ປັດຈຸບັນນີ້ມີຄົນອາເມຣິກັນເຊື້ອສາຍລາວຈຳນວນຫຼາຍໄດ້ເດີນທາງກັບເມືອຢາມບ້ານ ແລະ ແມ່ນກະທັ້ງຢູ່ເລີຍຫຼັງຈາກໄດ້ອອກວຽກກິນເບຍບຳນານ. ບາງຄົນແມ່ນອາໄສຢູ່ແບບນັກທ່ອງທ່ຽວ ແຕ່ບາງຄົນກໍໄດ້ກັບມາຖືສັນຊາດລາວຄືນ. ໃນລາຍການຂອງເຮົາສຳລັບມື້ນີ້ ເຮົາຈະລົມກັບຍານາງ ປັນຈາ ມາຕິ ຫຼື ແກ້ວ ທີ່ໄດ້ເມືອຢາມລາວ ແລະ ຕັດສິນໃຈບໍ່ກັບມາຢູ່ສະຫະລັດອີກ.
ຍານາງ ແກ້ວ, ນັກສ້າງວິດີໂອໃນຢູທູບ, ໄດ້ເປັນທີ່ສົນໃຈຂອງປະຊາຊົນລາວທັງໃນ ແລະ ຕ່າງປະເທດຫຼັງຈາກໄດ້ລົງວິດີໂອທີ່ເປີດເຜີຍວ່າຕົນກັບເມືອຢູ່ລາວແລະບໍ່ຢາກກັບຄືນມາສະຫະລັດອີກ. ຍານາງ ແກ້ວ ມີຜູ້ຕິດຕາມໃນ YouTube ເກືອບ 2,500 ຄົນນັບຕັ້ງແຕ່ໄດ້ເລີ່ມຕົ້ນຊ່ອງຂອງຕົນເອງເມື່ອນຶ່ງປີທີ່ຜ່ານມາ.
ຍານາງ ແກ້ວ, ເປັນອົບພະຍົບມາ ສະຫະລັດ ຕັ້ງແຕ່ປີ 1989. ໄດ້ມາຕົກຢູ່ລັດຄາລິຟໍເນຍ ແລະ ກໍໄດ້ຍ້າຍໄປຢູ່ລັດ ຢູທາ, ຄາໂຣໄລນາເໜືອ ແລະ ບ່ອນສຸດທ້າຍແມ່ນຢູ່ນະຄອນ ລາສ ເວກັສ, ລັດເນວາດາ.
ເວລາທີ່ອາໄສຢູ່ໃນ ສະຫະລັດ ລັດນັ້ນ, ຍານາງ ແກ້ວ ກໍໄດ້ເຮັດວຽກຢູ່ໂຮງງານຜະລິດເຄື່ອງຫຼິ້ນ MP3, ຕໍ່ມາກໍໄດ້ມີລູກ ແລະ ກໍໄດ້ອອກວຽກເພື່ອລ້ຽງລູກ. ຕອນນີ້ລູກຂອງລາວກໍໄດ້ໃຫຍ່ແລ້ວ ເປັນຜູ້ຊາຍທັງສອງ, ອາຍຸ 21 ແລະ 23ປີ, ປັດຈຸບັນແມ່ນເຮັດວຽກໃນທຸລະກິດຜະລິດຕູ້ຢອດຫຼຽນຫຼິ້ນພະນັນຂອງພໍ່.
ຍານາງ ແກ້ວ ໄດ້ກັບໄປຢູ່ລາວດ້ວຍຄວາມບັງເອີນ, ເຊິ່ງປີ 2020 ເພິ່ນໄດ້ເດີນທາງກັບເມືອຢາມປະເທດລາວ ແລະ ໃນເວລານັ້ນກໍເກີດໂຣກລະບາດ ໂຄວິດ-19.
ຍານາງ ແກ້ວ ກ່າວວ່າ “ຄວາມຈິງແລ້ວມັນເປັນເລື່ອງບັງເອີນເນາະ, ບໍ່ໄດ້ຕັ້ງໃຈຊິຍ້າຍມາຢູ່ລາວ. ຄື 2020 ພໍ່ຂອງເອື້ອຍເພິ່ນເຖົ້າແລ້ວ ເພິ່ນອາຍຸ 92 ປີເນາະຕອນນັ້ນ, ແຕ່ເພິ່ນກະຍັງແຂງແຮງຍັງເດີນທາງໄດ້ຫັ້ນນະ ແລ້ວເພິ່ນມີຄວາມຢາກກັບມາຕາຍຢູ່ປະເທດຕົນເອງ. ຢາກກັບມາຕາຍຢູ່ບ້ານເກີດເມືອງນອນຕົນເອງຫັ້ນນະ ເອື້ອຍເລີຍຕັດສິນໃຈອອກຈາກວຽກເນາະ ເພາະວ່າຕອນນັ້ນເອື້ອຍກະມີໂອກາດເນາະຄືວ່າລູກຂອງເອື້ອຍໃຫຍ່ແລ້ວ ແລະ ເຂົາກໍຢູ່ພໍ່ເຂົາໄດ້ຫັ້ນນະ. ເອື້ອຍກະເລີຍຂອງບອກລູກວ່າ ລູກໂອເຄບໍ່ຄັນແມ່ຊິພາພໍ່ເຖົ້າກັບໄປປະເທດລາວ, ເອົາພໍ່ເຖົ້າມາສົ່ງຢູ່ປະເທດລາວ, ພວກລູກໆເຂົາກະບໍ່ມີບັນຫາອີຫຍັງຫັ້ນນະ ເຂົາກະເຂົ້າໃຈຫັ້ນນະ, ເອື້ອຍກະເລີຍພາພໍ່ກັບມາຕອນປີ 2020. ມາຮອດນີ້ປະມານສອງສາມອາທິດນີ້ແຫຼະ ເຂົາກະປະກາດປິດປະເທດ.
ພຸດທະສອນ: ຍ້ອນໂຄວິດເນາະ, ລະເອື້ອຍເຮັດຈັ່ງໃດບາດນັ້ນນະ.
ກະບັງເອີນເຮົາກັບໄປບໍ່ໄດ້ຍ້ອນເພິ່ນປິດປະເທດ. ກະຢູ່ນຳພໍ່ນີ້ລະ, ໂຊກດີທີ່ວ່າແມ່ເພິ່ນຍ້າຍກັບມາຢູ່ປະເທດລາວກ່ອນ ຢູ່ອາເມກາໄດ້ບໍ່ຮອດ 10 ລະເພິ່ນກະຍ້າຍກັບມາ, ເພິ່ນບໍ່ຕິດຢູ່ພຸ້ນຫັ້ນນະ. ເພິ່ນກັບມາເພິ່ນກະຖິ້ມໃບຂຽວ ເພິ່ນກັບມາເປັນສັນຊາດລາວຄືເກົ່າ ເພິ່ນກັບມາເອົາໃບສຳມະໂນຄົວລາວຫັ້ນນະ. ກັບມາເປັນຄົນລາວຄືເກົ່າ. ເພິ່ນກະໄດ້ສິດຊື້ດິນ ເພິ່ນກະສ້າງເຮືອນ. ເພິ່ນເສຍປີ 2017 ແມ່ຫັ້ນນະ. ແລະ ໂຊກດີທີ່ເພິ່ນສ້າງບ້ານເອົາໄວ້ ລະເອື້ອຍກະຢູ່ບ້ານທີ່ແມ່ເພິ່ນສ້າງໄວ້ຫັ້ນນະ.”
ຍານາງ ແກ້ວ ແມ່ນອາໄສຢູ່ເມືອງທ່າແຂກ, ແຂວງຄຳມ່ວນ. ເມື່ອຖາມວ່າຄິດຮອດ ສະຫະລັດ ບໍ່ນັ້ນ, ລາວບອກວ່າບໍ່ຄິດຮອດ. ຄົນທີ່ອາໄສຢູ່ເມືອງໃຫຍ່ຂອງ ສະຫະລັດ ຄືລັດຄາລິຟໍເນຍ, ນິວຢອກ, ນະຄອນຫຼວງ ວໍຊິງຕັນ ແລະ ບ່ອນອື່ນໆແມ່ນມັກຈະຊອກຫາບ່ອນຢູ່ທີ່ງຽບສະຫງົບເວລາທີ່ອອກບຳນານແລ້ວ. ບາງຄົນຍ້າຍອອກໄປຢູ່ເຂດຊົນນະບົດ, ຢູ່ກັບທຳມະຊາດ, ເຊັ່ນດຽວກັບຍານາງ ແກ້ວ, ແມ່ນຕິດໃຈກັບທຳມະຊາດ ແລະ ຄວາມງຽບສະຫງົບຂອງບ້ານເມືອງ.
ຍານາງ ແກ້ວ ກ່າວວ່າ “ສິ່ງທີ່ເຮັດໃຫ້ຕິດໃຈນີ້ມັນສະຫງົບນ້ອຍ, ເມືອງທ່າແຂກນີ້ມັນເປັນເມືອງນ້ອຍ. ເຮົາໄດ້ຢູ່ລະຄືວ່າມັນໄດ້ຢູ່ໃນເກາະຫັ້ນນະ. ເພາະວ່າມັນຢູ່ແປະນ້ຳຂອງ ແລະ ຄົນກະເປັນມິດີເນາະ ຄ້າຍໆວ່າຄົນທີ່ບໍ່ຮູ້ຈັກເວົ້າລົມທັກທາຍກັນຄືພີ່ນ້ອງຫັ້ນນະ. ມັນມີຄວາມເປັນພີ່ເປັນນ້ອງຫັ້ນນະ.”
ຍານາງ ແກ້ວ ເວົ້າວ່າອາຫານກໍບໍ່ມີບັນຫາ, ມີແຕ່ແນວປອດສານພິດ. ຢາກກິນຫຍັງກໍໄປຊື້ຢູ່ຕະຫຼາດໄດ້ທຸກເວລາ. ອາຫານກໍຊື້ມາກິນໄດ້ສົດທຸກມື້ໂດຍບໍ່ຕ້ອງໄດ້ຊື້ມາແຊ່ແຂງມ້ຽນຄືອາໄສຢູ່ໃນ ສະຫະລັດ.
ຄົນທີ່ອາໄສຢູ່ ສະຫະລັດ ແມ່ນຖືກສຳຄັນ ກ່ຽວກັບ ການປິ່ນປົວສຸຂະພາບ, ການເຂົ້າໂຮງໝໍຕ່າງໆ, ເຊິ່ງການບໍລິການແມ່ນມີຄຸນນະພາບສູງ ຍ້ອນແນວນັ້ນຫຼາຍຄົນຈຶ່ງມີຄວາມເປັນຫ່ວງວ່າເມື່ອເຂົາຍ້າຍກັບຄືໄປຢູ່ ລາວ ເຂົາເຈົ້າຈະບໍ່ໄດ້ຮັບການບໍລິການເທົ່າກັບຢູ່ ສະຫະລັດ. ແຕ່ຍານາງ ແກ້ວ ເວົ້າວ່າການບໍລິການດ້ານການແພດຢູ່ລາວກໍທັນສະໄໝດີຄືກັນ.
ຍານາງ ແກ້ວ ກ່າວວ່າ “ບໍ່ໆ, ບໍ່ເປັນຫ່ວງເລີຍ. ເພາະວ່າເດືອນທີ່ແລ້ວນີ້ເນາະເອື້ອຍໄປຫາໝໍ. ສະໄໝນີ້ໝໍຫັ້ນນະ, ຕາມຄວາມຄິດເອື້ອຍ ຕາມຄວາມຮູ້ສຶກເອື້ອຍຫັ້ນນະ, ຮູ້ສຶກວ່າທັນສະໄໝ ລະກະບໍ່ວ່າເຈົ້າຊິເປັນໂຣກຫຍັງເຂົາເຈົ້າກໍຮັກສາໄດ້.”
ສຳລັບເລື່ອງການເມືອງ, ເຖິງແມ່ນວ່າລາວຈະເປັນປະເທດຄອມມູນິສ, ແຕ່ເຂົາເຈົ້າກໍຕ້ອນຮັບເອົາຄົນລາວທີ່ອາໄສຢູ່ຕ່າງປະເທດກັບຄືນມາ, ເຊິ່ງຫຼາຍຄົນກໍໄດ້ກັບໄປດຳເນີນທຸລະກິດ ຫຼື ອາໄສຢູ່ແບບນັກທ່ອງທ່ຽວ ຫຼື ປ່ຽນມາຖືສັນຊາດລາວຄືເກົ່ານັ້ນ. ເຊິ່ງເຂົາເຈົ້າກໍມີກົດໝາຍຄຸ້ມຄອງບັນຫານີ້ເປັນຢ່າງດີ.
ຍານາງ ແກ້ວ ໄດ້ເປີດຊ່ອງ YouTube ເພື່ອເຜີຍແຜ່ການໃຊ້ຊີວິດຂອງລາວໃນເມືອງທ່າແຂກ, ແລະ ໄດ້ຊັກຊວນໃຫ້ຄົນລາວໃນຕ່າງປະເທດໃຫ້ກັບໄປອາໄສຢູ່ປະເທດລາວ, ເຊິ່ງແຕ່ລະທິດລາວກໍໄດ້ລົງວິດີ ກ່ຽວກັບ ກິດຈະກຳຕ່າງໆທີ່ລາວເຮັດ.
ຍານາງ ແກ້ວ ກ່າວວ່າ “ທີ່ຕັດສິນໃຈຢາກເປີດຊ່ອງອັນນີ້ນິເນາະ ກ່ອນທີ່ເຮົາຈະມາປະເທດລາວນີ້ນະ ເອື້ອຍພະຍາຍາມຫາຂໍ້ມູນທີ່ວ່າມີຢູ່ບໍຄົນທີ່ແບບບໍ່ໄດ້ກັບປະເທດລາວມາເປັນເວລາຫຼາຍປີ ຢາກຮູ້ວ່າຊີວິດການເປັນຂອງເຂົາເປັນຈັ່ງໃດ. ເຂົາມີຄວາມສຸກບໍ່, ເຂົາຢາກກັບປະເທດອາເມກາຄືບໍ່ຈັ່ງໃດນີ້ນະມັນບໍ່ມີ ເຮົາເຂົ້າໄປນີ້ເຮົາຊິເຫັນຢູ່ຫຼາຍຊ່ອງຂອງຄົນລາວ ແຕ່ແມ່ນຄົນລາວທີ່ຢູ່ປະເທດລາວ ບໍ່ແມ່ນຄົນລາວທີ່ຢູ່ປະເທດນອກ ລະກັບມາຢູ່ປະເທດລາວຫັ້ນນະ. ມັນຄົນລະແນວກັນຫັ້ນນະ.”
ຫຼັງຈາກໄດ້ຢູ່ລາວມາເກືອບສີ່ປີ ຍານາງ ແກ້ວ ກໍຖືວ່າມີຄວາມສຸກຫຼາຍ, ແລະ ຢາກບອກໃຫ້ຄົນທີ່ສົນໃຈຢາກກັບໄປລອງເມືອເບິ່ງສະຖານະການເອົາເອງ. ເຊິ່ງລາວເວົ້າວ່າ
“ເອື້ອຍຢາກບອກວ່າໃຫ້ມາລອງເບິ່ງ, ຫຼັງຈາກເພິ່ນປ່ຽນວີຊາໃຫ້ຢູ່ 90 ມື້ນີ້ນະ ==ມັນດົນໃດ, ຖ້າວ່າເຈົ້າມີເວລາ ເຈົ້າພັກວຽກໄດ້ຍາວໆຫັ້ນນະ ຢາກໃຫ້ມາລອງເບິ່ງ, ຢາກໃຫ້ມາລອງຢູ່ສາກ່ອນ. ບໍ່ຈຳເປັນຕ້ອງຟ້າຕັດສິນໃຈເນາະ. ເຮົາມາລອງເບິ່ງໃນໄລຍະຍາວວ່າເຮົາມັກບໍ່ ເພາະວ່າການທີ່ເຮົາຊິຍ້າຍຖິ່ນຖານໄປຢູ່ໝ້ອງໃດໝ້ອງນຶ່ງນີ້ມັນເປັນເລື່ອງໃຫຍ່ ເພາະສະນັ້ນເຮົາຕ້ອງໄດ້ມາສຳພັດດ້ວຍໂຕເຮົາເອງ. ເຮົາຊິໄປຟັງຄົນອື່ນເວົ້າ ບໍ່ຈຳເປັນຕ້ອງມາຟັງເອື້ອຍເວົ້າເພາະວ່າຄວາມມັກຂອງແຕ່ລະຄົນມັນບໍ່ຄືກັນ.”
ນອກຈາກຈະລົງວິດີໂອ ກ່ຽວກັບ ການດຳລົງຊີວິດໃນ YouTube ແລ້ວ, ຍານາງ ແກ້ວ ກໍໄດ້ຈັດການສົນທະນາ YouTube Live ໃນຊ່ອງຂອງລາວ, ທີ່ເຊີນຄົນຜູ້ສົນໃຈຢາກກັບໄປຢູ່ລາວມາສົນທະນາ ແລະ ໃຫ້ຄຳປຶກສາຕ່າງໆ. ຖ້າທ່ານມີຄວາມສົນໃຈກໍກະລຸນາກົດລິ້ງທາງລຸ້ມນີ້ເພື່ອເຂົ້າໄປສົນທະນາ.
https://www.youtube.com/@Uscitizeninlaos/featured
ຟໍຣັມສະແດງຄວາມຄິດເຫັນ