ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຊ່ຽວຊານທາງການເງິນຢືນຢັນວ່າ ລາວ ມີຊັບສິນພຽງພໍເພື່ອຊຳລະໜີ້ສາທາລະນະປີ 2024


ເງິນໃບ 100 ໂດລາ ສະຫະລັດ. AFP PHOTO / ADEK BERRY (Photo by ADEK BERRY / AFP)
ເງິນໃບ 100 ໂດລາ ສະຫະລັດ. AFP PHOTO / ADEK BERRY (Photo by ADEK BERRY / AFP)

ນັກຊ່ຽວຊານດ້ານການເງິນ ການທະນາຄານໃນເອເຊຍ ໃຫ້ທັດສະນະວ່າລັດຖະບານລາວຍັງມີຄວາມສາມາດໃນການຊຳລະໜີ້ຕ່າງປະເທດໃນປີ 2024 ທີ່ຄິດເປັນມູນຄ່າລວມ 1,500 ລ້ານໂດລາ ເພາະວ່າລັດຖະບານລາວມີລາຍຮັບຈາກຄ່າສຳປະທານການຂຸດຄົ້ນແຮ່ມາດ, ການສົ່ງອອກກະແສໄຟຟ້າ ແລະ ການທ່ອງທ່ຽວທີ່ຟື້ນຕົວດີຂຶ້ນ ອັນຈະເຮັດໃຫ້ທຸກລະກິດພາກບໍລິການ ແລະ ການທ່ອງທ່ຽວມີລາຍຮັບເປັນເງິນຕາຕ່າງປະເທດເພີ່ມຂຶ້ນນັ້ນ ຈຶ່ງເຊື່ອໝັ້ນວ່າລັດຖະບານລາວຈະມີທຶນສຳຮອງເງິນຕາຕ່າງປະເທດທີ່ພຽງພໍສຳລັບການຊຳລະໜີ້ຕ່າງປະເທດໃນປີ 2024 ຢ່າງແນ່ນອນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG