ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຄວາມເຄັ່ງຕຶງ ໃນປະເທດ ເອທິໂອເປຍ ຫຼັງຈາກກອງກຳລັງ ຮັກສາຄວາມປອດໄພ ໄດ້ສັງຫານ ປະຊາຊົນ


ຄວັນໄຟປິວຂຶ້ນທ້ອງຟ້າຢູ່ດ້ານຫຼັງຂອງຕຶກຫຼາຍຫຼັງໃນນະຄອນ
ຫຼວງ ອາດິສ ອາບາບາ, ພາກພື້ນ ໂອໂຣເມຍ, ປະເທດ ເອທິໂອເປຍ. 13 ມີນາ, 2018.
ຄວັນໄຟປິວຂຶ້ນທ້ອງຟ້າຢູ່ດ້ານຫຼັງຂອງຕຶກຫຼາຍຫຼັງໃນນະຄອນ ຫຼວງ ອາດິສ ອາບາບາ, ພາກພື້ນ ໂອໂຣເມຍ, ປະເທດ ເອທິໂອເປຍ. 13 ມີນາ, 2018.

ເມືອງແຫ່ງນຶ່ງໃນເຂດຊາຍແດນຂອງ ເອທິໂອເປຍ ຕິດກັບປະເທດ ເຄັນຢາ ກຳລັງຕົກ
ຢູ່ໃນຄວາມເຄັ່ງຕຶງ ຫຼັງຈາກກອງກຳລັງຮັກສາຄວາມປອດໄພ ເອທິໂອເປຍ ໄດ້ຍິງປືນ
ໃສ່ ແລະ ສັງຫານປະຊາຊົນ 10 ຄົນ ແລະເຮັດໃຫ້ 11 ຄົນບາດເຈັບໃນວັນເສົາທີ່ຜ່ານ
ມາ, ອີງຕາມການກ່າວຂອງເຈົ້າເມືອງ.

ຜູ້ອາໄສຢູ່ໃນເມືອງ ໂມຢາລ "Moyale," ພ້ອມກັບກອງບັນຊາການ, ເຊິ່ງແມ່ນໜ່ວຍ
ທະຫານ ທີ່ທຳການຄວບຄຸມພາວະສຸກເສີນ ທີ່ຫາກໍຖືກປະກາດໃຊ້ເມື່ອບໍ່ດົນມານີ້,
ໄດ້ຢືນຢັນຈຳນວນຜູ້ບາດເຈັບ ແລະ ເສຍຊີວິດໃນພາກພື້ນ ໂອໂຣເມຍ "Oromia" ທີ່
ຕັ້ງຢູ່ທາງພາກໃຕ້ສຸດຂອງປະເທດ, ເປັນພາກພື້ນ ທີ່ມີການປະທ້ວງ ແລະ ການປາບ
ປາມຂອງລັດຖະບານໃນບໍ່ເທົ່າໃດປີທີ່ຜ່ານມານີ້.

ໃນກໍລະນີສ່ວນໃຫຍ່ນັ້ນ, ການໂຈມຕີແມ່ນໄດ້ເກີດຂຶ້ນຢ່າງກະທັນຫັນ ແລະ ບໍ່ມີເຫດ
ຜົນ. ກອງກຳລັງຮັກສາຄວາມປອດໄພຕິດອາວຸດ ໄດ້ເລີ່ມຍິງປືນໃສ່ຜູ້ອາໄສຢູ່ເມືອງ
ໂມຢາລ ໃນທ້ອງຖະໜົນ ແລະ ໃນຮ້ານຄ້າ ແລະ ຮ້ານອາຫານ. ເຮັດໃຫ້ຄົນທີ່ປາກົດ
ວ່າເປັນຜູ້ບໍລິສຸດເສຍຊີວິດ ແລະ ບາດເຈັບ, ເຊິ່ງສ່ວນໃຫຍ່ແມ່ນຜູ້ທີ່ມີອາຍຸ 20 ປີກວ່າ.

ເຈົ້າເມືອງ ໂມຢາລ, ທ່ານ ອາຊາລິວ ໂຢຮານເນັສ "Aschalew Yohannes," ໄດ້
ອະທິບາຍວ່າ ການໂຈມຕີໄດ້ເກີດຂຶ້ນແນວໃດ. ທ່ານ ໂຢຮານເນັສ ເວົ້າວ່າ “ຊາຍໜຸ່ມ
ຄົນນຶ່ງໄດ້ຂີ່ລົດຈັກຂອງລາວຢູ່ ແລະ ກອງກຳລັງຮັກສາຄວາມປອດໄພກໍໄດ້ຢຸດລາວ
ແລະ ຍິງລາວ. ທ່ານເວົ້າວ່າ “ຫຼັງຈາກນັ້ນ, ເຂົາເຈົ້າກໍໄດ້ຍິງປືນລວດໃສ່ທຸກຄົນຢູ່ໃນ
ເມືອງນັ້ນ. ສິ່ງທີ່ທ່ານໄດ້ຢືນຢັນໃນປັດຈຸບັນນີ້ກໍແມ່ນ ມີປະຊາຊົນ 10 ຄົນໄດ້ເສຍຊີ
ວິດ ແລະ 11 ຄົນບາດເຈັບ, ແລະ 5 ຄົນໃນນັ້ນໄດ້ເດີນທາງໄປເມືອງ ຮາວາຊາ
"Hawasa, ເຊິ່ງທ່ານໄດ້ອ້າງອີງເຖິງເມືອງທີ່ຕັັ້ງຢູ່ໄກກວ່າ 400 ກິໂລແມັດທາງພາກ
ເໜືອຂອງເມືອງ Moyale.

ມັນບໍ່ທັນຊັດເຈນເທື່ອວ່າ ເປັນຫຍັງທ້າວ ໂກໂລ ວາໂຄ "Golo Waqo," ຜູ້ຊາຍທີ່ຂີ່
ລົດຈັກນັ້ນ, ຈຶ່ງຖືກຢຸດ ແລະ ຖືກຍິງ. ລາວອາດໄດ້ເຂົ້າຮ່ວມໃນການປະທ້ວງສັນຕິ
ພາບທີ່ສະຫງົບ, ອີງຕາມການກ່າວຂອງທ່ານ ໂຢຮານເນັສ. ຫຼັງຈາກໄດ້ຂ້າທ້າວ ວາໂຄ
ແລ້ວ, ພວກກອງກຳລັງຮັກສາຄວາມປອດໄພກໍໄດ້ສືບຕໍ່ຍິງປືນໃສ່ຄົນໃນເມືອງທີ່ມີ
ຄົນໜາແໜ້ນນັ້ນ.

“ເຫດການດັ່ງກ່າວນີ້ໄດ້ເກີດໃນຖະໜົນເສັ້ນຕ່າງໆຂອງເມືອງ, ແລະ ມັນກໍມີເຮືອນຂອງ
ປະຊາຊົນ ແລະ ຮ້ານອາຫານ, ແລະ ນີ້ແມ່ນບ່ອນທີ່ປະຊາຊົນດຳເນີນວິຖີຊີວິດທີ່ປົກ
ກະຕິຂອງເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG