ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາຍຄົນນຶ່ງ ຖືກຈັບ ຫັຼງຈາກ ຂັບລົດ ແລ່ນຕໍາ ຄົນຍ່າງ ໃກ້ກັບສະພາ ອັງກິດ


ຕຳຫຼວດຕິດອາວຸດ ຢືນຢູ່ໃນຖະໜົນຫຼັງຈາກລົດຄັນນຶ່ງແລ່ນຕຳ ຢູ່ນອກສະພາຕໍ່າອັງກິດ ໃນ​ນະຄອນຫຼວງ​ລອນ​ດອນ ວັນທີ 14 ສິງຫາ 2018.
ຕຳຫຼວດຕິດອາວຸດ ຢືນຢູ່ໃນຖະໜົນຫຼັງຈາກລົດຄັນນຶ່ງແລ່ນຕຳ ຢູ່ນອກສະພາຕໍ່າອັງກິດ ໃນ​ນະຄອນຫຼວງ​ລອນ​ດອນ ວັນທີ 14 ສິງຫາ 2018.

ຕຳຫຼວດ​ຕໍ່ຕ້ານພວກກໍ່ການຮ້າຍ​ໃນ​ປະ​ເທດ​ອັງກິດ ກຳລັງເຮັດວຽກ ເພື່ອຢາກຮູ້ຈຸດປະ
ສົງຂອງຄົນ​ຂັບລົດ ທີ່ແລ່ນ​ເຂົ້າ​ຕໍາ​ພວກ​ຄົນ​ຍ່າງແລະ​ຄົນ​ຂີ່​ລົດຖີບ​ຢູ່​ນອກ​ສະພາ​ອັງກິດ
​ໃນ​ນະຄອນຫຼວງ​ລອນ​ດອນ.

ການຂັບລົດ​ແລ່ນ​ເຂົ້າ​ຕຳ ​ໃນ​ວັ​ນອັງຄານ​ວານ​ນີ້ ​ໄດ້ເຮັດ​ໃຫ້​ສາມ​ຄົນ​ ​ຮັບ​ບາດ​ເຈັບ ​ແລະ​ຕຳຫຼວດ​ໄດ້​ຈັບ​ກຸ​ມຄົນ​ຂັບ​ລົດໃນ​ທັນທີ.

ພວກ​ເຈົ້າ​ໜ້າ​ທີ່​ໄດ້​ລະບຸຕົວຄົນຂັບລົດວ່າ ​ແມ່ນ​ເປັນຄົນສັນຊາດອັງກິດພຽງ​ຄົນ​ດຽວ​ອາ
ຍຸ 29 ປີ. ລາວກຳລັງຖືກ​ກັກ​ຂັງ​ໄວ້ ໃນ “ຖານ​ສົງ​ໄສ ​ກະກຽມທີ່ຈະ​ກໍ່​ການ​ຮ້າຍ.”

ທ່ານ​ນຽລ ບາ​ຊູ ຮອງຜູ້​ບັນຊາ​ການ​ຕຳ​ຫວດ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “​ແນ່ນອນເປັນທີ່
ປາກົດ​ວ່າ​ ເປັນການກະທຳດ້ວຍຄວາມຕັ້ງໃຈ ​ແຕ່ເພື່ອ​ຈຸດປະສົງຫຍັງນັ້ນ​ພວກ​ເຮົາບໍ່
ສາມາດ​ບອກ​ໄດ້.”

ທ່ານ​ບາ​ຊູ ກ່າວ​ວ່າ​ອີງ​ຕາມ​ສິ່ງທີ່ພວກ​ສືບສວນຮູ້​ ຜູ້​ຕ້ອງສົງ​ໄສ​ບໍ່​ປາກົດ​ວ່າ​ເປັນ​ບຸກຄົນ
ທີ່ໜ່ວຍຕໍ່ຕ້ານການກໍ່ການຮ້າຍຫຼືໜ່ວຍສືບລັບຕ່າງໆຂອງອັງກິດ ຮູ້ມາ​ກ່ອນ​.

ນາຍົກລັດຖະມົນຕີ ເທິຣີຊາ ​ເມ ​ໄດ້​ຂຽນຂໍ້ຄວາມ ລົງໃນທວິດ​ເຕີວ່າ “ຄວາມ​ເປັນ​ຫ່ວງ​
ຂອງ​ຂ້າພະ​ເຈົ້າ ແມ່ນຢູ່່​ກັບ​ພວກທີ່ໄດ້​ຮັບ​ບາດ​ເຈັບ ​ໃນ​ເຫດຮ້າຍ​ທີ່ ແວັສມີ​ນສ​ເຕີ ​ແລະ​
ຂ້າພະ​ເຈົ້າ​ຂໍ​ຂອບ​ໃຈ​ຕໍ່​ການ​ບໍ​ລິ​ການ​ສຸກ​ເສີນ ​ທີ່​ໄດ້ໃຫ້ການຊ່ວ​ຍ​ເຫຼືອ​ໂດຍທັນທີ ແລະ
​ການຮັບມືດ້ວຍຄວາ​ມກ້າຫານ​.”

ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ຍັງ​ໄດ້​ມີ​ປະຕິກິລິຍາ ​ກ່ຽວກັບເຫດຮ້າຍດັ່ງກ່າວ ຢູ່​ໃນ​ການ​
ສົ່ງ​ຂໍ້ຄວາມ​ທາງ​ທວິດ​ເຕີ ​ໂດຍກ່າວ​ວ່າ “​ເກີດ​ມີການໂຈມ​ຕີກໍ່​ການ​ຮ້າຍ​ອີກ​ ໃນ​ນະຄອນ
​ລອນດອນ. ພວກ​ສັດ​ເຫຼົ່າ​ນີ້​ ພາກັນ​ເປັນ​ບ້າ ​ແລະ​ຕ້ອງໄດ້ຮັບມືແບບ​ການລົງ​ໂທ​ດຢ່າງ
ໜັກ ແລະ​ເຂັ້ມ​ແຂງ.”

For UK, Parliament Car Crash Brings Troubling Memories
please wait

No media source currently available

0:00 0:01:15 0:00

ອົງການ​ບໍລິການ​ລົດ​ໂຮ​ງໝໍ​ໃນນະຄອນ​ລອນ​ດອນ​ກ່າວ​ວ່າ ​ຕົນໄດ້​ປິ່ນປົວ ​ແລະ​ນຳເອົາ
ສອງ​ຄົນ​ໄປໂຮງໝໍ ​ແລະ​ບໍ່​ມີ​ໃຜ​ໄດ້​ຮັບ​ບາດ​ເຈັບ​ເຖິງ​ຕາຍ. ທ່ານ​ບາ​ຊູໃນເວລາ​ຕໍ່​ມາວ່າ
ນຶ່ງ​ໃນ​ຈຳນວນ​ຜູ້​ໄດ້​ຮັບ​ບາດ​ເຈັບ​ກຳລັງ​ຮັບການ​ປິ່ນປົວຍ້ອນບາດ ເຈັບໜັກ ​ໃນ​ຂະນະ
ຄົນທີ​ສອງ​ໄດ້​ອອກຈາກ​ໂຮງໝໍແລ້ວ. ຄົນ​ທີສາມ​ ໄດ້​ຖືກ​ປິ່ນ ປົວ​ຢູ່​ບ່ອນ​ເກີດ​ເຫດ.

ເຂດ​ອ້ອມ​ແອ້ມ​ບ່ອນ​ລົດແລ່ນ​ຕຳ​ນັ້ນໄດ້​ຖືກ​ປິດ​ລົງ ພ້ອມ​ທັງ​ສະຖານີ​ລົດ​ໄຟໄຕ້​ດິນ​ທີ່ຢູ່​
ໃກ້​ກັບ​ສະພາ. ປັດ​ຈຸ​ບັນ​ນີ້ ​ສະພາ​ບໍ່​ໄດ້​ຢູ່​ໃນ​ສະ​ໄໝ​ການ​ປະຊຸມ.

ເມື່ອປີກາຍນີ້ ມີຊາຍຄົນນຶ່ງ ໄດ້ຂັບລົດແລ່ນຕຳພວກຄົນຍ່າງ ຢູ່ໃກ້ກັບຂົວແວັສ ມິນສເຕີ
ທີ່ໄດ້ສັງຫານ 4 ຄົນ ຢູ່ທີ່ນັ້ນ ກ່ອນທີ່ຈະແທງເຈົ້າໜ້າທີ່ຕຳຫຼວດຄົນນຶ່ງ ຈົນຕາຍຢູ່ດ້ານ
ນອກສະພາ. ຕຳຫຼວດຈຶ່ງໄດ້ຍິງຄົນຮ້າຍເສຍຊີວິິດ.


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG