ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ ຄາດ​ວ່າ​ປີ 2024 ຈະ​ມີ​ນັກ​ທ່ອງ​ທ່ຽວ ມາ​ທ່ຽວ​ຫຼາຍກວ່າ 5 ລ້ານ​ຄົນ


ພາບນີ້ໄດ້ຈາກວີດີໂອຂອງໂທລະພາບແຫ່ງຊາດເມື່ອວັນທີ 16 ຕຸລາ 2021 ໂດຍຜ່ານໂທລະພາບຂອງອົງການຂ່າວ AFPTV ສະແດງໃຫ້ເຫັນສະຖານີລົດໄຟລາວ-ຈີນ ນະຄອນຫຼວງວຽງຈັນ.
ພາບນີ້ໄດ້ຈາກວີດີໂອຂອງໂທລະພາບແຫ່ງຊາດເມື່ອວັນທີ 16 ຕຸລາ 2021 ໂດຍຜ່ານໂທລະພາບຂອງອົງການຂ່າວ AFPTV ສະແດງໃຫ້ເຫັນສະຖານີລົດໄຟລາວ-ຈີນ ນະຄອນຫຼວງວຽງຈັນ.

ເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ ທ່ານ ອາດ​ສະ​ພັງ​ທອງ ສີ​ພັນ​ດອນ ໄດ້​ໃຫ້​ການ​ຄາດ​ໝາຍ​ວ່າ​ໃນ​ຕະຫຼອດ​ປີ​ທ່ອງ​ທ່ຽວ​ລາວ 2024 ນີ້​ຈະ​ມີ​ຊາວ​ຕ່າງ​ຊາດ​ເດີນ​ທາງ​ມາ​ທ່ອງ​ທ່ຽວ​ໃນ​ນະ​ຄອນຫຼວງວຽງ​ຈັນ 5 ລ້ານກວ່າ​ຄົນ​ຢ່າງ​ແນ່ນອນ ໃນ​ນີ້ 70 ເປີ​ເຊັນ​ຈະ​ເດີນ​ທາງ​ຜ່ານ​ດ່ານ​ທີ່​ຂົວ​ມິດ​ຕະ​ພາບ​ລະ​ຫວ່າງ ລາວ-ໄທ ແຫ່ງ​ທີ 1 ແລະ ນັກ​ທ່ອງ​ທ່ຽວ​ທີ່​ຈະ​ເດີນ​ທາງ​ມາ​ນະ​ຄອນຫຼວງວຽງ​ຈັນຫຼາຍ​ທີ່​ສຸດ​ນັ້ນ ກໍ​ຍັງ​ຈະ​ເປັນ​ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ ໄທ ແລະ ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ​ດ້ວຍ​ກັນ ຕິດ​ຕາມ​ດ້ວຍ​ນັກ​ທ່ອງ​ທ່ຽວ​ຈີນ ທີ່​ສາ​ມາດ​ຈະ​ເດີ​ນ​ທາງ​ມາ​ລາວ​ໄດ້​ທັງ​ທາງ​ລົດ​ຍົນ, ລົ​ດ​ໄຟ ແລະ ເຮືອ​ບິນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG