ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ກິ​ລາ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວ ບໍ່​ສາ​ມາດ​ລົງ​ຄັດ​ເລືອກນັກ​ກິ​ລາ​ໂອ​ລິມ​ປິກ​ ສະ​ຫະ​ລັດ​ ຍ້ອນ​ໄດ້ແຂ່ງ​ຂັນ​ໃຫ້​ປະ​ເທດ​ລາວ ໃນ​​ຊີ​ເກມ


ເຈົ້າ​ໜ້າ​ທີ່ ປາ​ຣີ ເປີດ​ຕົວ​ສັນ​ຍາ​ລັກ​ກິ​ລາ​ໂອ​ລິມ​ປິກ​ຢູ່ເດີ່ນ ໂຕ​ຣ​ກາ​ເດ​ໂຣ, ນະ​ຄອນຫຼວງ ປາ​ຣີ, ຝ​ຣັ່ງ, 13 ກັນ​ຍາ 2017.
ເຈົ້າ​ໜ້າ​ທີ່ ປາ​ຣີ ເປີດ​ຕົວ​ສັນ​ຍາ​ລັກ​ກິ​ລາ​ໂອ​ລິມ​ປິກ​ຢູ່ເດີ່ນ ໂຕ​ຣ​ກາ​ເດ​ໂຣ, ນະ​ຄອນຫຼວງ ປາ​ຣີ, ຝ​ຣັ່ງ, 13 ກັນ​ຍາ 2017.

ບັນ​ດາ​ນັກ​ກິ​ລາ​ທັງຫຼາຍ​ແມ່ນ​ກຳ​ລັງ​ທຳ​ການ​ຄັດ​ເລືອກ​ຢ່າງ​ດຸດ​ເດືອດ​ ເພື່ອ​ເປັນ​ຕົວ​ແທນ​ຂອງ​ປະ​ເທດ​ເຂົ້າ​ແຂ່ງ​ຂັນ​ໃນ​ກິ​ລາ​ໂອ​ລິມ​ປິກ ທີ່​ຈະ​ຖື​ກ​ຈັດ​ຂຶ້ນ​ໃນ​ນະ​ຄອນຫຼວງ ປາ​ຣີ ປະ​ເທດຝ​ຣັ່ງ ໃນ​ອີກບໍ່​ເທົ່າ​ໃດ​ເດືອນ​ຈະ​ມາ​ເຖິງນີ້. ສ່ວນນັກ​ກິ​ລາ ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ລາວ ຈຳ​ນວນ​ນຶ່ງ​ທີ່​ໄດ້​ແຂ່ງ​ຂັນກິ​ລາ​ຊີ​ເກມ​ໃຫ້​ປະ​ເທດ​ລາວ ແມ່ນ​ໝົດ​ສິດ​ລົງ​ຄັດ​ເລືອກ​ແຂ່ງ​ຂັນ​ໃຫ້ ສະ​ຫະ​ລັດ ແຕ່ກໍຍັງມີໂອກາດເປັນຕົວແທນໃຫ້ແກ່ ປະເທດບ້ານເກີດຂອງພໍ່ແມ່ ກໍເປັນໄດ້.

ຍັງ​ເຫຼືອ​ອີກ 57 ວັນ ​ກິ​ລາ​ໂອ​ລິມປິກ ປາ​ຣີ 2024 ກໍ​ຈະ​ໄດ້​ເລີ່ມ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ເຊິ່ງ​ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກ​ໃນ​ຄັ້ງ​ນີ້​ແມ່ນ​ແຕກ​ຕ່າງ​ຈາກ​ການ​ແຂ່ງ​ຂັນ​ທີ່​ຜ່ານ​ມາ​, ໂດຍ​ຈະ​ບໍ່​ມີ​ການ​ເປີດ​ພິ​ທີ​ການ​ແຂ່ງ​ຂັນ​ໃນ​ສະ​ໜາມ​ກິ​ລາ​ຂະ​ໜາດ​ໃຫຍ່ ແຕ່​ຈະ​ເ​ປັນ​ການແຫ່​ຂະ​ບວນ​ທາງເຮືອ​ຕາມ​ແມ່​ນ້ຳ​ແຊນ ຍາວ 4 ໄມ ຫຼື 6.4 ກິໂລແມັດ ​ແທນ. ຟັງ​ເບິ່ງ​ແລ້ວ​ໜ້າ​ຕື່ນ​ເຕັ້ນຫຼາຍ.

ນັກ​ກິ​ລາ​ໃນ​ແຕ່​ລະ​ປະ​ເທດ​ແມ່ນ​ກຳ​ລັງ​ທຳ​ການ​ຄັດ​ເລືອກ​ຢູ່ ແລະ ໄລ​ຍະ​ຂອງ​ການ​ຄັດ​ເລືອກ​ກິ​ລາ​ໂອ​ລິມ​ປິກ 2024 ແມ່ນ​ແຕກ​ຕ່າງ​ກັນ ​ຕາມ​ປະ​ເພດ​ຂອງ​ກິ​ລາ.

ການ​ຄັດ​ເລືອກ​ນັກ​ກິ​ລາ​ໂອ​ລິມ​ປິກຂອງສະ​ຫະ​ລັດ ຈຳ​ນວນ​ນຶ່ງ​ແມ່ນ​ໄດ້​ສຳ​ເລັດ​ໄປ​ແລ້ວ, ແຕ່​ອີກຫຼາຍ​ປະ​ເພດ​ກິ​ລາ​ແມ່ນ​ມີ​ກຳ​ນົດຈະ​ແລ້ວ​ສຳ​ເລັດ​ ໃນ​ເດືອນ​ມິ​ຖຸ​ນານີ້.

ຂໍ້​ຮຽກ​ຮ້ອງ​ສຳ​ລັບ​ການ​ເຂົ້າ​ຄັດ​ເລືອກ​ນັ້ນ, ນັກ​ກິ​ລາ​ແຕ່​ລະ​ຄົນ​ຕ້ອງ​ເປັນ​ຄົນ​ໄດ້ຮັບສັນ​ຊາດອາ​ເມ​ຣິ​ກັນ, ແລະ ຕ້ອງ​ເປັນ​ສະ​ມາ​ຊິກຂອງສະ​ມາ​ຄົມ​ແລ່ນ​ແລະ​ລານ​ສະ​ຫະ​ລັດ ເປັນ​ຕົ້ນ.

ນັກ​ກິ​ລາ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ ຈຳ​ນວນ​ນຶ່ງແມ່ນບໍ່​ສາ​ມາດ​ລົງ​ຄັດ​ເລືອກ​ເພື່ອ​ເປັນ​ຕົວ​ແທນ​ໃຫ້​ ສະ​ຫະ​ລັດ ໄດ້, ຍ້ອນ​ເຂົາ​ເຈົ້າ​ໄດ້​ເປັນ​ຕົວ​ແທນ​ໃຫ້​ປະ​ເທດ ລາວ ໃນ​ການ​ແຂ່ງ​ຂັນ​ກິ​ລາ​ຊີ​ເກມ ​ຄັ້ງ​ທີ່​ຜ່ານ​ມາ.

ທ່ານ ຈອນ ເມ​ສ​ຊີ​ນາ ມີ​ລູກ​ສາວກົກຊື່ວ່າ ນາງແອ​ນ​ເຈີລິ​ນາ ແມັ​ສ​ຊິ​ນາ​ ທີ່ເຄີຍ​ຜ່ານ​ເຂົ້າ​ຄັດ​ເລືອ​ກ​ທີມ​ນັກ​ລອຍ​ນ້ຳ ໂອ​ລິມ​ປິກ ຂອງສະ​ຫະ​ລັດ, ແຕ່ບໍ່​ສາ​ມາດ​ຄັດ​ເລືອກ​ອີກ​ຍ້ອນ​ລາວ​ ໄດ້​ລົງ​ແຂ່ງ​ຂັນ​ໃຫ້​ທີມ​ຊາດ​ລາວ ​ໃນ​ກິ​ລາ​ຊີ​ເກມ​ຄັ້ງ​ທີ່​ຜ່ານ​ມາ​ ໃນ​ປະ​ເທດ ກຳ​ປູ​ເຈຍ.

ຄອ​ບ​ຄົວ​ທ່ານ​ຈອນ ແລະ​ຍາ​ນາງ​ລີ ສະມັຍຍະວົງ ແມັສ​ຊີ​ນາ, ນາງແອນເຈີລີນາ ສະມັຍຍະວົງ ຢູ່ກາງ.
ຄອ​ບ​ຄົວ​ທ່ານ​ຈອນ ແລະ​ຍາ​ນາງ​ລີ ສະມັຍຍະວົງ ແມັສ​ຊີ​ນາ, ນາງແອນເຈີລີນາ ສະມັຍຍະວົງ ຢູ່ກາງ.

ທ່ານຈອນ ເມ​ສ​ຊີ​ນາ ກ່າວ​ວ່າ “​ລູກ​ສາວ​ຂອງ​ຂ້ອຍ​ແມ່ນ​ນັກ​ລອຍ​ນ້ຳ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ພິດ​ສ​ເບີກ. ລາວ​ໄດ້​ຜ່ານ​ເຂົ້າ​ຄັດ​ເລືອກ​ນັກ​ກິ​ລາ​ໂອ​ລິມ​ປີ​ກ​ຄັ້ງ​ທີ່​ຜ່ານ​ມາ ກ່ອນ Tokyo Game. ແລະ ລາວ​ໄດ້​ເຂົ້າ​ຄັດ​ເລືອກ ແລະ ເຮົາ​ເຊື່ອ​ວ່າ​ລາວ​ເປັນ​ຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາ​ວ ​ຄົນ​ທຳ​ອິດ​ ທີ່​ໄດ້​ລອຍ​ໃນ​ການ​ຄັດ​ເລືອກ​ທີມ​ໂອ​ລິມ​ປິກ ສະ​ຫະ​ລັດ. ແມ່​ຂອງ​ລາວ, ເຊິ່ງ​ແມ່ນ​ເມຍ​ຂອງ​ຂ້ອຍ​ເກີດ​ຢູ່​ວຽງ​ຈັນ ປະ​ເທດ ລາວ ແລະ ໄດ້​ມາ ສະ​ຫະ​ລັດ ແຕ່​ຕອນ​ຍັງ​ນ້ອຍ. ຕໍ່​ມາ​ລູກ​ສາວ​ຂອງ​ຂ້ອຍ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ເປັນ​ຕົວ​ແທນ​ໃຫ້​ປະ​ເທດ ລາວ ໃນ​ການ​ແຂ່ງ​ຂັນ​ກິ​ລາ​ລອຍນ້ຳສາ​ກົນ. ເພາະ​ວ່າ ​ແທ້​ຈິງ​ແລ້ວ ປະ​ເທດ​ລາວໄດ້​ຮັບ​ຜ່ານ​ກົດ​ໝາຍ​ໃນ​ປະ​ມານ​ປີ 2019 ທີ່​ອະ​ນຸ​ຍາດ​ໃຫ້​ນັກ​ກິ​ລາ​ທີ່​ມີ​ເຊື້ອ​ສາຍ​ຈາກ​ລາວ ​ກັບ​ໄປ​ປະ​ເທດ ​ແລະ​ເອົາ​ສັນ​ຊາດ​ກິ​ຕິ​ມະ​ສັກ ແລະ ເປັນ​ຕົວ​ແທນ​ໃຫ້​ປະ​ເທດ​ແຂ່ງ​ຂັນ​ໃນ​ກິ​ລາ​ສາ​ກົນ. ພວກ​ເຮົາ​ໄດ້​ດຳ​ເນີນ​ຂັ້ນ​ຕອນ​ຕ່າງໆ ແລະ ໃຫ້​ລາວ​ໄດ້​ສັນ​ຊາດ ແລະ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກິ​ລາ​ຊີ​ເກມ​ປີ 2023 ໃນ​ປະ​ເທດ ກຳ​ປູ​ເຈຍ. ລາວ ມີ​ຄວາມ​ສຸກຫຼາຍ ແລະ ມີ​ແຜນ​ທີ່​ຈະ​ສືບ​ຕໍ່ເປັນ​ຕົວ​ແທນ ລາວ ໃນ​ການ​ແຂ່ງ​ຂັນ​ໃນ​ອະ​ນາ​ຄົດ.”

ທ່ານ ຈອນ ເມັ​ສ​ຊີ​ນາ ກ່າວ​ອີກວ່າ ນັກ​ກິ​ລາ​ທີ່​ຈະ​ທຳ​ການ​ຄັດ​ເລືອກ​ຕິດ​ທີມ​ຊາດ ຕ້ອງ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານ​ຕ່າງໆ​ຕາມ​ກົດ​ລະ​ບຽບ​ຂອງ​ກິ​ລາ ສະ​ຫະ​ລັດ. ຕົວ​ຢ່າງ​ກິ​ລາ​ລອຍ​ນ້ຳ ເຂົາ​ເຈົ້າມີເວ​ລາມາດຕະຖານ​ທີ່​ຖື​ກ​ກຳ​ນົດ​ໄວ້ ໃນ​ປະ​ເພດ​ຕ່າງໆ​. ຫຼັງ​ຈາກ​ນັກ​ກິ​ລາ​ແຂ່ງ​ໄດ້​ຕາມ​ເວ​ລາ​ທີ່​ກຳ​ນົດ​ໄວ້ນັ້ນ ເຂົາ​ເຈົ້າ​ກໍ​ຈະ​ສາ​ມາດ​ຜ່ານ​ໄປ​ຂັ້ນ​ຕໍ່​ໄປ ​ເຊິ່ງ​ແມ່ນ​ການ​ຄັດ​ເລືອກ​ຕົວ​ແທນ​ທີມ​ຊາດ, ໃນ​ນີ້​ເຂົາ​ເຈົ້າ​ຈະ​ເລືອກ​ເອົາ​ແຕ່​ສອງ​ຄົນ​ສຳ​ລັບ​ການ​ແຂ່ງ​ຂັນ​ແຕ່​ລະ​ປະ​ເພດ, ຍົກ​ຕົວ​ຢ່າງລອຍ​ທ່າ ຟ​ຣີ​ສ​ໄຕ​ລ໌ ສອງ​ຄົນ, ແມງ​ກະ​ເບື້ອ​ສອງ​ຄົນ ແລະ ອື່ນໆ..

ລູກ​ສາວ​ຂອງ​ທ່ານ​ຈະ​ບໍ່​ແຂ່ງ​ຂັນ​ໃຫ້ ສະ​ຫະ​ລັດ ອີກ​ແລ້ວ, ແຕ່​ຈະ​ແຂ່ງ​ໃຫ້​ລາວ ແທນ.

ທ່ານ ຈອນ ກ່າວ​ວ່າ “ລາວ​ຈະ​ບໍ່​ແຂ່ງ​ໃຫ້ ສະ​ຫະ​ລັດ ອີກ​ຕໍ່​ໄປ. ລາວ​ມີ​ແຕ່​ຈະ​ແຂ່ງ​ໃຫ້​ປະ​ເທດ ລາວ ຕໍ່​ໄປ​ເລື້ອຍໆ. ສະ​ນັ້ນ​ລາວ​ຈະ​ບໍ່​ເຂົ້າ​ຮ່ວມ​ໃນ​ການ​ຄັດ​ເລືອກ​ກິ​ລາ​ໂອ​ລິມ​ປິກ.”

ທ່ານ ຈອນ ເວົ້າ​ວ່າ​ ການ​ແຂ່ງ​ຂັນ​ລາຍ​ການ​ຕໍ່​ໄປ​ສຳ​ລັບ​ລູກ​ສາວ​ຂອງ​ທ່ານ​ກໍ​ຈະ​ເປັນ​ກິ​ລາ​ຊີ​ເກມ 2025 ທີ່​ຈະ​ຈັດ​ຂຶ້ນ​ໃນ​ປະ​ເທດ ໄທ, ເຊິ່ງ​ຈະ​ມີ​ຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ອີກ 4 ຄົນ​ເຂົ້​າ​ຮ່ວມ​ນຳ​ກັນ. ທ່ານ​ກ່າວ​ວ່າ​ ເຂົາ​ເຈົ້າ​ຈະ​ຝຶກ​ຊ້ອມ​ເພື່ອ​ກະ​ກຽມ​ເຂົ້າ​ແຂ່ງ​ຂັນ​ຢູ່​ໃນ ສະ​ຫະ​ລັດ ກັບ​ທີມ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ເຂົາ​ເຈົ້າ, ເພາະ​ວ່າ ​ລັດ​ຖະ​ບານ​ລາວບໍ່​ສາ​ມາດ​ທີ່​ຈະ​ນຳ​ເອົາ​ນັກ​ກິ​ລາ​ໄປ​ຝຶກ​ຊ້ອມ​ຢູ່​ໃນ​ປະ​ເທດ.

ໃນ​ກິ​ລາ​ໂອ​ລິມ​ປິກ ປາ​ຣີ 2024 ຈະ​ມີ​ນັກ​ກິ​ລາ​ເຂົ້າ​ຮ່ວມ​ປະ​ມານ 10,500 ຄົນ ເພື່ອ​ແຂ່ງ​ຂັນ​ເອົາຫຼຽນ​ລາງວັນ​ຈາກ​ 32 ປະ​ເພດກິ​ລາ. ສຳ​ລັບ​ນັກ​ກິ​ລາ​ລາວ​ທີ່​ຈະ​ເຂົ້າ​ຮ່ວມ​ແຂ່ງ​ຂັນ​ໃນ​ຄັ້ງ​ນີ້ ​ແມ່ນ​ຄາດ​ວ່າ ​ຈະ​ບໍ່​ມີຈັກ​ຄົນ.

ໃນ​ອະ​ນາ​ຄົດ, ບັນ​ດາ​ນັກ​ກິ​ລາ ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ລາວ ​ທີ່​ເກັ່ງແລະມີພອນສະຫວັນໃນກິລາປະເພດຕ່າງໆ ແມ່ນ​ມີ​ແຜນ​ທີ່​ຈະ​ໄປ​ຝຶກ​ຊ້ອມ​ໃຫ້​ນັກ​ກິ​ລາ​ຢູ່​ລາວ, ເຊິ່ງ​ ທ່ານ ຈອນ ຫວັງ​ວ່າ ​ຫຼັງ​ຈາກ​ກິ​ລາ​ຊີ​ເກມ​ຄັ້ງ​ຕໍ່​ໄປ ຈະ​ນຳ​ເອົາກຸ່ມ​ນັກ​ກິ​ລາເຂົ້າ​ໄປ​ເປີດ​ຄ​ລີ​ນິກ​ສອນ ແລະ ຝຶກ​ຊ້ອມໃຫ້ນັກ​ກິ​ລາ​ລາວ ​ໃນ​ທ້ອງ​ຖິ່ນເພື່ອ​ໃຫ້​ມີ​ຄວາມ​ສາ​ມາດ​ທີ່ດີຂຶ້ນກວ່າເກົ່າ ເພື່ອເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ໃນ​ລະ​ດັບ​ໂລກໄດ້.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG