ປະເທດລາວໄດ້ຮັບສ່ວນແບ່ງເງິນຕາຕ່າງປະເທດພຽງແຕ່ 20ເປີເຊັນ ຈາກການສົ່ງອອກກະແສໄຟຟ້າໄປຕ່າງປະເທດ ເຮັດໃຫ້ປະເທດລາວສືບຕໍ່ຂາດດຸນການຊໍາລະເງິນຕາຕ່າງປະເທດເລື່ອຍມາ
ເຈົ້າຫນ້າທີ່ຂັ້ນສູງຂອງທະນາຄານແຫ່ງຊາດ ເປີດເຜີຍວ່າສາເຫດສໍາຄັນທີ່ເຮັດໃຫ້ ສປປ ລາວ ຍັງສືບຕໍ່ປະເຊີນກັບບັນຫາການຂາດເຂີນຄັງສຳຮອງເງິນຕາຕ່າງປະ ເທດ ທັງຍັງມີຄວາມສ່ຽງສູງທີ່ຈະເພີ້ມຂຶ້ນເຖິງຈຸດທີ່ບໍ່ມີເງິນຕາຕ່າງປະເທດເພື່ອຊໍາລະເງິນກູ້ ແລະລາຄາສິນຄ້າທີ່ນໍາເຂົ້າຈາກຕ່າງປະເທດດ້ວຍນັ້ນ ແມ່ນວ່າການທີ່ລາວໄດ້ຮັບຜົນປະໂຫຍດຢ່າງຈຳກັດຈາກໂຄງການລົງທຶນໂດຍກົງຈາກຕ່າງປະເທດໃນລາວ. ເຊິ່ງເຫັນໄດ້ຈາກການສົ່ງອອກໄຟຟ້າໄປຕ່າງປະເທດທີ່ມີມູນຄ່າລວມ 2,382 ລ້ານໂດລາສະຫະລັດໃນປີ 2023 ນັ້ນ ແຕ່ວ່າກໍ່ໄດ້ມີການໂອນເງິນຕາເຂ້າມາໃນລາວພຽງແຕ່ 476.4 ລ້ານໂດລາ ຫຼື 20 ເປີເຊັນ ຂອງມູນຄ່າການສົ່ງອອກໄຟຟ້າທັງໝົດ. ທັງນີ້ກໍຍ້ອນວ່າລາຍຮັບທີ່ໄດ້ຈາກການສົ່ງອອກໄຟຟ້າສ່ວນໃຫຍ່ ແມ່ນໃຊ້ຈ່າຍຄືນເງິນກູ້ຈາກຕ່າງປະເທດເປັນດ້ານຫຼັກ. ດັ່ງທີ່ເຈົ້າໜ້າທີ່ອາວຸໂສທະນາຄານແຫ່ງຊາດລາວ ໃຫ້ການອະທິບາຍກ່ຽວກັບສະພາບການໃນໄລຍະ 6 ເດືອນຕົ້ນປີ 2024 ວ່າ:
“ບັນຫາພື້ນຖານແມ່ນການຂາດດຸນເງິນຕາຕ່າງປະເທດໃນ 6 ເດືອນຕົ້ນປີນີ້ ອີງໃສ່ສະຖິຕິການສົ່ງອອກ ແມ່ນພວກເຮົາຍັງມີການເກີນດຸນການຄ້າ. ແຕ່ເຮົາມາໄລ່ເບິ່ງກະແສເງິນແລ້ວ ຍັງມີການຂາດດຸນໂດຍລວມ ຍ້ອນວ່າຜູ້ສົ່ງອອກສ່ວນຫຼາຍກໍແມ່ນຜູ້ທີ່ລົງທຶນຈາກຕ່າງປະເທດ, ເຂົາເຈົ້າກູ້ຢືມເງິນມາລົງທຶນ. ສະນັ້ນ ເວລາທີ່ສົ່ງອອກໄປແລ້ວ ເຂົາເຈົ້າອາດຈະຕັດເງິນສ່ວນນຶ່ງໄປຊໍາລະຫນີ້ສິນ ຫຼື ເພື່ອຊໍາລະບໍລິສັດແມ່ຂອງພວກເຂົາເຈົ້າ. ໂດຍສະເພາະຂະແໜງໄຟຟ້າແຫ່ງນີ້ເປັນຂະແໜງທີ່ສົ່ງອອກຫຼາຍ ແຕ່ວ່າເງິນຕານີ້ ເຂົາເຈົ້ານຳເຂົ້າມາໄດ້ປະມານ 20 ເປີເຊັນ ເພາະທີ່ເຫຼືອແມ່ນຊຳລະຫນີ້ໃຫ້ທະນາຄານທີ່ເຂົາເຈົ້າກູ້ຍືມມາ.”
ໃນ 6 ເດືອນຕົ້ນປີ 2024 ປະກົດວ່າ ລາວມີມູນຄ່າການຄ້າທັງໝົດ 9,160 ລ້ານໂດລາ ມີມູນຄ່າການຄ້າເກີນດຸນ 331 ລ້ານໂດລາ ແຕ່ຖ້າບໍ່ລວມມູນຄ່າການສົ່ງອອກໄຟຟ້ານັ້ນ ປະກົດວ່າ ສປປ ລາວ ຍັງຂາດດຸນການຄ້າກັບຕ່າງປະເທດທັງໝົດ 451 ລ້ານໂດລາ ເຊິ່ງເປັນຍ້ອນການນໍາເຂົ້ານໍ້າມັນ ແລະສິນຄ້າບໍລິໂພກທີ່ຕ້ອງຈ່າຍເປັນເງິນຕາຕ່າງປະເທດເປັນຕົ້ນຕໍ. ໂດຍສະເພາະການນໍາເຂົ້າສິນຄ້າຟຸ້ມເຟືອຍເຊັ່ນຍານພາຫະນະລົດຍົນນັ້ນ ແມ່ນສາເຫດທີ່ເຮັດໃຫ້ຄັງສຳຮອງເງິນຕາຕ່າງປະເທດຂອງລາວໄດ້ຫຼຸດລົງນັບມື້, ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:
“ການທີ່ເຮົາເກີນດຸນການຄ້າ ຫຼາຍຄົນເຂົ້າໃຈຜິດວ່າເປັນຫຍັງແກ້ໄຂບັນຫານີ້ບໍ່ໄດ້ເພາະວ່າການເກີນດຸ່ນດັງກ່າວມັນບໍ່ແມ່ນເງິນທີ່ໄຫຼເຂົ້າມາໃນເສດຖະກິດຂອງລາວມັນແມ່ນການລົງທຶນ FDI ການລົງທຶນໂດຍກົງ ເຂົາໄດ້ເງິນມາ ເຂົາກະສົ່ງໄປຕ່າງປະເທດເຂົາເຈົ້າ, ສະນັ້ນ, ເປັນໄປໄດ້ບໍ່ທີ່ລັດຖະບານຈະມີນະໂຍບາຍໃນການຫຼຸດສິນຄ້າຟຸ້ມເຟືອຍຄືລົດຫລູ ຫຼື ຫຍັງຕ່າງໆນີ້ ກວມຮອດ 400 ກວ່າລ້ານໂດລາ ບໍ່ຮອດເຄິ່ງປີ, ສະນັ້ນ ຄັນເຮົາຫຼຸດໂຕນີ້ໄດ້ ມັນກະຈະຫຼຸດເງິນໄຫຼອອກ.”
ແຕ່ແນວໃດກໍຕາມ ລັດຖະບານລາວກະໄດ້ປະຕິບັດຫຼາຍມາດຕະການເພື່ອຄວບຄຸມການນໍາເຂົ້າສິນຄ້າຢູ່ດ່ານຊາຍແດນໃນຂອບເຂດທົ່ວປະເທດ. ໂດຍສະເພາະແມ່ນການຄວບຄຸມການນໍາເຂົ້ານໍ້າມັນເຊື້ອໄຟ, ພ້ອມກັນນັ້ນ ຍັງໄດ້ປັບຂື້ນອັດຕາພາສີມູນຄ່າເພີ້ມຈາກ 7 ເປີເຊັນ ເປັນ 10 ເປີເຊັນ ເພື່ອເຮັດໃຫ້ລັດຖະບານມີລາຍຮັບຈາກການເກັບພາສີການຄ້າເພີ້ມຂຶ້ນ. ລວມທັງການສະກັດກັ້ນການຮົ່ວໄຫຼຂອງລາຍຮັບພາສີນໍ້າມັນ ດ້ວຍການຕິດຕາມກວດກາຢ່າງໃກ້ຊິດ ແຕ່ໃນການຈັດຕັ້ງການປະຕິບັດຕົວຈິງ ມັນຍັງບໍ່ມີປະສິດທິພາບ. ຈຶ່ງເຮັດໃຫ້ລາວຍັງຕ້ອງປະເຊີນກັບບັນຫາການຂາດດຸນການຊໍາລະເງິນຕາຕ່າງປະເທດຈົນເຖິງປັດຈຸບັນນີ້.
ສ່ວນນັກຊ່ຽວຊານດ້ານການເງິນ ແລະການທະນາຄານໃນອາຊຽນໃຫ້ທັດສະນະວ່າ ໜີ້ສິນສາທາລະນະຂອງລັດຖະບານລາວຈະເພີ້ມຂຶ້ນເປັນ 18,550 ລ້ານໂດລາ ຫຼື ປະມານ 129 ເປີເຊັນຂອງ GDP ໃນທ້າຍປີ 2024, ຕົ້ນຕໍກະແມ່ນມາຈາກການກູ້ຢືມຈາກຕ່າງປະເທດ ເພື່ອສະໜອງທຶນໃຫ້ແກ່ໂຄງການພັດທະນາພື້ນຖານໂຄງລ່າງທີ່ກວມເອົາ 60 ເປີເຊັນຂອງຫນີ້ສິນທັ້ງໝດ ອັນໄດ້ເຮັດໃຫ້ລັດຖະບານລາວຕ້ອງຊຳລະໜີ້ຄືນໃນປີ 2024 ທີ່ມູນຄ່າລວມ 1,500 ລ້ານໂດລາ ແລະຈະເພີ້ມຂຶ້ນໃນຊຸມປີຕໍ່ໜ້າ ຍ້ອນວ່າລັດຖະບານລາວ ຍັງຈະຕ້ອງກູ້ຢືມເງິນຈາກຕ່າງປະເທດຕື່ມອີກເພື່ອນໍາມາໃຊ້ເຂົ້າໃນໂຄງການພັດທະນາຕ່າງໆ ຍ້ອນວ່າມີລາຍຮັບບໍ່ພຽງພໍກັບລາຍຈ່າຍໃນຕະຫຼອດໄລຍະຜ່ານມາ.
ຟໍຣັມສະແດງຄວາມຄິດເຫັນ