ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດ​ນ້ຳ​ຖ້ວມຄັ້ງໃຫຍ່ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ຂອງອອ​ສ​ເຕ​ຣ​ເລຍ


​ເຂື່ອນ​ແມ່​ນ້ຳ​ຣອ​ສ ທີ່​ປ່ອຍ​ອອ​ກ​ມາ​ຢູ່​ຄ​ລິນສ​​ແລນ ປະ​ເທດ​ອອ​ສ​ເຕ​ຣ​ເລຍ ວັນ​ທີ 3 ກຸມ​ພາ 2019.
​ເຂື່ອນ​ແມ່​ນ້ຳ​ຣອ​ສ ທີ່​ປ່ອຍ​ອອ​ກ​ມາ​ຢູ່​ຄ​ລິນສ​​ແລນ ປະ​ເທດ​ອອ​ສ​ເຕ​ຣ​ເລຍ ວັນ​ທີ 3 ກຸມ​ພາ 2019.

ຄວາມ​ພະ​ຍາ​ຍາມ​ຍົກ​ຍ້າຍກຳ​ລັງ​ດຳ​ເນີນໄປຢູ່ ​ໃນ​ວັນ​ຈັນ​ມື້​ນີ້ ຢູ່​ໃນ​ເມືອງທາວສ​ວີ​ລ
ຂອງອອ​ສ​ເຕ​ຣຍ​ເລຍ ໃນ​ລັດ​ທີ່​ມີອາກາດ​ຮ້ອນ​ທາງ​ພາກຕາ​ເວັນອອກສຽງ​ເໜືອ ຂອງ​
ຄ​ວິນ​ແລນ ຫຼັງ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຕັດ​ສິນ​ໃຈ​ ເປີດ​ປະ​ຕູເຂື່ອນ​ນ້ຳ ຢ່າງ​ເຕັມ​ທີ່ ​ໃນ​
ວັນ​ອາທິດ​ວານ​ນີ້.

ປະ​ຕູ​ນ້ຳ​ຂອງ​ເຂື່ອນ​ເມືອງ ໄດ້​ເປີດ​ອອກ ເພື່ອ​ປ້ອງ​ກັນ​ແມ່​ນ້ຳ​ຣອ​ສ ລົ້ນ​ຕາ​ຝັ່ງຖ້ວມ​
ເອົາ​ຊານ​ເມຶອງ​ຈຳ​ນວນ​ນຶ່ງ.

ເຮືອນ​ຫຼາຍຫຼັງ ​ຢູ່​ເມືອງ​ທາ​ວສ​ວິ​ລ ໄດ້​ຖືກ​ປະ​ປ່ອຍ​ປາດ​ ສະ​ຈາກ​ໄຟ​ຟ້າ ແລະ​ຕັດ​ຂາດ​
ຈາກ​ນ້ຳ​ຖ້ວມ​ຖະ​ໜົນ.

ບັນ​ດາ​ທິມ​ກູ້​ໄພ ພາ​ກັນ​ໄຊ້​ເຮືອ ແລະ​ເຮ​ລິ​ຄອບ​ເຕີ​ ຍົກ​ຍ້າຍ​ຫຼາ​ຍ​ພັນ​ຄົນ​ອອກ​ຈາ​ກ
ເ​ມືອງ​ທາວ​ສວິ​ລ ທີ່​ມີ​ບ້ານ​ເຮືອນ 82,000 ຫຼັງ ໃນ​ຂະ​ນະ​ທີ່​ທະ​ຫານ 400 ຄົນ ໄດ້​ພາ​
ກັນ​ປະ​ຕິ​ບັດ​ງານ​ແຈກ​ຢາຍ​ຖົ​ງ​ຂີ້​ຊາຍ​ແກ່​ບ້ານ​ເຮືອນ ​ທີ່ຢູ່​ໃນ​ຄວາມ​ສ່ຽງຕໍ່ໄພນ້ຳ​ຖ້ວມ.

ຫ້​ອງ​ການ​ພະ​ຍາ​ກອນ​ອາ​ກາດອອ​ສ​ເຕ​ຣຍ​ເລຍ ໄດ້​ອອກ​ “ເຕືອນ​ໄພ​ອັນ​ຕະ​ລາຍ​ທີ່​
ຮ້າ​ຍແຮງ” ໃນ​ຕອນ​ແລງວັນ​ອາ​ທິດ​ວານ​ນີ້ ແລະ​ຮຽກ​ຮ້ອງ​ໃຫ້ຜູ້​ຄົນ​ພາ​ກັນ​ຊອກ​ຫາ​ທີ່​
ຢູ່​ອາ​ໃສ​ຢູ່​ບ່ອນ​ສູງກວ່າ.

ຖະ​ແຫຼງ​ການ​ໂດຍ​ຫ້ອງ​ກາ​ນກ່າວ​ເພີ້ມ​ວ່າ​ ໄດ້​ມີ “ຄວາມ​ສ່ຽງ​ຕໍ່​ຊີ​ວິດ ແລະ​ຊັບ​ ສົ​ມ​ບັດ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG