ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໘ ມິຖຸນາ ໒໐໒໔

ເກົາຫຼີເໜືອ ແລະ ຣັດເຊຍ ເຊັນລົງນາມໃຫ້ການຊ່ວຍເຫຼືອທາງທະຫານ ຖ້າໃຜຜູ້ນຶ່ງຖືກໂຈມຕີ


ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ, ຊ້າຍ, ແລະຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໄດ້ແລກປ່ຽນເອກະສານນໍາກັນ ໃນລະຫວ່າງພິທີເຊັນລົງນາມຄູ່ຮ່ວມພາຄີໃໝ່ ໃນນະຄອນຫຼວງພຽງຢາງ, ເກົາຫຼີເໜືອ, ວັນທີ 19 ມິຖຸນາ 2024.
ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ, ຊ້າຍ, ແລະຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໄດ້ແລກປ່ຽນເອກະສານນໍາກັນ ໃນລະຫວ່າງພິທີເຊັນລົງນາມຄູ່ຮ່ວມພາຄີໃໝ່ ໃນນະຄອນຫຼວງພຽງຢາງ, ເກົາຫຼີເໜືອ, ວັນທີ 19 ມິຖຸນາ 2024.

ເກົາຫຼີເໜືອ ແລະ ຣັດເຊຍ ໄດ້ຕົກລົງທີ່ຈະສະໜອງການຊ່ວຍເຫຼືອທາງທະ ຫານໃນທັນທີ ຖ້າປະເທດທັງສອງຫາກຕ້ອງປະເຊີນກັບການຮຸກຮານດ້ວຍກຳ ລັງອາວຸດ, ອີງຕາມຂໍ້ຄວາມສະບັບເຕັມຂອງຂໍ້ຕົກລົງທີ່ນຳອອກເຜີຍແຜ່ໃນວັນ ພະຫັດມື້ນີ້ໂດຍພຽງຢາງ ລຸນຫຼັງການຢ້ຽມຢາມຂອງປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ.

ພຽງບໍ່ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກ ​ທ່ານ ປູຕິນ ອອກ​ເດີນທາງ​ສູ່ຈຸດໝາຍ​ຕໍ່​ໄປຢູ່ ປະເທດ ຫວຽດນາມ, ສື່​ມວນ​ຊົນທາງການ​ຂອງ​ເກົາຫຼີ​ເໜືອ​ໄດ້​ພິມ​ເຜີຍ​ແຜ່ “ສົນທິສັນຍາ​ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ,” ​ເຊິ່ງ​ໄດ້ທໍາ ການ​ຟື້ນ​ຟູ​ຂໍ້​ຕົກລົງທາງ​ດ້ານຄວາມ​ໝັ້ນຄົງຂອງ​ປະ​ເທດ​ໃນ​ຊຸມ​ປີ 1960 ທີ່ຍັງ ຄົງຄ້າງຢູ່.

ຂໍ້​ຕົກ​ລົງ​ທີ່ ​ທ່ານ ປູຕິນ ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ໄດ້ເຊັນ​ລົງ​ນາມກັນ​ໃນ​ວັນ​ພຸດ​ວານ​ນີ້ ແມ່ນ​ນຶ່ງ​ໃນ​ບັນ​ດາ​ການ​ດໍາເນີນງານຂອງ ຣັດເຊຍ ໃນລະດັບ​ສູງ​ທີ່​ສຸດ​ຢູ່ເອ​ເຊຍໃນ​ຮອບ​ຫຼາຍ​ປີ. ທ່ານ ​ປູ​ຕິນ ​ເດີນທາງໄປ​ຢ້ຽມ​ຢາມ​ຈີນ​ໃນ​ເດືອນ​ແລ້ວ​ນີ້ ພຽງ​ບໍ່​ດົນ​ຫຼັງ​ຈາກ​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ໄໝ​ທີ 5 ຂອງ ຣັດເຊຍ.

ໃນຂໍ້ຕົກລົງຂອງມາດຕາທີ 4 ຂອງຖະແຫຼງການກ່າວວ່າ “ຖ້າ​ຝ່າຍ​ໃດ​ຝ່າຍ​ນຶ່ງຫາກ​ປະ​ເຊີນ​ໜ້າ​ກັບ​ການ​ບຸກ​ໂຈມ​ຕີ​ດ້ວຍ​ກຳລັງ​ອາວຸດ​ ແລະ​ຕົກ​ຢູ່​ໃນ​ສະພາບແຫ່ງ​ສົງຄາມ, ອີກ​ຝ່າຍ​ນຶ່ງ​ ຈະຕ້ອງ​ນຳ​ໃຊ້​ທຸກ​ວິທີ​ທາງ​ທີ່​ມີ​ຢູ່​ໃນ​ທັນທີ​ ເພື່ອ​ສະໜອງ​ການຊ່ວຍເຫຼືອທາງ​ທະຫານ ​ແລະໃຫ້​ການ​ຊ່ວຍ​ເຫຼືອ​ອື່ນໆ​ຕາມ​ມາດຕາ 51 ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ​ກົດໝາຍ​ຂອງ​ແຕ່ລະ​ປະ​ເທດ.”

ມາດ​ຕາ 51 ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ​ ໃຫ້​ສິດປະ​ເທດ​ສະ​ມາ​ຊິກ​ໃນ​ການ​ດໍາ​ເນີນ​ການ​ປ້ອງ​ກັນ​ຕົນ​ເອງສໍາລັບ​ສ່ວນ​ບຸກ​ຄົນ ​ຫຼື ປົກປ້ອງສ່ວນ​ລວມ​.

ທ່ານ ກິມ ໄດ້ສະທ້ອນໃຫ້ເຫັນ​ເຖິງ​ຄຳ​ຖະ​ແຫຼງ​ຂອງ​ ທ່ານ ປູຕິນ ຢ່າງ​ແຈ່ມ ແຈ້ງ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ການພົວພັນທີ່ເລິກເຊິ່ງຂອງພວກເຂົາ ເພື່ອ​ຕໍ່​ສູ້ກັບ​ນະ​ໂຍ​ບາຍ “ລັດທິຈັກກະພັດນິຍົມທີ່ມີພະລັງອໍານາດ” ຂອງ​ຝ່າຍ​ຕາ​ເວັນ​ຕົກ, ແລະໂດຍສະເພາະແມ່ນ ສະ​ຫະ​ລັດ, ລວມ​ທັງ​ການ​ສະ​ໜັບ​ສະ​ໜູນ​ຂອງພວກ ເຂົາຕໍ່ ຢູ​ເຄຣນ.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງວ່າ ຂໍ້​ຕົກລົງ​ດັ່ງກ່າວ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສົງຄາມ​ຂອງ ຣັດ​ເຊຍ ກັບ ​ຢູ​ເຄຣນ ​ໄດ້ແນວ​ໃດ, ​ເຊິ່ງ ຣັດເຊຍ ໄດ້ດໍາເນີນການ​ເລີ້​ມຕົ້ນ​ດ້ວຍ​ການ​ບຸກ​ໂຈມ​ຕີ​ໃນ​ເດືອນ​ກຸມພາ​ປີ 2022.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

SEOUL, June 20 (Reuters) - North Korea and Russia have agreed to provide immediate military assistance if either faces armed aggression, according to the full text of a landmark pact released on Thursday by Pyongyang after a visit by Russian President Vladimir Putin.

Hours after Putin departed for his next stop, Vietnam, North Korea's state media published the "Treaty on Comprehensive Strategic Partnership", which effectively revives a defunct mutual defence agreement from the 1960s.

The agreement, which Putin and North Korean leader Kim Jong Un signed on Wednesday, is one of the highest-profile moves in Asia by Moscow in years. Putin visited China last month soon after his inauguration for a fifth term as president.

"If either side faces an armed invasion and is in a state of war, the other side will immediately use all available means to provide military and other assistance in accordance with Article 51 of the U.N. Charter and the laws of each country," Article 4 of the agreement says.

Article 51 of the U.N. Charter provides for the right of a member country to take individual or collective self-defence actions.

Kim echoed Putin's statement explicitly linking their deepening ties to fighting the "hegemonic and imperialist" policies of the West and the United State in particular, including its support for Ukraine.

It is unclear how the agreement will affect Russia's war against Ukraine, which began with an invasion in February 2022

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG