ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການລົງຄະແນນສຽງ ໃນປະເທດ ມາລີ ແລະ ຊິມບັບເວ ເປັນການທົດສອບ ຜູ້ຈັດການເລືອກຕັ້ງ


ພວກສະໜັບສະໜູນຂະບວນການຝ່າຍຄ້ານ ພັກການປ່ຽນ
ແປງປະຊາທິປະໄຕຂອງທ່ານ ແນລສັນ ຈາມີຊາ ເຂົ້າຮ່ວມ
ໃນການຊຸມນຸມເລືອກຕັ້ງຄັ້ງສຸດທ້າຍໃນນະຄອນຫຼວງ ຮາຣາເຣ, ປະເທດ ຊິມບັບເວ. 28 ກໍລະກົດ, 2018.
ພວກສະໜັບສະໜູນຂະບວນການຝ່າຍຄ້ານ ພັກການປ່ຽນ ແປງປະຊາທິປະໄຕຂອງທ່ານ ແນລສັນ ຈາມີຊາ ເຂົ້າຮ່ວມ ໃນການຊຸມນຸມເລືອກຕັ້ງຄັ້ງສຸດທ້າຍໃນນະຄອນຫຼວງ ຮາຣາເຣ, ປະເທດ ຊິມບັບເວ. 28 ກໍລະກົດ, 2018.

ປະຊາຊົນປະເທດ ມາລີ ໄດ້ໄປສະຖານທີ່ປ່ອນບັດໃນວັນອາທິດມື້ນີ້ ເພື່ອພິຈາລະນາ
ວ່າ ຈະອະນຸຍາດໃຫ້ປະທານາທິບໍດີ ອີບຣາຮິມ ບູບາຄາ ເຄຕ້າ ດຳລົງຕຳແໜ່ງຕໍ່ໄປ
ເປັນສະໄໝທີສອງ ຫຼືບໍ່. ຊາວ ຊິມບັບເວ ກໍຈະປ່ອນບັດຄະແນນສຽງໃນວັນຈັນມື້ອື່ນ
ໃນການເລືອກຕັ້ງຄັ້ງທຳອິດ ນັບຕັ້ງແຕ່ຜູ້ນຳທີ່ດຳລົງຕຳແໜ່ງມາຍາວນານ ທ່ານ
ໂຣເບີດ ມູກາເບ ໄດ້ຖືກບັງຄັບໃຫ້ລາອອກຈາກຕຳແໜ່ງໃນເດືອນພະຈິກປີກາຍນີ້.

ບໍ່ວ່າບັນດາຜູ້ມີສິດເລືອກຕັ້ງຈະມີຄວາມໝັ້ນໃຈ ໃນຜົນຂອງການເລືອກຕັ້ງພວກນີ້
ແລະ ຜູ້ທີ່ຢູ່ໃນຢ່າງໜ້ອຍສອງປະເທດລຸ່ມພາກພື້ນທະເລຊາຍ ຊາຮາຣາ ສອງປະເທດ
ໃນບໍ່ເທົ່າໃດເດືອນຈະມາເຖິງນີ້ ແລະ ຜູ້ທີ່ຢູ່ໃນປະເທດ ກາມາຣູນ ໃນເດືອນຕຸລາ ກັບ
ສາທາລະນະລັດ ປະຊາທິປະໄຕ ຄົງໂກ ໃນເດືອນທັນວານັ້ນ, ແມ່ນຂຶ້ນຢູ່ກັບວ່າ ເຂົາ
ເຈົ້າຈະຮັບຮູ້ການລົງຄະແນນສຽງທີ່ເສລີ ແລະ ຍຸຕິທຳຫຼືບໍ.

ຄວາມຮັບຜິດຊອບສ່ວນໃຫຍ່ນັ້ນ ແມ່ນຂຶ້ນຢູ່ກັບບັນດາຜູ້ຈັດການເລືອກຕັ້ງ. ໃນປະ
ເທດ ມາລີ, ແມ່ນມີຢ່າງໜ້ອຍ 3 ໜ່ວຍງານແຕກຕ່າງກັນ. ໃນປະເທດ ຊິມບັບເວ, ກໍ
ມີຄະນະກຳມາທິການເລືອກຕັ້ງ ຊິມບາບເວ, ເຊິ່ງແມ່ນອົງກອນອິດສະຫຼະທົ່ວໄປ.

ທ່ານ ຣັຊດີ ແນັກເຄີດຽນ (Rushdi Nackerdien), ຜູ້ອຳນວຍ ການມູນນິທິສາກົນ
ສຳລັບລະບົບການເລືອກຕັ້ງ ປະຈຳພາກພື້ນ ອາຟຣິກາ ກ່າວວ່າ “ສິ່ງທ້າທາຍທີ່ໜ່ວຍ
ງານການເລືອກຕັ້ງທັງຫຼາຍມີນັ້ນ ແມ່ນຄວາມຄາດຫວັງ ກ່ຽວກັບ ອິດສະຫຼະພາບ
ແລະ ຄວາມຊື່ສັດກັບຜູ້ທີ່ເຂົາເຈົ້າເຮັດວຽກໃຫ້.” ມູນນິທິດັ່ງກ່າວ, ເຊິ່ງມີຫ້ອງການຕັ້ງ
ຢູ່ບໍ່ໄກຈາກນະຄອນຫຼວງ ວໍຊິງຕັນ ນັ້ນ, ໄດ້ສະໜອງການຊ່ວຍເຫຼືອທາງດ້ານເຕັກນິກ
ແລະ ການຊີ້ນຳ ສຳລັບປະຊາທິປະໄຕ.

ທ່ານໄດ້ເວົ້າເພີ່ມເຕີມວ່າ “ເຈົ້າມີຄວາມສົງໄສຫຼາຍຢ່າງ ທີ່ໄດ້ເຂົ້າໄປໃນຄວາມເຊື່ອ
ຂອງປະຊາຊົນ ກ່ຽວກັບ ປະຊາທິປະໄຕ.”

ກຸ່ມສິ້ງຊອມສາກົນ Freedom House ໄດ້ລາຍງານໃນຕົ້ນປີນີ້ວ່າ ຫຼາຍປະເທດໄດ້
ຂະຫຍາຍການໂຈມຕີໃສ່ອົງປະກອບຫຼັກ ຂອງປະຊາທິ ປະໄຕ, ລວມທັງ “ການຮັບ
ປະກັນ ກ່ຽວກັບ ການເລືອກຕັ້ງທີ່ເສລີ ແລະ ຍຸຕິທຳດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG