ
ເພື່ອນບ້ານຂອງສະຫະລັດ ແລະອີກ 50 ປະເທດ ທີ່ໄດ້ຮັບຮູ້ທ່ານວ່າເປັນ ຜູ້ນຳຂອງ
ເວເນຊູເອລາ. ພວກເຂົາເຈົ້າໄດ້ປະນາມ ການເລືອກຕັ້ງໃໝ່ອີກຂອງທ່ານມາດູໂຣ
ໃນປີກາຍນີ້ ວ່າບໍ່ຖືກຕ້ອງຊອບທຳ ຫຼັງຈາກນັກສັງຄົມນິຍົມແລະການເປັນຜູ້ແບບ
ຜະເດັດການຫຼາຍຂຶ້ນທ່ານນີ້ ໄດ້ເກືອດຫ້າມ ບໍ່ໃຫ້ບັນດາພັກຝ່າຍຄ້ານທັງຫຼາຍ
ລົງແຂ່ງຂັນນັ້ນ.
ທ່ານມາດູໂຣ ໄດ້ເອີ້ນທ່ານ ກວາອີໂດ ວ່າເປັນຫຸ່ນຂອງສະຫະລັດທີ່ຢາກໃຫ້ມີການກໍ່
ລັດຖະປະຫານ ແລະໄດ້ກ່າວວ່າ ຜູ້ນຳຝ່າຍຄ້ານ ສາມາດທີ່ຈະປະເຊີນໜ້າກັບການຖືກ
ຈັບກຸມ ເວລາຜູ້ກ່ຽວກັບຄືນເມືອເວເນຊູເອລາ ນັ້ນ.
“ທ່ານຈະຕ້ອງປະເຊີນໜ້າກັບການລົງໂທດ ແລະຜູ້ພິພາກສາໄດ້ເກືອດຫ້າມບໍ່ໃຫ້ທ່ານອອກນອກປະເທດ,” ນັ້ນຄືຄຳເວົ້າຂອງທ່ານມາດູໂຣ ໄດ້ກ່າວໄວ້ ໃນການໃຫ້ສຳພາດ
ກັບຕາງໜ່າງຂ່າວ ABC News ນັ້ນ.
ເຖິງຢ່າງນັ້ນ ກໍຕາມ, ຜູ້ນຳຝ່າຍຄ້ານ ແມ່ນບໍ່ໄດ້ຖືກຈັບກຸມແຕ່ຢ່າງໃດ ເວລາທ່ານໄດ້
ກັບເມືອຮອດບ້ານເຮືອນແລ້ວນັ້ນ, ທ່ານໄດ້ພົບປະກັບຝູງຊົນທີ່ເຂົ້າໄປສະໜັບສະໜຸນ
ທ່ານນັ້ນ. ຕໍ່ມາ ທ່ານ ກວາອີໂດ ໄດ້ນຳພາການໂຮມຊຸມປະທ້ວງຢ່າງໃຫຍ່ ໃນໃຈ
ນະຄອນກາຣາກັສ ບ່ອນທີ່ທ່ານໄດ້ກ່າວວ່າ ກົນລະຍຸດ ຂອງລັດຖະບານມາດູໂຣ
ທີ່ນາບຂູ່ ແລະການສະແດງອອກຕ່າງໆ ຈະບໍ່ຍຸຕິຝ່າຍຄ້ານ ໃນການຊອກຫາການ
ປ່ຽນແປງ ທີ່ເປັນປະຊາທິປະໄຕນັ້ນ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ