ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໓ ກັນຍາ ໒໐໒໔

ລາຄາຮຸ້ນ ໃນຕະຫຼາດຮຸ້ນ ວອລ ສະຕຣີດ ໄດ້ຂຶ້ນສູງ​ສຸດເປັນປະຫວັດການ ໃນວັນພະຫັດວານນີ້


ລາຄາຮຸ້ນທີ່ສູງຂຶ້ນຂອງ Wall Street ສົ່ງຜົນໃຫ້ເກີດການຟື້ນຕົວຂອງຕະຫຼາດຮຸ້ນ ຕ່າງໆທົ່ວຢູໂຣບ ແລະ ເອເຊຍ ຫຼັງຈາກທີ່ທະນາຄານກາງສະຫະລັດ ໄດ້ຫລຸດອັນຕາ ດອກເບ້ຍລົງເປັນຄັ້ງທຳອິດ ໃນຮອບຫຼາຍກວ່າສີ່ປີຜ່ານມາ ໃນຕອນແລງວັນພຸດທີ່ ຜ່ານມາ

ລາຄາຮຸ້ນ ໃນຕະຫຼາດຮຸ້ນ ວອລ ສະຕຣີດ ໄດ້ຂຶ້ນສູງ​ສຸດເປັນປະຫວັດການ ໃນວັນພະຫັດວານນີ້ ຂະນະທີ່ຄວາມດີອົກດີໃຈໄດ້ກະຈາຍໄປຕະຫຼາດຮຸ້ນໃນທົ່ວໂລກ ນຶ່ງວັນຫຼັງຈາກ ທະນາຄານກາງຂອງສະຫະລັດ ໄດ້ຕັດອັດຕາອອກເບ້ຍລົງຢ່າງຫຼວງ ຫຼາຍ.

ສ່ວນຮຸ້ນຂອງ S&P 500 ໄດ້ພຸ່ງສູງຂຶ້ນ 1.7 ເປີເຊັນ ເຊິ່ງເປັນວັນນຶ່ງທີ່ດີທີ່ສຸດຂອງ ປີນີ້ ແລະໄດ້ກາຍສະຖິຕິສູງສຸດຕະຫຼອດການຄັ້ງສຸດທ້າຍທີ່​ຖືກ​ຕັ້ງ​ຂຶ້ນ ໃນເດືອນກໍລະ ກົດຜ່ານມາ.

ຮຸ້ນຂອງ Dow Jones Industrial Average ກໍໄດ້ພຸ່ງຂຶ້ນ 522 ຈຸດ ຫຼື ເກືອບ 1.3 ເປີເຊັນ ທີ່ກາຍສະຖິຕິເກົ່າຂອງຕົນໃນວັນຈັນຜ່ານມາ ແລະຮຸ້ນ Nasdaq composite ກໍນຳໜ້າຕະຫຼາດດ້ວຍການກະຕຸ້ນຂຶ້ນ 2.5 ເປີເຊັນ.

ລາຄາຮຸ້ນທີ່ສູງຂຶ້ນຂອງ Wall Street ສົ່ງຜົນໃຫ້ເກີດການຟື້ນຕົວຂອງຕະຫຼາດຮຸ້ນ ຕ່າງໆທົ່ວຢູໂຣບ ແລະ ເອເຊຍ ຫຼັງຈາກທີ່ທະນາຄານກາງສະຫະລັດ ໄດ້ຫລຸດອັນຕາ ດອກເບ້ຍລົງເປັນຄັ້ງທຳອິດ ໃນຮອບຫຼາຍກວ່າສີ່ປີຜ່ານມາ ໃນຕອນແລງວັນພຸດທີ່ ຜ່ານມາ.

XS
SM
MD
LG