ເປັນທີ່ຄາດກັນວ່າ ນາຍົກລັດຖະມົນຕີໂວເຣັກ ແຟຣັງຄ໌ ໄບນີມາຣາມາ ແຫ່ງຟີຈິ ຈະ
ເປັນຜູ້ໄດ້ຮັບໄຊຊະນະ ໃນການເລືອກຕັ້ງທົ່ວໄປ ຊຶ່ງຈັດຂຶ້ນໃນວັນພຸດມື້ນີ້ ທີ່ປະເທດ
ເກາະດອນ ໃນເຂດມະຫາສະໝຸດປາຊີຟິກ ຕອນໃຕ້ແຫ່ງນີ້.
ທ່ານໄບນີມາຣາມາ ລົງເລືອກຕັ້ງເພື່ອເຂົ້າຮັບຕຳແໜ່ງເປັນສະໄໝທີ 2 ຕື່ມອີກ
4 ປີ 12 ປີ ຫຼັງຈາກໄດ້ເຂົ້າຍຶດອຳນາດ ໃນການກໍ່ລັດຖະປະຫານແບບບໍ່ເສຍ
ເລືອດເນື້ອ. ທ່ານໄດ້ຮັບການຊົມເຊີຍ ໃນການນຳພາຟີຈິກ້າວເຂົ້າສູ່ຄວາມອຸດົມ
ຮັ່ງມີທາງດ້ານເສດຖະກິດ ເປັນເວລາດົນນານທີ່ສຸດ ສ່ວນໃຫຍ່ແລ້ວແມ່ນໄດ້ຮັບ
ແຮງຂັບດັນຈາກການມີຊື່ສຽງທີ່ໂດດເດັ່ນ ໃນການເປັນແຫຼ່ງທ່ອງທ່ຽວ ທີ່ສຳຄັນ
ສຸດແຫ່ງນຶ່ງ. ນອກນັ້ນ ຊື່ສຽງຂອງທ່ານໄບນີມາຣາມາໃນເວທີສາກົນຍັງມີຄວາມ
ສຳຄັນຕື່ມຂຶ້ນ ໃນຖານະຫົວໜ້າກອງປະຊຸມ ວ່າດ້ວຍການປ່ຽນແປງຂອງດິນຟ້າ
ອາກາດສະຫະປະຊາຊາດ ຫຼື COP23 ບ່ອນທີ່ທ່ານ ໄດ້ເປັນຜູ້ນຳພາປະເທດ
ເກາະດອນນ້ອຍໆ ທີ່ໄດ້ຮັບການຂົ່ມຂູ່ ຈາກລະດັບນ້ຳທະເລທີ່ພວມສູງຂຶ້ນ.
ພັກຟິຈິສຳຄັນກ່ອນໝູ່ໝົດ ຫຼື FijiFirst ຂອງທ່ານໄບນີມາຣາມາ ໄດ້ຮັບ 59 ເປີ
ເຊັນ ຂອງຄະແນນສຽງທັງໝົດ ໃນການເລືອກຕັ້ງທົ່ວໄປປີ 2014.
ສ່ວນຄູ່ແຂ່ງຂອງທ່ານ ທ່ານສິທິເວນີ ຣາບູກາ ຊຶ່ງເປັນຜູ້ນຳພັກສັງຄົມປະຊາທິ
ປັດເສລີນິຍົມທີ່ເປັນພັກຝ່າຍຄ້ານ ຊຶ່ງເຄີຍເຮັດລັດຖະປະຫານມາແລ້ວ 2 ເທື່ອ
ໃນປີ 1987 ແລະເຄີຍເປັນນາຍົກລັດຖະມົນຕີຂອງຟີຈິມາແລ້ວໃນຊຸມປີ 1990.
ສານແຫ່ງນຶ່ງໄດ້ຕັດສິນໃຈວັນຈັນຜ່ານມານີ້ວ່າ ທ່ານຣາບູກາສາມາດລົງແຂ່ງຂັນ
ໃນການເລືອກຕັ້ງໄດ້ ຫຼັງຈາກໄດ້ຕັດສິນໃຫ້ທ່ານພົ້ນໂທດໃນຂໍ້ຫາສໍ້ລາດບັງຫຼວງ.
ເປັນທີ່ຄາດກັນວ່າ ນາຍົກລັດຖະມົນຕີໂວເຣັກ ແຟຣັງຄ໌ ໄບນີມາຣາມາ ແຫ່ງຟີຈິ
ຈະເປັນຜູ້ໄດ້ຮັບໄຊຊະນະ ໃນການເລືອກຕັ້ງທົ່ວໄປ ຊຶ່ງຈັດຂຶ້ນໃນວັນພຸດມື້ນີ້ ທີ່
ປະເທດເກາະຕອນ ໃນເຂດມະຫາສະໝຸດປາຊີຟິກ ຕອນໃຕ້ແຫ່ງນີ້.
ທ່ານໄບນີມາຣາມາ ລົງເລືອກຕັ້ງເພື່ອເຂົ້າຮັບຕຳແໜ່ງເປັນສະໄໝທີ 2 ຕື່ມອີກ
4 ປີ 12 ປີ ຫຼັງຈາກໄດ້ເຂົ້າຍຶດອຳນາດ ໃນການກໍ່ລັດຖະປະຫານແບບບໍ່ເສຍ
ເລືອດເນື້ອ. ທ່ານໄດ້ຮັບການຊົມເຊີຍ ໃນການນຳພາຟີຈິ ກ້າວເຂົ້າສູ່ຄວາມອຸ
ດົມຮັ່ງມີທາງດ້ານເສດຖະກິດ ເປັນເວລາດົນນານທີ່ສຸດ ສ່ວນໃຫຍ່ແລ້ວແມ່ນ
ໄດ້ຮັບແຮງຂັບດັນ ຈາກການມີຊື່ສຽງທີ່ໂດດເດັ່ນ ໃນການເປັນແຫຼ່ງທ່ອງທ່ຽວ
ທີ່ສຳຄັນສຸດແຫ່ງນຶ່ງ. ນອກນັ້ນ ຊື່ສຽງຂອງທ່ານໄບນີມາຣາມາໃນເວທີສາກົນ
ຍັງມີຄວາມສຳຄັນຕື່ມຂຶ້ນ ໃນຖານະຫົວໜ້າກອງປະຊຸມ ວ່າດ້ວຍການປ່ຽນແປງ
ຂອງດິນຟ້າອາກາດສະຫະປະຊາຊາດ ຫຼື COP23 ບ່ອນທີ່ທ່ານ ໄດ້ເປັນຜູ້ນຳ
ພາປະເທດເກາະດອນນ້ອຍໆ ທີ່ໄດ້ຮັບການຂົ່ມຂູ່ ຈາກລະດັບນ້ຳທະເລທີ່ພວມ
ສູງຂຶ້ນ.
ພັກຟິຈິສຳຄັນກ່ອນໝູ່ໝົດ ຫຼື FijiFirst ຂອງທ່ານໄບນີມາຣາມາ ໄດ້ຮັບ 59 ເປີ
ເຊັນ ຂອງຄະແນນສຽງທັງໝົດ ໃນການເລືອກຕັ້ງທົ່ວໄປປີ 2014.
ສ່ວນຄູ່ແຂ່ງຂອງທ່ານ ທ່ານສິທິເວນີ ຣາບູກາ ຊຶ່ງເປັນຜູ້ນຳພັກສັງຄົມປະຊາທິປັດ
ເສລີນິຍົມທີ່ເປັນພັກຝ່າຍຄ້ານ ຊຶ່ງເຄີຍເຮັດລັດຖະປະຫານມາແລ້ວ 2 ເທື່ອໃນປີ
1987 ແລະເຄີຍເປັນນາຍົກລັດຖະມົນຕີຂອງຟີຈິມາແລ້ວໃນຊຸມປີ 1990. ສານ
ແຫ່ງນຶ່ງໄດ້ຕັດສິນໃຈວັນຈັນຜ່ານມານີ້ວ່າ ທ່ານຣາບູກາສາມາດລົງແຂ່ງຂັນ ໃນ
ການເລືອກຕັ້ງໄດ້ ຫຼັງຈາກໄດ້ຕັດສິນໃຫ້ທ່ານພົ້ນໂທດໃນຂໍ້ຫາສໍ້ລາດບັງຫຼວງ.
Prime Minister Voreque "Frank" Bainimarama of Fiji is expected to emerge the winner of Wednesday's general election on the south Pacific archipelago.
Bainimarama is seeking his second four-year term in office, 12 years after seizing control in a bloodless coup. He has been credited with steering Fiji through a prolonged period of economic prosperity, largely driven by its reputation as a top tourist spot. Bainimarama has also boosted his international profile as head of the United Nations' Conference on Climate Change, or COP23, where he has championed the plight of small island nations threatened by rising seas.
Bainimarama's FijiFirst Party won 59 percent of the vote in the 2014 general election.
His opponent is Sitiveni Rabuka, the leader of the opposition Social Democratic Liberal Party ((Sodelpa)), who staged two coups himself in 1987 and led Fiji as prime minister in the 1990s. A court ruled on Monday that Rabuka was eligible to run in the election after clearing him on corruption charges.