ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ທີມ​ງານ Lao Legends ພ້ອມ​ແລ້ວ​ສຳ​ລັບ​ງານ​ສະ​ແດງ​ຄອນ​ເສີດ​ຂອງ​ຄົນ​ລາວ ທີ່​ໃຫຍ່​ທີ່​ສຸດ​ໃນ ສະ​ຫະ​ລັດ


​ນັກ​ສິ​ລະ​ປິນ​ທີ່​ຈະ​ເຂົ້າ​ຮ່ວມ​ໃນ​ງານນີ້​ຈະ​ມີ​ນັກ​ສິ​ລະ​ປິນ​ຈາກ​ລາວ​ເຖິງ 30 ຄົນ.
​ນັກ​ສິ​ລະ​ປິນ​ທີ່​ຈະ​ເຂົ້າ​ຮ່ວມ​ໃນ​ງານນີ້​ຈະ​ມີ​ນັກ​ສິ​ລະ​ປິນ​ຈາກ​ລາວ​ເຖິງ 30 ຄົນ.

ງານ​ຄອນ​ເສີດ Lao Legends, ເຊິ່ງ​ເປັນ​ງານ​ສະ​ແດງ​ຄອນ​ເສີດ​ຂອງ​ຄົນ​ລາວ​ທີ່​ໃຫຍ່​ທີ່​ສຸດ​ໃນ ສະ​ຫະ​ລັດ ແມ່ນ​ໃກ້​ຈະ​ເກີດ​ຂຶ້ນ​ແລ້ວ. ດາ​ຣານັກ​ຮ້ອງ​ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ​ທັງຫຼາຍ​ຈາກ​ລາວ​ກໍ​ກະ​ກຽມ​ທີ່​ຈະ​ອອກ​ເດີນ​ທາງ​ມະ ສະ​ຫະ​ລັດ ແລ້ວ, ຖ້າ​ຍັງ​ບໍ່​ທັນ​ມາ​ຮອດ​ເທື່ອ. ແລະ ໃນ​ລາຍ​ການ​ຂອງ​ເຮົາ​ມື້ນີ້, ພຸດ​ທະ​ສອນ ຈະ​ອັບ​ເດດ ກ່ຽວ​ກັບ ຄວາມ​ພ້ອມ​ຂອງ​ງານ​ດັ່ງ​ກ່າວ.

ສະ​ຖານ​ທີ່​ຈັດ​ງານ​ຄອນ​ເສີດ The Pavilion at Toyota Music Factory ແມ່ນ​ກຳ​ລັງ​ກຽມ​ພ້ອມ​ທີ່​ຈະ​ຕ້ອນ​ບັນ​ດາ​ນັກ​ຮ້ອງ​ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ​ຈາກ​ປະ​ເທດ ລາວ, ຜູ້​ທີ່​ຈະ​ເຂົ້າ​ຮ່ວມ​ໃນ​ການ​ຄອນ​ເສີດ​ທີ່​ເອີ້ນ​ວ່າ Lao Legends. ສະ​ຖານ​ທີ່​ຈັດ​ງານ​ດັ່ງ​ກ່າວນີ້​ແມ່ນ​ຕ້ອງ​ຢູ່​ເມືອງ ເອ​ວິງ ລັດ ເທັກ​ຊັ​ສ ເປັນ​ຄອນ​ເສີດ​ທີ່​ໂຄ​ສົກ​ຜູ້​ຈັດ​ງານ​ເວົ້າ​ວ່າ ໃຫຍ່​ທີ່​ສຸດ​ໃນ ສະ​ຫະ​ລັດ.

ທ່ານ​ນາງ ໂທ​ນີ ພ​ລາ​ສ​ເຊັນ​ເຊຍ ​ໂຄ​ສົກ​ສຳ​ລັບ​ຄອນ​ເສີດ Lao Legends ກ່າວ​ວ່າ “ພວກ​ເຮົາ​ຍັງ​ເຫຼືອ​ອີກ​ປະ​ມານ 10 ວັນ​ກໍ​ຈະ​ຮອດ​ງານ​ຕໍ່​ໄປ​ຢູ່​ທີ່ນີ້​ໃນ​ນະ​ຄອນ ດາ​ລ​ລາ​ສ, ລັດ ເທັກ​ຊັ​ສ ຢູ່​ສະ​ຖານ​ທີ່​ຈັດ​ງານ​ຄອນ​ເສີດ Toyota Music Factory. ມັນ​ຈະ​ເປັນ​ການ​ເປີດ​ເຜີຍ​ລາວ ແລະ ຄົນ​ລາວຕໍ່ ອາ​ເມ​ຣິ​ກາ ທີ່​ໃຫຍ່​ທີ່​ສຸດ ເພາະ​ວ່ານີ້​ແມ່ນບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ. ສະ​ນັ້ນ​ພວກ​ເຮົາ​ຂ້ອນ​ຂ້າງວ່າ​ຕື່ມ​ເຕັ້ນ. ພວກ​ເຮົາ​ຈະ​ຕ້ອນ​ຮັບ​ຄົນ​ໃນ​ເວ​ທີ​ຂະ​ໜາດ​ໃຫຍ່​ຢູ່ Toyota Music Factory ເຊິ່ງ​ສາ​ມາດ​ຮອງ​ຮັບ​ຄົນ​ໄດ້ 8,000 ຄົນ. ສະ​ນັ້ນ, ທ່ານ​ຈະ​ສາ​ມາດ​ຈິນ​ຕະ​ນາ​ການ​ໄດ້. ມັນ​ຈະ​ເປັນ​ການ​ສະ​ແດງ​ທີ່​ງົດ​ງາມ​ຫຼາຍ. ທ່ານ​ຮູ້ບໍ່​ວ່າ​ມັນ​ຈະ​ມີ​ແຕ່​ພວກ​ເຮົາ​ຢູ່​ເທິງ​ນັ້ນ​ຢູ່​ເທິງ​ເວ​ທີ ຫຼິ້ນ​ອຸ​ປະ​ກອນ​ດົນ​ຕ​ຣີ ແລະ ຮ້ອງ​ເພງ, ມັນ​ຈະ​ເປັນ​ການ​ສະ​ແດງ​ຢ່າງ​ເຕັ​ມ​ທີ່. ຄິດ​ມັນ​ດັ່ງ​ກັບ​ການ​ສະ​ແດງ​ລະ​ຄອນ, ການ​ສະ​ແດງ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ປີ​ໃໝ່, ບຸນ​ປີ​ໃໝ່​ລາວ, ການ​ຟ້ອນ​ຂອງ​ພວກ​ເຮົາ, ວັດ​ທະ​ນະ​ທຳ​ຂອງ​ພວກ​ເຮົາ, ອຸ​ປະ​ກອນ​ດົນ​ຕ​ຣີ​ທີ່​ພວກ​ເຮົາຫຼິ້ນ. ສະ​ນັ້ນ​ມັນ​ຈະ​ເປັນ​ການ​ເປີດ​ເຜີນ​ທີ່​ຍິ່ງ​ໃຫຍ່​ຕໍ່ ອາ​ເມ​ຣິ​ກາ ທີ່​ພວກ​ເຮົາ​ຕື່ນ​ເຕັ້ນຫຼາຍ.”

​ສະ​ຖານ​ທີ່​ຈັດ​ງານ​ຄອນ​ເສີດ​ດັ່ງ​ກ່າວ​ແມ່ນ​ສາ​ມາດ​ຮອງ​ຮັບ​ຜູ້​ເຂົ້າ​ຊົມ​ໄດ້​ເຖິງ 8,000 ຄົນ ແລະ ປັດ​ຈຸ​ບັນ​ນີ້​ປີ້​ເຂົ້າ​ຊົມ​ແມ່ນ​ໄດ້​ຂາຍ​ເປັນ​ຈຳ​ນວນຫຼາຍ​ແລ້ວ, ເຊິ່ງ​ທຸກ​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ ສະ​ຫະ​ລັດ ແມ່ນ​ສາ​ມາດ​ຊື້​ໄດ້​ທີ່ເວັບ​ໄຊ້ Ticketmaster. ​ສຳ​ລັບ​ລາ​ຄາ​ປີ້​ເຂົ້າ​ຊົມ​ນັ້ນ​ແມ່ນ​ມີຫຼາຍ​ຊັ້ນຫຼາຍ​ລາ​ຄາ, ເລີ່ມ​ຕົ້ນ​ທີ່​ບ່ອນ​ຕ່ຳ​ສຸດ​ແມ່ນ​ເດີ່ນ​ຫຍ້າ ລາ​ຄາ 50 ໂດ​ລາ, ຊັ້ນ​ກາງ ເຊິ່ງ​ແມ່ນຊັ້ນ Platinum 250 ໂດ​ລາ ແລະ ຊັ້ນ​ໜ້າ​ສຸດ​ເຊິ່ງ​ແມ່ນ Diamond ລາ​ຄາ 500 ໂດ​ລາ.

ທ່ານ​ນາງ ໂທ​ນີ ເວົ້າ​ວ່ານັກ​ຮ້ອງ​ທີ່​ເຂົ້າ​ຮ່ວມ​ສະ​ແດງ​ໃນ​ງານ​ແມ່ນ​ຫຼາຍສິບ​ຄົນ, ເຊິ່ງ​ສ່ວນ​ໃຫຍ່​ຈະ​ເປັນ​ນັກ​ສິ​ລະ​ປິນ​ຈາກ​ປະ​ເທດ​ລາວ, ພ້ອມ​ກັນ​ນັ້ນ​ກໍ​ຈະ​ມີ​ນັກ​ດົນ​ອາ​ເມຣິ​ກັນ.

ທ່ານ​ນາງ ໂທ​ນີ ກ່າວ​ວ່າ “ຄື​ວ່າ, ມັນ​ຈະ​ມີ​ນັກ​ສິ​ລະ​ປິນ 30 ຄົນ​ມາ ສະ​ຫະ​ລັດ. ນັກ​ສິ​ລະ​ປິນ ບາງ​ຄົນ​ທີ່​ພວກ​ເຮົາ​ນຳ​ມາ​ສະ​ແດງ​ແມ່ນ​ມີ​ຊື່​ສຽງຫຼາຍ​ຢູ່​ພຸ້ນ​ໃນ​ປະ​ເທດ ລາວ ແລະ ພວກ​ເຮົາ​ກໍ​ໄດ້​ສະ​ແດງ​ມາຫຼາຍ​ປີ​ແລ້ວ ເຊັ່ນ ຕ່າຍ ອາ​ກາດ ຜູ້​ທີ່​ໄດ້​ເດີນ​ທາງ, ເພື່ອ​ສົ່ງ​ເສີມ ແລະ ຈັດ​ງານ​ສະ​ແດງ​ຄອນ​ເສີດ​ໃນ​ທົ່ວ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້, ແລະ​ກໍ​ຈະ​ມີ Ola Blackeyes. ພວກ​ເຮົາ​ມີ​ລາຍ​ຊື່​ນັກ​ດົນ​ຕ​ຣີ​ທີ່​ໃຫຍ່​ລາຍ​ຖ້າ​ທຸກ​ຄົນ​ເຂົ້າ​ໄວ​ເວັບ​ໄຊ້ www.laolegends.com/lineup ເຈົ້າ​ກໍ​ຈະ​ເຫັນ​ລາຍ​ຊື່​ຂອງ​ເຂົາ​ເຈົ້າທັງ​ໝົດຢູ່​ຫັ້ນ​ຄື​ກັນ. ພວກ​ເຮົາ​ມີ​ທ້າວ Sarky ຜູ້​ທີ່​ຢູ່​ພີ້​ໃນ ສະ​ຫະ​ລັດ. ລາວ​ໄດ້​ທຳ​ການ​ສະ​ແດງ​ມາຫຼາຍ​ສິບ​ປີ​ແລ້ວ, ແລະ ກໍ​ເປັນ​ນຶ່ງ​ໃນ​ນັກ​ດົນ​ຕ​ຣີ ຣັອກ ທີ່​ໃຫຍ່​ທີ່​ສຸດທີ່​ເປັນ​ຄົນ ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ລາວ ຜູ້​ທີ່​ຈະ​ທຳ​ການ​ສະ​ແດງ​ເຊັ່ນ​ກັນ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ທຸກ​ຄົນ​ຄົງ​ຈະ​ໄດ້​ເຫັນ​ລາວ​ຢູ່​ໃນ​ສື່​ສັງ​ຄົ​ມ​ແລ້ວ. ລາວ​ໄດ້​ສົ່ງ​ເສີມ ແລະ ສະ​ໜັບ​ສະ​ໜູນ​ງານ Lao Legends ຫຼາຍ ແລະ ພວກ​ເຮົາ​ກໍ​ດີ​ໃຈຫຼາຍ​ທີ່​ມີ​ລາວ​ຢູ່​ໃນ​ລາຍ​ຊື່​ຜູ້​ທຳ​ການ​ສະ​ແດງຂອງ​ພວກ​ເຮົາ.

ໃນ​ງານ​ຄັ້ງ​ນີ້​ກໍ​ຈະ​ມີ​ແຂກ​ຄົນ​ສຳ​ຄັນ​ເຂົ້າ​ຮ່ວມເຊັ່ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ງານ​ດັ່ງ​ກ່າວ, ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກຳ​ປູ​ເຈຍ, ​ເລ​ຂາ​ທິ​ກາ​ນ​ລັດ ເທັກ​ຊັ​ສ ເຊິ່ງ​ຕາ​ໜ້າ​ໃຫ້​ຜູ້​ປົກ​ຄອງ​ລັດ​ເທັກ​ຊັ​ສ, ​ກົມ​ຕຳຫຼວດ​ນະ​ຄອນ ດາ​ລາ​ສ ​ແລະ ທະ​ຫານ​ຜ່ານ​ເສິກ 500 ຄົນ.

ໃນ​ການ​ສຳ​ພາດ​ເມື່ອ​ຄັ້ງ​ທີ່​ຜ່ານ​ມາ​ກັບທ່ານ ທະ​ນິດ ຈຸນ​ລະ​ມະ​ນີ ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ຈັດ​ງານ​ສະ​ແດງ​ເວ​ທີ​ຂອງ Lao Legends ໄດ້​ກ່າວ​ວ່າ​ງານ​ຄອນ​ເສີດ​ດັ່ງ​ກ່າວ​ເປັນ​ງານ​ການ​ກຸ​ສົນ, ເຊິ່ງ​ທ່ານ​ນາງ ໂທ​ນີ ຜູ້​ເປັນ​ໂຄ​ສົກ​ກໍ​ໄດ້​ກ່າວ​ຢ້ຳ​ຕໍ່​ພວກ​ເຮົາ​ອີກ​ຄັ້ງ​ນຶ່ງວ່າ

“ສະ​ນັ້ນ​ລາຍ​ໄດ້​ກໍ​ຈະ​ຖືກ​ແບ່ງ​ປັນ​ລະ​ຫວ່າງ​ອົງ​ການ​ທີ່ບໍ່​ຫວັງ​ຜົນ​ກຳ​ໄລ​ລາວ ແລະ ລາວ ອາ​ເມ​ຣິ​ກັນ. ສະ​ນັ້ນ, ຖ້າ​ຜູ້​ໃດ​ກໍ​ຕາມ​ທີ່​ຕ້ອງ​ການ​ສຳ​ລັບ​ໂຄງ​ການບໍ່​ຫວັງ​ຜົນ​ກຳ​ໄລ​ທີ່​ສະ​ເພາະ​ເຈາະ​ຈົງ​ຂອງ​ເຂົາ​ເຈົ້າ ຫຼື ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອແນວ​ໃດ​ກໍ​ຕາມ, ພວກ​ເຮົາ​ຂໍ​ໃຫ້​ເຂົາ​ເຈົ້າ​ຕິດ​ຕໍ່​ຫາ​ຂ້າ​ພະ​ເຈົ້າ​ເອງ ຫຼື ອີ​ເມ​ລ ຫາ​ພວກ​ເຮົາ ແລະ ບອກ​ໃຫ້​ເຮົາ​ຮູ້​ວ່າ​ເຂົາ​ເຈົ້າ​ຢາກ​ທີ່​ຈະ​ເຂົ້າ​ຮ່ວມ ແລະ ຂໍ​ສ່ວນ​ແບ່ງ​ຈາກ​ລາຍ​ໄດ້​ນັ້ນ. ພວກ​ເຮົາ​ມີ​ສອງ​ສາມ​ມູນ​ນິ​ທິ​ທີ່​ຂໍ​ການ​ຊ່ວຍ​ເຫຼືອ​ແລ້ວ​ຄື​ມູນ​ນິ​ທິ Lao Heritage ຜູ້​ທີ່​ຈະ​ໄດ້​ຮັບ​ສ່ວນ​ນຶ່ງ​ຂອງ​ລາຍ​ໄດ້​ທີ່​ໄດ້​ມາ​ຈາກ​ງານ​ຄອນ​ເສີດນີ້. ເປົ້າ​ໝາຍ​ຂອງ​ພວກ​ເຮົາ​ແມ່ນ​ເພື່ອ​ລວມ​ເອົາ​ທຸກ​ຄົນໂດຍ​ຊ່ວຍ​ເຫຼືອ​ຄົນ​ລາວ ແລະ ລາວ​ອາ​ເມ​ຣິ​ກັນ ກ່ຽວ​ກັບ ການບໍ່​ຫວັງ​ຜົນ​ກຳ​ໄລ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ຝັນ​ຫຍັງ​ກໍ​ຕາມ, ບໍ່​ວ່າ​ຈະ​ເປັນ​ຄວາມ​ປາ​ຖະ​ໜາ​ໃດ​ກໍ​ຕາມ​ທີ່​ເຂົາ​ເຈົ້າ​ມີ, ພວກ​ເຮົາ​ຢາ​ໃຫ້​ເຂົາ​ເຈົ້າ​ມີ​ເວ​ທີ​ທີ່​ຈະ​ເຮັດ​ສິ່ງ​ນັ້ນ. ມັນ​ບໍ່​ໄດ້​ມີ​ຈຳ​ກັດ​ໃຫ້​ແຕ່​ນຶ່ງ​ອົງ​ການ ຫຼື ຫ້າ ຫຼື ສິບ​ອົງ​ການ ແລະ​ ຫຼາຍ​ຮ້ອຍ ຫຼາຍ​ພັນ​ອົງ​ການ​ທີ່​ພວກ​ເຮົາ​ຊ່ວຍ​ເຫຼືອ. ມັນ​ມີ​ແຕ່​ສຳ​ຄັນ​ທີ່​ວ່າ​ເຂົາ​ເຈົ້າ​ຕິດ​ຕໍ່​ຫາ​ພວກ​ເຮົາ, ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ຈະ​ຮູ້​ວ່າ​ເຂົາ​ເຈົ້າ​ຕ້ອງ​ການ​ມັນ.

ທ່າ​ນານງ ໂທ​ນີ ເວົ້າ ກ່ຽວ​ກັບ ອົງ​ການ​ຂອງ​ລາວ​ຕື່ມ​ວ່າ “ພວກ​ເຮົາ​ແມ່ນ​ອົງ​ການ​ທີ່ບໍ່​ຫວັງ​ຜົນ​ກຳ​ໄລ, ແຕ່​ພວກ​ເຮົາ​ລະ​ບຸ​ຕົນ​ເອງ​ດັ່ງ​ກັບ​ອົງ​ການ​ທີ່ບໍ່​ຫວັງ​ຜົນ​ກຳ​ໄລ​ທີ່​ແຕກ​ຕ່າງ. ພວກ​ເຮົາ​ມີສະ​ຖາ​ນະ 501C3 ເຊິ່ງ​ໝາຍ​ຄວາມ​ວ່າ​ພວກ​ເຮົາ​ເປັນ​ອົງ​ການ​ທີ່ບໍ່​ຫວັ​ງ​ຜົນ​ກຳໄລທີ່​ອຸ​ທິດ​ຕົນ​ໃຫ້​ຈຸດ​ປະ​ສົງ​ທາງ​ດ້ານການ​ສຶກ​ສາໂດຍ​ສະ​ເພາະ ແລະ ຈຸດ​ປະ​ສົງ​ການ​ກຸ​ສົນ​ເທົ່າ​ນັ້ນ. ສະ​ນັ້ນ​ພວກ​ເຮົາ​ຈະ​ບໍ່​ເອົາ​ລາຍ​ໄດ້​ໃຫ້​ຕົນ​ເອງ, ພວກ​ເຮົາ​ບໍ່​ຈ້າງ ຫຼື ຈ່າຍ​ເງິນ​ໃຫ້​ຕົນ​ເອງ. ນັກ​ສິ​ລະ​ປະ​ທຸກ​ຄົນ​ທີ່​ມາ​ຈາກ​ລາວ ແລະ ຢູ່ ສະ​ຫະ​ລັດ ນີ້​ທີ່​ເປັນ​ບ້ານ​ເກີດ​ຂອງ​ເຮົາ​ນີ້​ແມ່ນບໍ່​ໄດ້​ຖືກ​ຈ້າງ ເຂົາ​ເຈົ້າ​ສະ​ແດງ​ໂດຍບໍ່​ໄດ້​ຮັບ​ຄ່າ​ຈ້າງ​ຫຍັງ.

​ທ່ານ​ນາງ ໂທ​ນີ ເວົ້າ​ວ່າ​ອົງ​ການ​ດັ່ງ​ກ່າວ​ຫວັງ​ວ່າ​ຈະ​ຈັດ​ງານ​ທຸກໆ​ສອງ​ປີ​ເພື່ອ​ຫາ​ເງິນ​ຊ່ວຍ​ເຫຼືອ​ບັນ​ດາ​ອົງ​ການ​ການ​ກຸ​ສົນ​ຕ່າງໆ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG