ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຟ​ປ່າ ເຜົາໄໝ້ຢ່າງໜັກ ກາຍເປັນ ໄຟປ່າ ທີ່ຮ້າຍແຮງສຸດ ຂອງ ລັດຄາລີຟໍເນຍ


ເຈົ້າໜ້າທີ່ດັບເພີງໜ່ວຍ ​ແມນ​ໂດ​ຊີ​ໂນ ຄາລີຟໍເນຍ ກຳລັງດັບ
ໄຟ ເພື່ອຫາທາງຄວບຄຸມໄຟປ່າ, 30 ກໍລະກົດ 2018, ໃນເມືອງແລກພອຕ, ລັດຄາລີຟໍເນຍ.
ເຈົ້າໜ້າທີ່ດັບເພີງໜ່ວຍ ​ແມນ​ໂດ​ຊີ​ໂນ ຄາລີຟໍເນຍ ກຳລັງດັບ ໄຟ ເພື່ອຫາທາງຄວບຄຸມໄຟປ່າ, 30 ກໍລະກົດ 2018, ໃນເມືອງແລກພອຕ, ລັດຄາລີຟໍເນຍ.

ພວກ​ເຈົ້າ​ໜ້າ​ທີ່​ໃນ​ລັດ​ຄາ​ລີຟໍ​ເນຍ ທາງພາກຕາ​ເວັນ​ຕົກ​ຂອງ​ສະຫະລັດ ກ່າວ​ວ່າ ​ໄຟ​ປ່າ ​ໄດ້​ເລີ້ມ​ເຜົາ​ໄໝ້ ຫຼາຍ​ກວ່າ​ສັບປະດາ​ນຶ່ງແລ້ວ ​ໄດ້​ກາຍ​ມາ​ເປັນ​ໄຟ​ປ່າ​ທີ່​ໃຫຍ່​ສຸດ​ໃນ​ປະຫວັດສາດ​ຂອງ​ລັດ.

​ໄຟ​ປ່າ ທີ່​ຮູ້​ກັນ​ໃນ​ຊື່ ​ແມນ​ໂດ​ຊີ​ໂນ ຄອມເພັລກສ໌ ​ແມ່ນ​ປະກ​ອບມີ​ດ້ວຍ ​ໄຟ​ສອງກອງ ທາງ​ພາກ​ເໜືອ​ຂອງ​ລັດ ​ໄປ​ຮວມຕົວ​ກັນ ​ແລະ​ເຜົາ​ໄໝ້ ປະມານ 115 ພັນ​ເຮັກຕາ ມີຄວາມຮ້າຍແຮງກາຍໄຟ​ປ່າທໍ​ມັສ ເມື່ອ​ເດືອນ​ທັນວາ ປີ 2017 ຜ່ານ​ມາ​ນີ້.

ກົມປ່າ​ໄມ້​ແລະ​ປ້ອງ​ກັນ​ໄຟ​ປ່າຂອງລັດຄາລີຟໍເນຍ ​ໄດ້​ກ່າວໃນ​ວັນ​ຈັນນີ້ວ່່າ ​ໄຟ​ປ່າແມນ​ໂດ​ຊີ​ໂນ ​ແມ່ນ​ມີ​ພຽງ​ແຕ່ 30 ​ເປີ​ເຊັນ ທີ່​ສາມາດ​ຄວບ​ຄຸມ​ໄດ້, ​ໄຟ​ໄໝ້​ດັ່ງກ່າວ ຈົນ​ເທົ່າ​ເຖິງ​ປັດຈຸບັນ​ນີ້ ​ແມ່ນ​ໄດ້​ໄໝ້​ຕຶກ​ອາຄານ ປະມານ 150 ຫຼັງ​ແລ້ວ.

​ທ່ານ​ນາງ​ດໍຣີນ ​ເກ​ຕວູດ ​ເຈົ້າໜ້າ​ທີ່​ຂໍ້​ມູນ​ໄຟ​ໄໝ້ ທີ່​ເຮັດ​ວຽກ ​ກ່ຽວ​ກັບໄຟ​ປ່າແມນ​ໂດ​ຊີ​ໂນ ​ໄດ້​ບອກ​ກັບວີ​ໂອ​ເອ ວ່າ ບໍ່​ມີ​ຜູ້​ໃດ​ເສຍ​ຊີວິດ ​ຈາກໄຟ​ໄໝ້​ຄັ້ງ​ນີ້, ມັນ​ຍັງ​ສືບ​ຕໍ່​ມີລົມ​ແຮງຢ່າງ​ສະໝ່ຳສະ​ເໝີ​ໃນ​ຂົງ​ເຂດ ​ເຮັດ​ໃຫ້​ໄຟ​ປ່າ​ແຜ່​ລາມ​ໃສ່​ເຂດ​ທີ່​ກວ້າງ​ອອກ.

​ມີ​ເຈົ້າ​ໜ້າ​ທີ່​ ​ເກືອບ 4 ພັນ​ຄົນ ​ແມ່ນ​ກຳລັງ​ມອດ​ໄຟ​ປ່າ​ນີ້ ຊຶ່ງ​ຮວມທັງ ພວກ​ດັບ​ໄພ​ທີ່​ຂັບ​ຍົນ​ເຮ​ລີ​ຄອບ​ເຕີ ​ແລະ​ເຮືອບິນ ​ເພື່ອ​ສາດ​ນ້ຳດັບ​ໄຟ ລົງມາໃສ່.

​ໜ່ວຍ​ດັບ​ໄຟ ຄາ​ລີ​ຟໍ​ເນຍ ກ່າວ​ວ່າ ກະ​ປະມານ​ວ່າ ຈະ​ສາມາດ​ຄວບ​ຄຸມ​ໄຟ​ປ່າ ພາຍ​ໃນ​ກາງ​ສັບປະດາ​ໜ້າ​ນີ້.

​ສິ່ງ​ແວດ​ລ້ອມ​ທີ່​ຄ້າຍຄື​ກັນ​ນີ້ ຍັງ​ໄດ້​ສົ່ງ​ເສີມ​ເຂົ້າ​ໃນ​ການ​ຂະຫຍາຍ​ຂອງ​ໄຟ​ຄາຣ໌​ທີ່ຢູ່​ທາງ​ພາກ​ເໜືອ​ຂອງ​ລັດ​ຄາ​ລີຟໍເນຍ. ​ໄຟ​ໄໝ້​ດັ່ງກ່າວ ​ເປັນໄຟ​ປ່າຄັ້ງ​ທີ 12 ທີ່​ໃຫຍ່​ສຸດ ທີ່​ໄດ້​ຈົດ​ບັນ​ທຶກ ​ໃນ​ລັດ ທີ່​ໄດ້​ພິສູດ​ເຖິງ​ຄວາມ​ຮ້າຍ​ແຮງ​ຂອງໄຟດັ່ງກ່າວຊຶ່ງ​ໄດ້​ສັງຫານ ພົນລະ​ເຮືອນ 5 ຄົນ ​ແລະ​ພວກເຈົ້າ​ໜ້າ​ທີ່ດັບ​ໄຟ 2 ຄົນ.

​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້, ປະທານາທິບໍດີສະຫະລັດ ທ່ານ​ດໍ​ໂນລ ທຣຳ ​ໄດ້ປະກາດ ​ພາ​ວະ​ສຸກ​ເສີນຕໍ່ຂົງ​ເຂດ​ດັ່ງກ່າວ ​ເພື່ອ​ແຜ້ວທາງ ​ໄປ​ສູ່​ການ​ຂໍ​ຄວາມ​ຊ່ອຍ​ເຫຼືອ ​ຈາກ​ລັດຖະບານ​ກາງ ​ໃນ​ການ​ຮັບ​ມື​ກັບ​ໄຟ​ປ່າ​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

California Fires
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG