ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອັງ​ກິດ ແລະ ​ຜູ້​ນຳ ສະ​ຫະ​ພາບ ຢູ​ໂຣບ​ ປະ​ຊຸມ ​​ເທື່ອ​ຫຼ້າ​ສຸດ ​ເພື່ອ​​ແກ້​ໄຂ ສະ​ພາບ​ ບໍ່​ໄປ​ບໍ່​ມາ


ຫົວ​ໜ້າ​ເຈ​ລະ​ຈາ​ຖອນ​ໂຕ​ອອກ​​ຂອງ​ອັງ​ກິດ ທ່ານ​ໄມ​ເກີ​ລ ບາຣ​ນີເອ ທີສອງຈາກ​ຊ້າຍ ສົນ​ທະ​ນາ​ກັບ​ຄະ​ນະ​ກຳ​ມະ​ການ​ຢູ່​ໂຣບ​ ​ ຢູ່ນະ​ຄອນບ​ຣັ​ສ​ເຊີ​ລ ວັນ​ທີ 10 ຕຸ​ລາ 2018.
ຫົວ​ໜ້າ​ເຈ​ລະ​ຈາ​ຖອນ​ໂຕ​ອອກ​​ຂອງ​ອັງ​ກິດ ທ່ານ​ໄມ​ເກີ​ລ ບາຣ​ນີເອ ທີສອງຈາກ​ຊ້າຍ ສົນ​ທະ​ນາ​ກັບ​ຄະ​ນະ​ກຳ​ມະ​ການ​ຢູ່​ໂຣບ​ ​ ຢູ່ນະ​ຄອນບ​ຣັ​ສ​ເຊີ​ລ ວັນ​ທີ 10 ຕຸ​ລາ 2018.

ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ອັງ​ກິດ ທ່ານ​ນາງ​ເທີ​ຣິ​ຊາ ເມ ໄດ້​ຖະ​ແຫຼງ​ຢູ່ຕໍ່​ໜ້າ​ບັນ​ດາ​ຜູ້​ນຳ​ສະ​ຫະ
ພາບ​ຢູ​ໂຣບ​ໃນ​ວັນ​ພຸດ​ມື້​ນີ້ ໃນ​ຂະ​ນະ​ທີ່​ທັງ​ສອງ​ຝ່າຍ​ປະ​ເຊີນ​ໜ້າ​ກັບ​ການ​ເຈ​ລະ​ຈາທີ່​
ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ ກ່ຽວ​ກັບ​ການຖອນ​ໂຕຂອງ​ອັງ​ກິດ​ອອກຈາກ​ກຸ່​ມ​ດັ່ງ​ກ່າວ.

ການ​ເຈ​ລະ​ຈາ​ເປັນ​ເວ​ລາຫຼາຍ​ເດືອນ ​ໄດ້​ພາ​ໃຫ້​ມີ​ການ​ບັນ​ລຸ​ຂໍ້​ຕົກ​ລົງໃນ​ຫຼາຍໆ​ຂົງ​ເຂດ

​ເພື່ອ​ຢຸດ​ເຊົາຄວາມ​ສຳ​ພັນ​ກັນແບບ​ໃດ ແຕ່ກໍ​ຍັງ​ມີ​ບັນ​ຫາ​ຄ້າງ​ຄາ​ທີ່​ສຳ​ຄັນ​ຈຳ​ນວນ​ນຶ່ງ
​ ຮວມ​ທັງ​ວ່າ ​ຈະ​ຈັດ​ການ​ຢ່າງ​ໃດ​ກັບ​ເລື້ອງຊາຍ​ແດນ​ລະ​ຫວ່າງ ໄອຣ໌​ແລນ​ເໜືອ ແລະ
ໄອ​ຣ໌​ແລນທີ່​ເປັນ​ສະ​ມາ​ຊິກຂອງສະ​ຫ​ະ​ພາບ​ຢູ​ໂຣບ.

ຫຼັງ​ຈາກ​ທ່ານ​ນາງ​ເມ ໄດ້​ຖະ​ແຫຼງ​ຕໍ່​ກຸ່ມດັ່ງ​ກ່າວ​ແລ້ວ ພວກ​ຜູ້​ນຳ​ຂອງ 27 ​ປະເທດກໍ​
ຈະຮັບ​ປະ​ທານ​ອາ​ຫານ​ຄ່ຳ​ຂອງ​ພວກ​ທ່ານ ​ເພື່ອ​ຫາ​ລື​ກ່ຽວ​ກັບ​ການ​ເຈລະ​ຈາ​ໃນ​
ການຖອນ​ຕົວຂອງ​ອັງ​ກິດ.

ປະ​ທານ​ສະ​ພາ​ສະ​ຫະ​ພາບ​ຢູ​ໂຣບ​ທ່ານ​ດໍ​ໂນ​ລ ທັ​ສ​ກ໌ ກ່າວກ່ອນ​ໜ້າ​ກອງ​ປະ​ຊຸມ​ໃນ
ວັນ​ພຸດ​ມື້​ນີ້​ວ່າ ທ່ານ​ມີ​ແຜນ​ທີ່​ຈະ​ຖາມ​ທ່ານ​ນາງ​ເມ​ວ່າ “ທ່ານ​ນາງ​ມີ​ແຜນ​ທີ່ໜັກ​ແໜ້ນ
​ຫຼື​ບໍ່ ​ທີ່ຈະ​ທັບ​ມ້າງ​ສະ​ພາບ​ການບໍ່ໄປບໍ່ມາຢ່າງ​ໃດ.”

ທ່ານ​ທັ​ສ​ກ໌​ກ່າວ​ວ່າ ນັ້ນ​ຈະເປັນ​ສິ່ງ​ຕັດ​ສິນ​ຊີ້​ຂາດ​ວ່າ ມັນ​ເປັນ​ໄປ​ໄດ້​ຫຼື​ບໍ່ທີ່​ຈະ​ແກ້​ໄຂ​
ຂໍ້​ຂັດ​ແຍ້ງ ແລະ​ດຳ​ເນີນ​ໄປ​ໜ້າ ກ່ຽວ​ກັບ​ແຜນການ​ຖອນ​ຕົວ​ຢ່າງ​ເປັນ​ລະ​ບຽບ ໃນ
ເດືອນ​ມີ​ນາ​ປີ​ໜ້ານີ້.

ທ່ານ​ຍັງ​ໄດ້ເຕືອນວ່າ ​ບັນ​ດາ​ຜູ້​ນຳ​ສະ​ຫະ​ພາບ​ຢູ​ໂຣບ ​ຈຳ​ເປັນຕ້ອງ​ໄດ້​ຫາ​ລື​ກັນເພື່ອ
ກະ​ກຽມ​ໃນ​ອັນ​ທີ່​ຮ້ອງວ່າ “ການຕົກ​ລົງ​ກັນ​ບໍ່​ໄດ້​ກ່ຽວ​ກັບ​ການ​ຖອນ​ຕົວຂອງ​ອັງ​ກິດ” ​
ຊຶ່ງ​ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ ​ອັງ​ກິດ​ຈະ​ອອກ​ໄປ​ຈາກ​ສະ​ຫະ​ພາບ ​ຢູ​ໂຣບ​ໂດຍ|
ປາດ​ສະ​ຈາກ​ມາດ​ຕະ​ການ​ທີ່​ເປັນ​ທາງ​ການເພື່ອແກ້​ໄຂ​ບັນ​ຫາ​ຕ່າງໆເຊັ່ນ​ວ່າ​ເລື້ອງ
ການ​ຄ້າ ແລະ​ເສ​ລີ​ພາບ​ໃນ​ການ​ເຄື່ອນ​ໄຫວ​ໄປ​ມາ.

ບັນ​ດາ​ຜູ້​ນຳ​ຢູ​ໂຣບ​ຈະຕັດ​ສິນ​ໃຈ​ວ່າ​ ຈະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ​ໃນ​ເດືອນ
​ພະ​ຈິກ​ຈະ​ມາ​ເຖິງ​ນີ້​ຫຼື​ບໍ່ ແຕ່​ທ່ານ​ທັ​ສ​ກ໌​ ກ່າວ​ວ່າ​ ​ມີ​ເຫດ​ຜົນ​ໃນຄວາມຈຳ​ເປັນ​ທີ່​ເຊື່ອ
​ວ່າ ທັງ​ສອງ​ຝ່າຍ​ໃກ້​ຈະ​ບັນ​ລຸ​ການ​ຕົກ​ລົງ​ກັນ​ໄດ້​ແລ້ວ..

ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ອັງ​ກິດ ທ່ານ​ນາງ​ເທີ​ຣິ​ຊາ ເມ ຕໍ່​ລອງ​ກ່ຽວ​ກັບ​ການ​ຖອນ​ໂຕອອກຈາກ​ສະ​ຫະ​ພາບ​ຢູ​ໂຣບ ຢູ່ທີ່ ເລກ​ທີ 10 ຖະ​ໜົນ​ດາວ​ນິງ ໃນ​ນະ​ຄອນ​ຫຼວງ​ລອນ​ດອນ ວັນ​ທີ 21 ການ​ຍາ 2018.
ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ອັງ​ກິດ ທ່ານ​ນາງ​ເທີ​ຣິ​ຊາ ເມ ຕໍ່​ລອງ​ກ່ຽວ​ກັບ​ການ​ຖອນ​ໂຕອອກຈາກ​ສະ​ຫະ​ພາບ​ຢູ​ໂຣບ ຢູ່ທີ່ ເລກ​ທີ 10 ຖະ​ໜົນ​ດາວ​ນິງ ໃນ​ນະ​ຄອນ​ຫຼວງ​ລອນ​ດອນ ວັນ​ທີ 21 ການ​ຍາ 2018.

ສະ​ຫະ​ພາບ​ຢູ​ໂຣບ​ຕ້ອງ​ການໃຫ້ໄອ​ຣ໌​ແລນ​ເໜືອ ໂດຍ​ທີ່​ບໍ່​ກ່ຽວ​ເລີຍ​ວ່າຈະ​ມີ​ຂໍ້​ຕົກ
​ລົງ​ທາງ​ການ​ຄ້າ ​ທີ່​ຕິດ​ຕາມ​ມາ​ຢ່າງ​ໃດ​ກໍ​ຕາມ​ກັບ​ອັງ​ກິດ ຍັງ​ສືບ​ຕໍ່ ຢູ່​ໃນ​ກຸ່ມ​ເກັບ
ພາ​ສີຂອງ​ສະ​ຫະ​ພາບຢູ​ໂຣບ ​ເພື່ອ​ຫລີກ​ລ່ຽງຄວາມ​ຈຳ​ເປັນ ​ຂອງ​ການ​ຄວ​ບ​ຄຸ​ມ​
ຊາຍ​ແດນລ​ະຫວ່າງແຂວງດັ່ງ​ກ່າວ​ຂອງ​ອັງ​ກິດ ແລະ​ສາ​ທາ​ລະ​ນະ​ລັດ​ໄອ​ຣ໌​ແລນ.
ບ​ຣັ​ສ​ເຊີ​ລ​ສ໌ໄດ້​ໃຫ້​ການ​ໜູນ​ຫຼັງ​ຕໍ່​ຄຳ​ຮຽກ​ຮ້ອງ​ດັ່ງ​ກ່າວ​ໂດຍ​ລັດ​ຖະ​ບານ​ໄອ​ຣ໌​ແລນ
ຊຶ່ງ​ຕ້ອງ​ການ​ຢາກ​ໃຫ້​ໄອ​ຣ໌​ແລ​ນ​ເໜືອ​ຍັງ​ສືບ​ຕໍ່​ຢ່າງ​ມີ​ຄວາມ​ສຳ​ພັນ​ຢ່າງໃກ້​ຊິດ
ກັບ​ລະ​ບຽບ​ການ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ກ່ຽວ​ກັບ​ເລື້ອງ​ສິ​ນຄ້າ ແລະ​ການ​ບໍ​ລິ​
ການ ຮວມ​ທັງ​ການ​ຈັດ​ແຈງກ່ຽວ​ກັບພາ​ສີ ຫຼັງ​ຈາກ​ອັງ​ກິດ​ຖອນ​ຕົວອອກໄປຈາກ​
ກຸ່ມ​ດັ່ງກ່າວ​ແລ້ວ.

ທ່ານ​ນາງ​ເມກ່າວ​ວ່າ ​ການ​ປະ​ຕິ​ບັດ​ຕໍ່ໄອ​ຣ໌​ແລນ​ເໜືອ ແຕກ​ຕ່າງ​ໄປຈາກ​ອັງ​ກິດ
ທັງ​ໜົດ​ນັ້ນ ​ຈະ​ໝາຍ​ຄວາມ​ວ່າ ໃນ​ຄວາມ​ຈິງແລ້ວ ຈະ​ຕ້ອງ​ມີ​ “ຊາຍ​ແດນ​ຢູ່​ໃນ​
ທະ​ເລ​ໄອ​ຣ໌​ແລນ” ​ເພື່ອແຍກ​ສອງ​ເຂດ​ຂອງ​ອັງ​ກິດ​ອອກ​ຈາກ​ກັນ

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG