ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄໍາສັບພາສາອັງກິດ Participate ແປວ່າ ເຂົ້າຮ່ວມ ຫຼື ມີສ່ວນຮ່ວມ


ຮຽນຄໍາສັບພາສາອັງກິດ Participate ແປວ່າ ເຂົ້າຮ່ວມ ຫຼື ມີສ່ວນຮ່ວມ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

The Winter Olympic Games begin February 9 in Pyeongchang, South Korea.

ການແຂ່ງຂັນກິລາໂອລິມປິກລະດູໜາວ ເລີ້ມຕົ້ນຂຶ້ນໃນວັນທີ 9 ກຸມພາ ໃນນະຄອນພຽງຊາງ, ປະເທດເກົາຫຼີໃຕ້.

PARTICIPATE: PARTICIPATE

Officials from North and South Korea held talks for the first time since 2015 in January.

ບັນດາເຈົ້າໜ້າຈາກເກົາຫຼີເໜືອ ແລະເກົາຫຼີໃຕ້ ຈັດການເຈລະຈາເປັນຄັ້ງທໍາອິດ ນັບຕັ້ງແຕ່ເດືອນ ມັງກອນ ປີ 2015.

They agreed that 22 North Korean athletes as well as musical and other performers would participate in the PyeongChang Winter Olympics.

ພວກເຂົາເຈົ້າຕົກລົງເຫັນດີວ່າ ມີນັກກິລາຈາກເກົາຫຼີເໜືອ 22ຄົນ ພ້ອມທັງນັກ ດົນຕຣີ ແລະນັກສະແດງອື່ນໆ ຈະເຂົ້າຮ່ວມໃນກິລາໂອລິມປິກລະດູໜາວຢູ່ ນະຄອນພຽງຊາງ.

Participate means to be involved with others in doing something or to take part in an event with others.

Participate ໝາຍຄວາມວ່າ ມີສ່ວນຮ່ວມນໍາຄົນອື່ນໃນການເຮັດສິ່ງໃດສິ່ງນຶ່ງ ຫຼື ເຂົ້າ​ຮ່ວມໃນເຫດການໃດນຶ່ງ ກັບຄົນອື່ນໆ.

Participate is a verb and is usually followed by the word “in.”

Participate ແມ່ນຄໍາກິລິຍາ ແລະໂດຍປົກກະຕິແລ້ວ ຈະມີຄໍາ​ວ່າ “in” ນໍາຫຼັງດ້ວຍ.

For example, they want to participate in the Olympic Games.

ຕົວຢ່າງ, ພວກເຂົາເຈົ້າ​ຢາກ​ເຂົ້າຮ່ວມໃນການແຂ່ງຂັນກິລາໂອລິມປິກ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG