ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຊ່ວຍ​ເຫຼືອ​ລາວ​ ເພື່ອ​ເພີ່ມ​ມາດ​ຕະ​ການກວດ​ກາ​ຂໍ້​ມູນ​ຂ່າວ​ສານ​ໃນ​ສື່​ສັງ​ຄົມ​ຢ່າງ​ເຂັ້ມ​ງວດ


ສັນ​ຍາ​ລັກ​ຂອງ Facebook.
ສັນ​ຍາ​ລັກ​ຂອງ Facebook.

ພິ​ທີ​ມອບ​ຮັບ ແລະ ເປີດ​ນຳ​ໃຊ້​ອາ​ຄານ​ສະ​ຖາ​ບັນ​ເທັກ​ໂນ​ໂລ​ຈີ-ການ​ສື່​ສານ-ຂໍ້​ມູນ​ຂ່າວ​ສານ​ໄດ້​ມີ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ເມື່ອ​ທ້າຍ​ເດືອນ​ພຶດ​ສ​ະ​ພາ 2024 ທີ່​ຜ່ານ​ມາ ຊຶ່ງ​ຖື​ເປັນ​ພາກ​ສ່ວນ​ນຶ່ງ​ຂອງ​ການ​ຊ່ວຍ​ເຫຼືອ​ເພື່ອ​ການ​ພັດ​ທະ​ນາ​ເທັກ​ໂນ​ໂລ​ຈີ​ດ້ານ​ຂໍ້​ມູນ​ຂ່າວ​ສານ ທີ່​ລັດ​ຖະ​ບານ ຈີນ ໄດ້​ໃຫ້​ແກ່​ລັດ​ຖະ​ບານ ລາວ ພາຍ​ໃຕ້​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ເປັນ​ຫຸ້ນ​ສ່​ວນ ແລະ ຄູ່​ຮ່ວມ​ຊະ​ຕາ​ກຳ​ໃນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ​ຈາກ​ປີ 2016 ເປັນ​ຕົ້ນ​ມາ ໂດຍ​ສຳ​ລັບ​ການ​ຊ່ວຍ​ເຫຼືອ​ດັ່ງ​ກ່າວນີ້​ກໍ​ແນ​ໃສ່​ການ​ພັ​ທ​ະ​ນາ​ບຸກ​ຄະ​ລາ​ກອນ​ດ້ານ ICT ຂອງ​ລາວ​ໃຫ້​ມີ​ຄວາມ​ຮູ້-ຄວາ​ສາ​ມາດ​ຢ່າງ​ເທົ່າ​ທຽມ​ກັນ​ກັບ​ສະ​ພາບ​ການ​ດ້ານ ICT ໃນ​ໂລກ​ທີ່​ປ່ຽນ​ແປງ​ຕະຫຼອດ​ເວ​ລາ​ນັ້ນ ດັ່ງ​ທີ່​ທ່ານ ບໍ່​ວຽງ​ຄຳ ວົງ​ດາ​ຣາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ເທັກ​ໂນ​ໂລ​ຈີ ແລະ ການ​ສື່​ສານ ຖະ​ແຫຼງ​ຢືນ​ຢັນ​ໃນ​ພິ​ທີ​ມອບ​ຮັບ​ດັ່​ງ່​ກາວນີ້​ວ່າ

“ໂຄງ​ການ​ກໍ່​ສ້າງ​ສະ​ຖາ​ບັນ​ເທັກ​ໂນ​ໂລ​ຈີ​ການ​ສື່​ສານ-ຂໍ້​ມູນ​ຂ່າວ​ສານ​ເປັນ 1 ໃນ​ບັນ​ດາ​ໂຄງ​ການ​ທີ່​ລັດ​ຖະ​ບານ​ແຫ່ງ ສ​ປ ຈີນ ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ລັດ​ຖະ​ບານ ສ​ປ​ປ ລາວ ແລະ ເປັນ​ໂຄງ​ການ​ຕົວ​ແບບ​ທີ່​ຝ່າຍ ຈີນ ມອບ​ໃຫ້​ຝ່າຍ​ລາວ ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ເອງ ເລີ່ມ​ຕັ້ງ​ແຕ່​ການ​ຄັດ​ເລືອກ​ບໍ​ລິ​ສັດ​ທີ່​ປຶກ​ສາ ບໍ​ລິ​ສັດ​ອອກ​ແບບ​ຕຶ​ກ​ອາ​ຄານ ແລະ ຄຸ້ມ​ຄອງ​ການ​ກໍ່​ສ້າງ ສະ​ແດງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ​ໄມ​ຕ​ຣີ-ມິດ​ຕະ​ພາບ ແລະ ຄວາມ​ຮັກ​ແພງ​ຂອງ​ພັກ-ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຈີນ ທີ່​ໄດ້​ມອບ​ໃຫ້​ແກ່​ພັກ-ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວ.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG