ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ນັກ​ກູ້​ໄພ​ເຫດ​ແຜ່ນ​ດິນ​ໄຫວໃນ ໄຕ້​ຫວັນ ປະ​ເຊີນ​ກັບ​ໄພ​ຂົ່ມ​ຂູ່​ຈາກ​ດິນ​ເຈື່ອນ ແລະ ກ້ອນ​ຫີນ​ໃຫຍ່​ຕົກ


ອຸ​ປະ​ກອນ​ໜັກ​ຖືກ​ໃຊ້​ເພື່ອ​ທຳ​ລາຍ​ຕຶກ Uranus, ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ເມື່ອ​ວັນ​ທີ 3 ເມ​ສາ​ທີ່​ຜ່ານ​ມາ, ເມືອງ ຮ​ວາ​ລຽນ, ໄຕ້​ຫວັນ, 5 ເມ​ສາ 2024.
ອຸ​ປະ​ກອນ​ໜັກ​ຖືກ​ໃຊ້​ເພື່ອ​ທຳ​ລາຍ​ຕຶກ Uranus, ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ເມື່ອ​ວັນ​ທີ 3 ເມ​ສາ​ທີ່​ຜ່ານ​ມາ, ເມືອງ ຮ​ວາ​ລຽນ, ໄຕ້​ຫວັນ, 5 ເມ​ສາ 2024.

ບັນ​ດາ​ນັກ​ກູ​ໄພ​ໃນ ໄຕ້​ຫວັນ ໄດ້​ປະ​ເຊີນ​ກັບ​ໄພ​ຂົ່ມ​ຂູ່​ຂຶ້ນ​ຕື່ມ​ຈາກດິນ​ເຈື່ອນ ແລະ ກ້ອນ​ຫີນ​ຕົກ​ລົງ​ມາ​ໃນ​ການ​ຄົ້ນ​ຫາ​ຂອງ​ເຂົາ​ເຈົ້າ ​ໃນ​ວັນ​ສຸກມື້ນີ້ ສຳ​ລັບ​ປະ​ຊາ​ຊົນ​ຫຼາຍກວ່າ​ສິບ​ຄົນ​ທີ່​ຍັງ​ຫາຍ​ສາບ​ສູນ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ຂອງ​ອາ​ທິດນີ້, ໃນ​ຂະ​ນະ​ທີ່​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ໄດ້​ເພີ່ມ​ຂຶ້ນ​ເປັນ 12 ຄົນ ແລະ ຜູ້​ທີ່​ຕິດ​ຄ້າງ​ຈຳ​ນວນ​ນຶ່ງ​ແມ່ນ​ໄດ້​ຖືກ​ນຳ​ມາ​ສູ່​ຄວາມ​ປອດ​ໄພ, ອີງ​ຕາມ​ອົງ​ການ​ຂ່າວ ຣອຍ​ເຕີສ໌.

ບັນ​ດາ​ນັກ​ຄົ້ນ​ຫາ​ໄດ້​ຄົ້ນ​ພົບ​ສົບ​ຜູ້​ເສຍ​ຊິ​ວິດ​ອີກ​ສອງ​ຄົນ​ຫຼັງ​ຈາກ​ແຜ່ນ​ດິນ​ໄຫວ​ຄວາມ​ແຮງ 7.2 ຂອງວັນ​ພຸດ​ທີ່​ຜ່ານ​ມາ​ ໄດ້​ເກີດ​ຂຶ້ນ​ໃນ​ເມືອງ ຮ​ວາ​ລຽນ ທີ່​ມີ​ປະ​ຊາ​ກອນ​ໜາ​ແໜ້ນ​ຢ່າງ​ກະ​ຈັດ​ກະ​ຈາຍ, ແລະ ​ສ່ວນ​ໃຫຍ່ ເປັນ​ເຂດ​ຊົນ​ນະ​ບົດ, ເຮັດ​ໃຫ້ຫຼາຍ​ຮ້ອຍ​ຄົນ​ຕິດ​ຄ້າງ​ຢູ່​ສວນ​ອຸດ​ທະ​ຍານ​ແຫ່ງ​ຊາດ ໃນ​ຂະ​ນະ​ທີ່​ກ້ອນ​ຫີນ​ໃຫຍ່ຫຼາຍ​ສິບ​ໂຕນ​ໄດ້​ກິ້ງ​ລົງ​ພູ, ຕັດ​ຖະ​ໜົນຫຼາຍ​ເສັ້ນ​ຂາດ.

ໃນ​ຂະ​ນະ​ທີ່​ແຜ່ນ​ດິນ​ໄຫວ​ນ້ອຍ​ຕິດ​ຕາມ​ມາ​ປະ​ມານ 50 ຄັ້ງ ໄດ້​ສັ່ນ​ສະ​ເທືອນ​ຢູ່​ເຂດ​ດັ່ງ​ກ່າວ​ ໃນຕອນ​ຂ້າມ​ຄືນ​ທີ່​ຜ່ານ​ມາ​ນັ້ນ, ການ​ສັ່ນ​ສະ​ເທືອນ​ບາງ​ຄັ້ງ​ແມ່ນ​ສາ​ມາດ​ຮູ້​ສຶກ​ໄດ້​ໃນ​ນະ​ຄອນຫຼວງ ໄທເປ ທີ່​ຕັ້ງ​ຢູ່​ຫ່າງ​ໄກ​ອອກ​ໄປ, ບັນ​ດາ​ນັກ​ກູ້​ໄພ​ໄດ້​ກ່າວ​ວ່າ 400 ຄົນ​ທີ່​ບໍ່​ສາ​ມາດ​ຕິດ​ຕໍ່​ໄດ້​ ໃນ​ໂຮງ​ແຮມຫຼູແຫ່ງນຶ່ງ ໃນ​ສວນ​ອຸດ​ທະ​ຍານ​ແຫ່ງ​ຊາດ ຕາ​ໂຣ​ໂກ ກອດ​ຈ໌ ແມ່ນ​ປອດ​ໄພ, ດ້ວຍ​ເຮືອ​ບິນ​ເຮ​ລິ​ຄັອບ​ເຕີ​ໄດ້​ຂົນ​ຜູ້​ທີ່​ບາດ​ເຈັບ​ອອກ​ມາ ແລະ ນຳ​ເອົາ​ສະ​ບຽງ​ໄປສົ່ງ​ໃຫ້. “ຝົນ​ໄດ້​ເພີ່ມ​ຄວາມ​ສ່ຽງ​ຂອງ​ກ້ອນ​ຫີນ​ຕົກ ແລະ ດິນ​ເຈື່ອນ, ເຊິ່ງ​ແມ່ນ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປັດ​ຈຸ​ບັນ​ນີ້, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ຊູ ຢູ-ມິງ, ຜູ້​ນຳ​ພາ​ທີມ​ຄົ້ນ​ຫາ​ທີ່​ຊ່ວຍ​ເຫຼືອ​ໃນ​ປະ​ຕິ​ບັດ​ການ​ກູ້​ໄພ.

ປັດ​ໄຈ​ດັ່ງ​ກ່າວນີ້​ ແມ່ນບໍ່​ສາ​ມາດ​ຄາດ​ການ​ໄດ້, ເຊິ່ງ​ໝາຍ​ຄວາມ​ວ່າ​ພວກ​ເຮົາ​ບໍ່​ສາ​ມາດ​ຢືນ​ຢັນ​ຕົວ​ເລກ​ຂອງຈຳນວນວັນ​ທີ່​ຕ້ອງ​ການ​ສຳ​ລັບ​ປະ​ຕິ​ບັດ​ການ​ຄົ້ນ​ຫາ ແລະ ກູ້​ໄພ.”

ກົມ​ດັບ​ໄພ​ຂອງ ໄຕ້​ຫວັນ ໄດ້​ກ່າວ​ວ່າ​ສົບ​ຂອງ​ສອງ​ຄົນ​ໄດ້​ຖືກ​ພົບ​ເຫັນ​ຢູ່​ໃນ​ພູ, ແຕ່ບໍ່​ໄດ້​ໃຫ້​ຂໍ້​ມູນ​ໃໝ່​ໃນ​ທັນ​ທີ​ສຳ​ລັບ​ຈຳ​ນວນ​ຜູ້​ເສຍ​ຊີວິດ​ສູງ​ສຸດ. ເຂົາ​ເຈົ້າ​ໃຫ້​ຕົວ​ເລກ​ຜູ້​ຫາຍ​ສາບ​ສູນ 18 ຄົນ, ເຊິ່ງ​ສາມ​ຄົນ​ໃນ​ນັ້ນ ​ແມ່ນ​ຄົນ​ຕ່າງ​ປະ​ເທດ​ຈາກ ອອ​ສ​ເຕ​ຣ​ເລຍ ແລະ ກາ​ນາ​ດາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG