ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄໍາສັບພາສາອັງກິດໃນຂ່າວ Recreational ແປວ່າ ການຜັກຜ່ອນທາງໃຈ


ຮຽນຄໍາສັບພາສາອັງກິດໃນຂ່າວ Recreational ແປວ່າ ການຜັກຜ່ອນທາງໃຈ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

In many U.S. States, adults may now legally use the drug marijuana.

ປັດຈຸບັນນີ້, ຢູ່ໃນຫຼາຍໆລັດຂອງສະຫະລັດ, ພວກຜູ້ໃຫຍ່ທັງຫຼາຍ​ແມ່ນສາມາດໃຊ້ຢາເສບຕິດທີ່ເປັນກັນຊາໄດ້ໂດຍຖືກກົດໝາຍ.

RECREATIONAL: RECREATIONAL

On January 1, California became the country’s largest state to permit the recreational use of marijuana.

ໃນວັນທີ 1 ມັງກອນ, ລັດຄາລິຟໍເນຍ ໄດ້ກາຍມາເປັນລັດທີ່ໃຫຍ່ທີ່ສຸດຂອງ ສະຫະລັດ ທີ່ອະນຸຍາດໃຫ້ນໍາໃຊ້ກັນຊາ ສໍາລັບກິດຈະກໍາ​ມ່ວນ​ຊື່ນໄດ້.

But the drug is not legal under U.S. federal law.

ແຕ່ຢາດັ່ງກ່າວ ເປັນສິ່ງຜິດກົດໝາຍພາຍໃຕ້ກົດໝາຍຂອງລັດຖະບານກາງ ສະ​ຫະ​ລັດ.

Recreational comes from the word recreation, an activity you do for fun when you are not working.

Recreational ມາຈາກຄໍາສັບ recreation (ການຜັກຜ່ອນທາງໃຈ), ເຊິ່ງ​ແມ່ນ​ກິດ​ຈະ​ກຳ​ທີ່​ເຈົ້າ​ເຮັດ​ເພື່ອ​ຄວາມ​ມ່ວນ​ຊື່ມ ເວ​ລາ​ທີ່​ເຈົ້າ​ບໍ່​ໄດ້​ເຮັດ​ວຽກ.

When talking about a drug, “recreational” means it is used for pleasure, not medical reasons.

ເມື່ອເວົ້າເຖິງຢາ​, “recreational” ໝາຍຄວາມວ່າ ມັນ​ຖືກໃຊ້ເພື່ອ​ຄວາມ​ມ່ວນ​ຊື່ນ, ບໍ່ແມ່ນເຫດຜົນດ້ານການແພດ.

Now you know what recreational means.

ບັດນີ້ ທ່ານຮູ້ແລ້ວວ່າ recreational ໝາຍຄວາມວ່າຫຍັງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG