ທາງການໄທ ເປີດເຜີຍໃນວັນພຸດວານນີ້ວ່າ ຕົນມີແຜນຈະງົດການນຳເຂົ້າສາລີຈາກປະເທດເພື່ອນບ້ານ ສືບເນື່ອງມາຈາກການເຜົາໄໝ້ໃນພາກສ່ວນກະສິກຳ ທີ່ມີສ່ວນກ່ຽວຂ້ອງກັບບັນຫາຝຸ່ນຄວັນທີ່ປົກຄຸມຫຼາຍເມືອງໃນປະເທດ ໄທ ອີງຕາມການລາຍງານຂອງອົງການຂ່າວ ຣອຍເຕີ.
ທ່ານ ໄຊ ວັດສຣົງ ໂຄສົກລັດຖະບານກ່າວວ່າ ມາດຕະການງົດນຳເຂົ້າດັ່ງກ່າວຈະຂັດກັບເຈດຈຳນົງຂອງ ໄທ ທີ່ມີກັບອົງການການຄ້າໂລກ ແລະ ການຫ້າມນຳເຂົ້າກະຖືກບັງຄັບໃຊ້ຫຼັງຈາກຜ່ານພະຣາຊະບັນຍັດອາກາດສະອາດເພື່ອປະຊາຊົນ.
ປັດຈຸບັນຮ່າງພະຣາຊະບັນຍັດອາກາດສະອາດ ກຳລັງຢູ່ໃນຂັ້ນຕອນຫາລືໃນທາງລາຍລະອຽດຫຼັງລັດຖະສະພາໄດ້ມີມະຕິຢ່າງເປັນເອກະສັນເພື່ອຮັບຮອງຫຼັກການຂອງຮ່າງ ໃນວາລະທີນຶ່ງໄປເມື່ອເດືອນມັງກອນທີ່ຜ່ານມາ ໂດຍກົດໝາຍນີ້ມີຈຸດມຸ່ງໝາຍເພື່ອກຳກັບຄວບຄຸມກິດຈະກຳທີ່ສ້າງມົນລະພິດໃນຫຼາຍພາກສ່ວນລວມເຖິງພາກສ່ວນອຸດສາຫະກຳ, ທຸລະກິດ, ກະສິກຳ ແລະ ການຂົນສົ່ງ.
ແຜນມາດຕາການງົດນຳເຂົ້າຄັ້ງນີ້ເກີດຂຶ້ນສືບເນື່ອງຈາກບັນຫາຝຸ່ນຄວັນໃນພື້ນທີ່ພາກເໜືອຂອງປະເທດທີ່ມີດິນແດນຕິດກັບ ມຽນມາ ແລະ ລາວ ຊຶ່ງຢູ່ໃນສະຖານະການທີ່ຄຸນນະພາບອາກາດບໍ່ດີ ເຂົ້າລະດັບອັນຕະລາຍໃນຊ່ວງບໍ່ເທົ່າໃດອາທິດທີ່ຜ່ານມາ.
ເມື່ອອາທິດແລ້ວນີ້, ຂໍ້ມູນຈາກລະບົບຕິດຕາມຄຸນນະພາບອາກາດ ສວິດເຊີແລນ IQAir ລະບຸວ່າຈັງຫວັດຊຽງໃໝ່ ຕິດອັນດັບເມືອງທີ່ມີມົນລະພິດທາງອາກາດສູງທີ່ສຸດໃນໂລກ.
ຝຸ່ນຄວັນທີ່ເກີດຂຶ້ນມີສາເຫດມາຈາກການເຜົາໄໝ້ໃນພາກກະສິກຳ, ພົນລະພິດຈາກພາກອຸດສາຫະກຳ, ລວມເຖິງການເຜົາໄໝ້ຂອງຍານພາຫະນະທີ່ໃຊ້ໃນການສັນຈອນສົ່ງຜົນໃຫ້ເມືອງຫຼາຍແຫ່ງໃນປະເທດຖືກປົກຄຸມໄປດ້ວຍຝຸ່ນຄວັນ.
ຟໍຣັມສະແດງຄວາມຄິດເຫັນ