ລັດຖະບານລາວ ຈະຍົກເລີກສິດສໍາປະທານທີ່ດິນ 337 ໂຄງການ ທີ່ຍັງບໍ່ມີຄວາມຄືບໜ້າ ແລະບໍ່ໄດ້ປະຕິບັດຕາມສັນຍາ
ເຈົ້າໜ້າທີ່ຂັ້ນສູງໃນກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ເປີດເຜີຍວ່າ ຄະນະສະເພາະກິດຂອງກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ໄດ້ດຳເນີນມາດຕະການກວດກາສິດສຳປະທານທີ່ດິນ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ ໃນປີ 2024 ທີ່ຜ່ານມາ