ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໗ ກັນຍາ ໒໐໒໔

ຄະນະກົມ​ການ​ເມືອງ​ພັກ​ ​ອອກ​ຄຳ​ສັ່ງ​ໃຫ້​ເຂັ້ມ​ງວດ​ໃນ​ການ​ຕິດຕາມກວດກາ ​ແລະ ຕອບ​ໂຕ້ການນຳສະເໜີ​ຂໍ້​ມູນ​ທີ່​ແນ​ໃສ່​ທຳລາຍ​ການ​ນຳພາ​ຂອງ​ພັກ​


ປະ​ທານ​ປະ​ເທດ ລາວ ທ່ານ ທອງ​ລຸນ ສີ​ສຸ​ລິດ ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ.
ປະ​ທານ​ປະ​ເທດ ລາວ ທ່ານ ທອງ​ລຸນ ສີ​ສຸ​ລິດ ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ.

ຄະນະກົມ​ການ​ເມືອງ​ພັກ​ ​ອອກ​ຄຳ​ສັ່ງ​ໃຫ້​ເຂັ້ມ​ງວດ​ໃນ​ການ​ຕິດຕາມ ​ກວດກາ ​ແລະ ຕອບ​ໂຕ້ທຸກການນຳສະເໜີ​ຂໍ້​ມູນ​ຂ່າວສານ ​ທີ່​ແນ​ໃສ່​ທຳລາຍ​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງໃນ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ເປີດ​ເຜີຍ​ວ່, ກົມ​ການ​ເມືອງ​ສູນ​ກາງ​ພັກ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ​ພັກ​ໃນ​ທົ່ວ​ປະ​ເທດ ​ເພີ່ມ​ທະວີ​ຄວາມ​ເຂັ້ມ​ງວດ​ໃນ​ການ​ຮັກສາ​ຄວາມ​ສະຫງົບ​ຮຽບຮ້ອຍ ແລະ ໃຫ້ຕິດຕາມທຸກການເຄື່ອນໄຫວໃນສັງຄົມລາວ ເນື່ອງໃນໂອກາດລັດຖະບານລາວ ເປັນປະທານຂອງອາຊຽນ ໃນຕະຫຼອດປີ 2024 ໂດຍສະເພາະແມ່ນການຕອບໂຕ້ຕໍ່ການນຳສະເໜີຂໍ້ມູນຂ່າວສານໃນສື່ສັງຄົມອອນລາຍທັງໃນລາວ ແລະ ຕ່າງປະເທດ ທີ່ປະກົດວ່າເປັນການທຳລາຍອຳນາດແລະການນຳພາຂອງພັກແລະລັດຖະບານລາວນັ້ນ ຈະຕ້ອງໃຫ້ຖືວ່າເປັນຄວາມຮັບຜິດຊອບຂອງທຸກຂະແໜງການ ໃນນີ້ ລວມເຖິງ ກໍຣະນີ ທີ່ ສື່ສັງຄົມ ອອນລາຍ ນຳສະເໜີຂໍ້ມູນຂ່າວສານທີ່ເປັນການໂຈມຕີຣັຖບານລາວໃນຖານະທີ່ເປັນປະທານອາຊຽນ ທີ່ຈະຕ້ອງຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ໃນຊ່ວງລະຫວ່າງ ວັນທີ 6-12 ຕຸລາ 2024 ດັງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງໃນ​ສູນ​ກາງ​ພັກ ໄດ້ຢືນຢັນວ່າ:

“ກຸ່ມ​ຄົນ​ບໍ່​ດີ​ໄດ້​ພະຍາຍາມ​ສ້າງ​ຂ່າວ​ທີ່​ບິດ​ເບືອນ​ຄວາມ​ຈິງ ຂ່າວ​ປອມ​ແລະ​ໄດ້​ກ່າວ​ຫາ​ບັນຫາ​ສິດທິ​ມະນຸດ ບັນຫາປະຊາທິປະໄຕ, ບັນຫາຊົນເຜົ່າ ບັນຫາສາສະໜາ ການຈັດ ຕັ້ງປະຕິບັດເສັ້ນທາງລົດໄຟ ລາວ-ຈີນ ບັນຫາເງິນເຟີ້ ການແກ້ໄຂບັນຫາຢາເສບຕິດ ແລະບັນດາຂໍ້ມູນທີ່ບິດເບືອນ ຂ່າວທີ່ບໍ່ມີມູນຄວາມຈິງໃດໆ ​ຂ່າວ​ໃສ່ຮ້າຍປ້າຍສີທີ່​ກຸ່ມ​ຄົນ​ບໍ່​ດີ​ ແລະ​ອິດທິກຳລັງປອລະປັກ​ຕໍ່ຕ້ານ​ການ​ນຳພາ​ຂອງ​ພັກ​ ແລະ ລັດນັ້ນ​ ກໍ່ຄືອ​ວຽກ​ງານ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ.”

ໂດຍໃນວັນ​ທີ 10 ກໍລະກົດ 2024, ມີ​ລາຍ​ງານ​ວ່າ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ລາວ​ໄດ້​ກັກ​ຕົວ​ຊາຍ​ຊາວ​ລາວ​ຄົນ​ໜຶ່ງ. ໃນ​ຂະນະ​ທີ່​ພວກ​ກ່ຽວ​ໄດ້​ຖື​ປ້າຍ​ຜ້າ​ທີ່​ຂຽນ​ວ່າ, “ບໍ່ເອົາພວກສໍ້ລາດບັງຫຼວງ” ຍູ່ໃກ້ໆປະຕູໄຊ. ສ່ວນກ່ອນຫນ້ານີ້ ຜູ້​ກ່ຽວ​ຍັງໄດ້​ຖື​ປ້າຍ​ຜ້າ​ທີ່​ຂຽນ​ວ່າ: "ບໍ່ເອາຜະເດັດການ" ໂດຍຢືນຢູ່ທາງຫນ້າຫ້ອງການຂອງ ສະຫະປະຊາຊາດ ທີ່ວຽງຈັນແລະຍັງບໍ່ເປັນທີ່ຈະແຈ້ງວ່າຕໍາຣວດລາວໄດ້ດໍາເນີນຄະດີຫລືລົງໂທດຜູ້ກ່ຽວຫລືບໍ່.ສ່ວນຜູ້ນຳ ຊາວໜຸ່ມລາວ ທີ່ໄປເຮັດວຽກ ຢູ່ໄທ ໃຫ້ທັດສະນະວ່າ ຈຸດປະສົງ ຂອງການ ກັກຂັງ ດັ່ງກ່າວ ແມ່ນເພື່ອຈຳກັດສິດເສຣີພາບ ໃນການປາກເວົ້າຂອງປະຊາຊົນເພື່ອຮັກສາອຳນາດການເມືອງຂອງພັກປະຊາຊົນປະຕິວັດລາວ ເປັນສຳຄັນ ທາງດ້ານກະຊວງ​ຖະ​ແຫຼງ​ຂ່າວ​ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ໄດ້ມີຄໍາສັ່ງເຖິງສື່ມວນຊົນຂອງ. ລັດ ເພື່ອ​ໃຫ້​ຕື່ນຕັວ​ໃນ​ການ​ຕອບ​ໂຕ້​ຕໍ່​ສື່​ສັງຄົມ​ທີ່​ເປັນ​ສັດຕູ​ຂອງ​ພັກ-ລັດຍ່າງເທ່າທັນ ດັ່ງ​ທີ່​ ທ່ານ​ນາງສວນສະຫວັນ ວິຍະເກດ ລັດ ຖະມົນຕີກະຊວງ​ຖະ​ແຫຼງ​ຂ່າວ​ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ​ໄດ້ຍືນຍັນວ່າ:

“ໃນໄລຍະຜ່ານມາ ກະຊວງຂອງພວກເຮົາ ກໍໄດ້ຮັບການສົ່ງຂ່າວ​ຫຼາຍວ່າ ພວກ​ເຮາຍັງ​ບໍ່​ສາ​ມາດ​ຕອບ​ໂຕ້ທັນກັບສະ​ຖາ​ບການ​ຕໍ່ຫາງ​ສຽງ​ຕ່າງໆ​ທີ່ຕຳຫນິຫຼືວ່າທີ່ວິພາກວິຈານຕໍ່ການຊີ້​ນຳ ນຳພາ​ຂອງ​ພັກ ຫຼືວ່າກ່ຽວກັບບັນຫາ​ເສດຖະກິດ​ຕ່າງໆ ​ຂອງ​ປະ​ເທດເຮາຫັ່ນຫນະ​ ດັ່ງ​ນັ້ນ ພວກເຮາກໍ​ຕ້ອງໄດ້​ຄົ້ນ​ຄ້ວາ ​ເພື່ອ​ຊອກ​ຫາ​ວິຖີທາງ ເພື່ອ​ແກ້​ໄຂ, ຊີ້​ແຈງ​ ອະທິບາຍໃຫ້​ສັງຄົມໄດ້ຮັບ​ຮູ້ແລະ​ເຂົ້າ​ໃຈ​ຢ່າງ​ທັນ​ການ, ສະ​ນັ້ນ ພວກເຮາກໍຕ້ອງຮັບ​ຜິດ​ຊອບໜ້າ​ທີ່​ການ​ເມືອງ​ຂອງ​ຕົນ.”

ໃນປັດຈຸບັນ, ລາວມີສື່ສັງຄົມອອນລາຍ 100 ກວ່າແຫ່ງທີ່ຈົດທະບຽນຖືກຕ້ອງຕາມກົດໝາຍສື່ມວນຊົນ. ​ແຕ່​ກໍ​ຍັງ​ມີ​ອີກ​ຫຼາຍ​ສິບ​ລາຍ​ທີ່​ເຜີຍ​ແຜ່​ຂ່າວສານທີ່​ກ່ຽວ​ກັບ​ລາວ​ຍູ່​ຕ່າງປະ​ເທດ​ທີ່​ອຳນາດ​ການ​ປົກຄອງ​ລາວ​ບໍ່​ສາມາດ​ຄວບ​ຄຸມ​ໄດ້.ຈຶ່ງຕ້ອງການຈະພັດທະນາລະບົບເຄືອຂ່າຍສື່ມວນຊົນໃນລາວໃຫ້ມີຄວາມທັນສະໄໝ. ດ້ວຍ​ການ​ຊ່ວຍ​ເຫຼືອ​ດ້ານວິ​ຊາ​ການ​ແລະ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ຫນ້າ​ຈາກ​ຈີນ ເພື່ອເຮັດໃຫ້ສາ​ມາດ​ຕອບ​ໂຕ້​ກັບ​ສື່ສັງ​ຄົມ​ຢູ່​ຕ່າງ​ປະ​ເທດໄດ້​ຢ່າງ​ທັນ​ການ”

ຍິ່ງໄປກວ່ານັ້ນ, ກະຊວງຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ຍັງໄດ້ກວດກາ ແລະ ຄວບຄຸມການເຜີຍແຜ່ຂໍ້ມູນຂ່າວສານ ແລະຄວາມຄິດເຫັນຂອງປະຊາຊົນລາວ ໃນສື່ສັງຄົມຢ່າງເຂັ້ມງວດ. ໂດຍຖ້າໃຜຢາກເຜີຍແຜ່ຂໍ້ມູນຂ່າວສານ-ຂ່າວສານຈໍ່ສາທາລະນະໃນລາວ ກໍຕ້ອງໄດ້ລົງທະບຽນຕາມກົດໝາຍສື່ມວນຊົນ ຈຶ່ງຈະສາມາດ ດໍາເນີນການໄດ້. ແຕ່ຖ້າຫາກວ່າຜູ້ໃດຍັງບໍ່ທັນໄດ້ຮັບການອະນຸຍາດດັ່ງກ່າວ ກໍຈະຖືວ່າເປັນສື່ສັງຄົມທີ່ຜິດກົດໝາຍໃນລາວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG