ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໖ ກັນຍາ ໒໐໒໔

ທ່ານ ໄບເດັນ ເນັ້ນໜັກ ກ່ຽວກັບ ຕາເວັນອອກກາງ ແລະ ຢູເຄຣນ ແລະ ໃຫ້ຄວາມຫວັງໃນລະຫວ່າງການກ່າວປາໄສ ຕໍ່ສະມັດຊາໃຫຍ່ ຂອງອົງການສະຫະປະຊາຊາດ


ທ່ານ Joe Biden ໄດ້ໃຊ້ຄຳປາໄສຄັ້ງສຸດທ້າຍໃນຖານະປະທານາທິບໍດີຂອງທ່ານ ຕໍ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອຮຽກຮ້ອງໃຫ້ມີຄວາມສາມັກຄີທ່າມກາງການປະເຊີນໜ້າກັບຄວາມທ້າທາຍຕ່າງໆ ທີ່ລວມເຖິງການຂັດແຍ້ງໃນຢູເຄຣນ, ກາຊາ ແລະ ຊູດານ. ນັກຂ່າວວີໂອເອ ປະຈຳທຳນຽບຂາວ, ອານິຕາ ພາວລ໌ (Anita Powell) ລາຍງານມາຈາກນະຄອນ ນິວຢອກ.

XS
SM
MD
LG