ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອາ​ຍຸບໍ່​ແມ່ນ​ອຸ​ປະ​ສັກ​ສຳ​ລັບ ທ່ານ ໄບ​ເດັນ ແລະ ທ່ານ ທ​ຣຳ ທີ່​ຈະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີອີກ​ສະ​ໄໝ, ​ຄົນ​ລາວ​ໃນ ສະ​ຫະ​ລັດ ສະ​ແດງ​ຄວາມ​ເຫັນ


ຮູບ​ປະ​ສົມ​ກັນ​ທີ່​ຖືກ​ເຮັດ​ຂຶ້ນ​ໃນ​ວັນ​ທີ 8 ກຸມ​ພາ 2024 ນີ້​ສະ​ແດງ​ໃຫ້​ເຫັນ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແລະ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ.
ຮູບ​ປະ​ສົມ​ກັນ​ທີ່​ຖືກ​ເຮັດ​ຂຶ້ນ​ໃນ​ວັນ​ທີ 8 ກຸມ​ພາ 2024 ນີ້​ສະ​ແດງ​ໃຫ້​ເຫັນ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແລະ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ.

ອາ​ຍຸ​ເປັນ​ພຽງ​ໂຕ​ເລກ, ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ໃນ​ທ້າຍ​ປີນີ້ ທີ່​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ ອາດ​ຈະ​ໄດ້​ເລືອກ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ມີ​ອາ​ສູງ​ທີ່​ສຸດ​ໃນ​ປະຫວັດ​ສາດ​ຂອງ​ປະ​ເທດ ເຊິ່ງ​ນັ້ນ​ກໍ​ແມ່ນ​ການ​ແຂ່ງ​ຂັນ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ ໂຈ ໄບ​ເດັນ ແລະ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ. ແຕ່​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ​ມີ​ຄວາມ​ເປັນ​ຫ່ວງວ່າຜູ້​ນຳ​ທັງ​ສອງ​ທ່ານ​ນັ້ນ ອາດ​ມີ​ບັນ​ຫາທາງ​ດ້ານ​ສຸ​ຂະ​ພາບ ຍ້ອນ​ການ​ມີ​ອາ​ຍຸ​ທີ່​ສູງ​.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ​ ທ່ານ ໂຈ ໄບ​ເດັນ, ອາ​ຍຸ 81 ປີ ແລະ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ອາ​ຍຸ 77 ປີ, ຄາດ​ວ່າ​ຈະ​ໄດ້​ຕໍ່​ສູ້​ກັນ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອີກ​ຄັ້ງ​ນຶ່ງ ​ໃນ​ເດືອນ​ພະ​ຈິກ​ປີນີ້. ເມື່ອ​ຟັງ​ເບິ່ງ​ ອາ​ຍຸ​ຂອງ​ທັງ​ສອງ​ທ່ານ​ແລ້ວ, ຫຼາຍ​ຄົນ​ຈະ​ຖາມ​ວ່າທັງ​ສອງ​ທ່ານ​ຍັງ​ມີ​ແຮງ​ບໍ​ລິ​ຫານ​ປະ​ເທດ​ຢູ່​ບໍ? ເປັນ​ຫຍັງ ສະ​ຫະ​ລັດ ຈຶ່ງບໍ່​ຫາ​ຄົນ​ທີ່​ມີ​ອາ​ຍຸ​ໜຸ່ມກວ່າ​ມາ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ?

ແຕ່ຖ້າທ່ານ ໄບ​ເດັນ ແລະ ທ່ານ ທ​ຣຳ ​ໄດ້​ເປັນ​ປະ​ທານ​າ​ທິ​ບໍ​ດີ​ໃນ​ສະ​ໄໝ​ຕໍ່​ໄປ ພວກ​ເພິ່ນ​ກໍ​ຍັງ​ບໍ່​ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ມີ​ອາ​ຍຸ​ສູງ​ທີ່​ສຸດ​ໃນ​ໂລກ. ປະ​ທາ​ນາ​ທິ​ບໍ​ດີ​ທີ່​ມີ​ອາ​ຍຸ​ສູງ​ທີ່​ສຸດ​ແມ່ນ​ປະ​ທານ​າ​ທິ​ບໍ​ດີ ພອ​ລ ບີ​ຢາ, ອາ​ຍຸ 91 ປີ​ຈາກ​ປະ​ເທດ ກາ​ເມ​ຣູນ.

ປະ​ຊາ​ຊົນໄດ້​ມີ​ເປັນ​ຫ່ວງ ກ່ຽວ​ກັບ ຜູ້​ນຳ​ທີ່​ມີອາ​ຍຸ​ທີ່​ສູງທັງ​ສອງ​ທ່ານ ຍ້ອນ​ສິ່ງ​ທີ່​ພວກ​ເພິ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ສັງ​ຄົມຄື​ ທ່ານ ໄບ​ເດັນ ໄດ້​ລົ້​ມ​ໃນ​ເວ​ລາ​ປະ​ຕິ​ບັດ​ໜ້າ​ທີ່ ແລະ ມັກຫຼົງ​ລືມ, ສ່ວນ​ທ່ານ​ ທ​ຣຳ ກໍ​ໄດ້​ໃຊ້​ຄຳ​ເວົ້າ​ທີ່​ຜິດໆ​ຖືກໆ ​ຢູ່​ເປັນ​ປະ​ຈຳ.

ຍາ​ນາງ ແກ້ວ ຄົນ​ລາວ​ທີ່​ສະ​ໜັບ​ສະ​ໜູນ​ພັກ​ຣີ​ພັບ​ບ​ລີ​ກັນ ຈາກ​ລັດ ​ອາ​ແຄນ​ຊໍ ໄດ້​ມີ​ຄຳ​ເຫັນ ກ່ຽວ​ກັບ ທ່ານ ໄບ​ເດັນ ວ່າ “ເຮົາ​ຊິ​ຕອບ​ກົງໆວ່າ​ໄດ້ຫຼືບໍ່​ໄດ້​ເນາະ. ຕາມ​ຄວາມ​ເປັນ​ຈິງ​ແມ່ນບໍ່? ເຮົາ​ເບິ່ງ​ສະ​ພາບ​ຂອງ ໄບ​ເດັນ​ ຄູ່ມື້ນີ້​ ເປັນ​ຈັ່ງ​ໃດ, ລາວ​ເວົ້າ​ກະ​ເວົ້າ​ບໍ່​ສຸດ​ປະ​ໂຫຍກ​ຊ້ຳ. ລາງ​ເທື່ອ​ເວົ້າ​ໄປ​ລະ​ກະ​ຂາດ​ຫາຍ​ໄປ. ເພາະ​ວ່າ​ຄົນ​ອາ​ຍຸ 80 ບາງ​ຄົນ​ ກະ​ແຂງ​ແຮງ​ແມ່ນບໍ່, ເວົ້າ​ໄດ້, ຄວາມ​ຈຳ​ດີ. ບາງ​ຄົນ, ຄົນ 80 ຄວາມ​ຈຳ​ເຊື່ອມ​, ຄວາມ​ສາ​ມາດ​ຫັ້ນ​ນະ​ມັນ​ບໍ່​ຄື​ກັນ. ໃນ​ກໍ​ລະ​ນີ​ຂອງ​ເຂດ​ຂອງ​ທ່ານ ໄບ​ເດັນ ນີ້, ຂ້ອຍ​ຄຶດ​ວ່າ​ລາວ​ເວົ້າ​ກະ​ບໍ່​ສຸດ​ປະ​ໂຫຍກ​ຫັ້ນ​ນະ. ຕອບ​ຄຳ​ຖາມ​ກະ​ບໍ່​ໄດ້​ເນາະ. ຂ້ອຍ​ຍັງ​ສົງ​ໄສ​ຢູ່​ໃດ​ນີ້​ວ່າ ​ຖ້າ​ຮອດມື້​ແຂ່ງ​ຂັນ ທຳ​ມະ​ດາ ​ມັນ​ຕ້ອງ​ຂຶ້ນ​ໂຕ້​ວາ​ທີ ​ແມ່ນ​ຫຍັງ​ເນາະ​ກະ​ບໍ່​ຮູ້​ວ່າ​ລາວ​ຊິ​ຂຶ້ນ​ໂຕ້​ວາ​ທີບໍ່.”

ຜູ້​ນຳທັງ​ສອງ​ທ່ານ​ກໍ​ໄດ້​ໂຈມ​ຕີ​ກັນ​ໄປ​ມາ ກ່ຽວ​ກັບ ອາ​ຍຸ ແລະ ຄວາມ​ສາ​ມາດ​ໃນ​ການ​ເຮັດ​ວຽກ, ເຊິ່ງອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ໄດ້​ເອີ້ນ​ທ່ານ ໄບ​ເດັນ​ ວ່າເຖົ້າ​ໂພດ​ທີ່​ຈະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ອັນ​ໄດ້​ເຮັດ​ໃຫ້​ທຳ​ນຽບ​ຂາວ​ອອກ​ມາ​ຕອບ​ໂຕ້​ຄືນ​ວ່າ ທ່ານ ທ​ຣຳ ມີ​ສຸກ​ຂະ​ພາບ​ຈິດ​ທີ່​ຊຸ​ດ​ໂຊມ​ລົງ ​ຍ້ອນ​ວ່າ​ທ່ານ​ໄດ້​ເວົ້າ​ຊື່ປົນ​ໄປ​ໝົດ ແລະ ເວົ້າ​ແບບ​ຜິດໆຫຼາຍ​ຄັ້ງ​ເມື່ອບໍ່​ດົນ​ມາ​ນີ.

ນາງ ເຈັນ​ນີ ແມ່​ຍິງ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ, ຜູ້​ທີ່​ສະ​ໜັບ​ສະ​ໜູນ​ພັກ​ເດ​ໂມ​ແຄ​ຣັດ​ກ່າວ​ວ່າ “ທ່ານ ໄບ​ເດັນ ເຖິງ​ແມ່ນ​ຈະ​ເຖົ້າຫຼາຍ​ແຕ່​ເພິ່ນ​ກໍ​ຍັງ​ມີ​ຄວາມ​ສາ​ມາດ​ໃນ​ການ​ປົກ​ຄອງ​ປະ​ເທດ​ຢູ່. ເພິ່ນ​ຍັງ​ເວົ້າ​ແບບ​ມີ​ສາ​ມັນ​ສຳ​ນຶກ, ແນວ​ທີ່​ຖືກ​ຕ້ອງ. ບໍ່​ຄື​ທ່ານ ທ​ຣຳ, ເປັນ​ຄົນ​ທີ່​ຂີ້​ຕົວະ​ໄປ​ໂລໆ​ເລໆ. ເວົ້າ​ຄື​ບໍ່​ສົມ​ກັບ​ເປັນ​ຜູ້​ນຳ.”

ທ່ານ​ນາງ ນິກ​ກີ ເຮ​ລີ, ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ເປັນ​ຜູ້​ຖືກ​ສະ​ເໜີ ​ສຳ​ລັບ​ຕຳ​ແໜ່ງ​ດັ່ງ​ກ່າວ​ໂດຍ​ທ່ານ ທ​ຣຳ, ແລະເປັນຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ອີກ​ຄົນ​ນຶ່ງ ໄດ້​ຮຽກ​ຮ້ອງ​ສຳ​ລັບ​ການ​ທົດ​ສອບ​ຄວາມ​ສາ​ມາດ​ທາງສຸະ​ຂະ​ພາບ​ຈິດ​ສຳ​ລັບ​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ທີ່​ມີ​ອາ​ຍຸ​ສູງກວ່າ 75 ປີ​ຂຶ້ນ​ໄປ.

ນະ​ໂຍ​ບາຍ​ຂອງ​ຜູ້​ນຳ​ທັງ​ສອງກໍ​ໄດ້​ເປັນ​ບັນ​ຫາ​ໂຕ້​ຖຽງ​ກັນ​ຢ່າງຫຼວງຫຼາຍໃນ​ປັດ​ຈຸ​ບັນ, ເຊິ່ງ​ທ່ານ ທ​ຣຳ ເປັນ​ຄົນ​ທີ່​ຢາກ​ສືບ​ຕໍ່​ເຮັດ​ກຳ​ແພງ​ຢູ່​ເຂດ​ຊາຍ​ແດນ​ພາກ​ໃຕ້ ສະ​ຫະ​ລັດ ເພື່ອກີດ​ກັນ​ບໍ່​ໃຫ້​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ​ທີ່ບໍ່​ມີ​ເອ​ກະ​ສານເຂົ້າ​ມາ​ໃນ​ປະ​ເທດ​. ສຳ​ລັບ​ທ່ານ ໄບ​ເດັນ ກໍ​ຖືກ​ຝ່າຍ​ສະ​ໜັບ​ສະ​ໜູ​ນ​ພັກ​ຣີ​ພັບ​ບ​ລີ​ກັນ​ຕິ​ຕຽນ​ທີ່​ໃຫ້​ເງິນ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ​ຢ່າງຫຼວງຫຼາຍ​ໄດ້​ແກ່ ຢູ​ເຄ​ຣນ, ອິ​ສ​ຣາ​ແອ​ລ ແລະ ອື່ນໆ.

ຍາງ​ນາງ ແກ້ວ ກ່າວ ກ່ຽວ​ກັບ ການເລືອກ​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ຄັ້ງ​ນີ້​ວ່າ “ຄຶດ​ວ່າ​ຊິ​ປ່ອນ​ບັດ​ເອົາ ທ​ຣຳ ຖ້ຽວນີ້ເພາະ​ວ່າ​ເຮົາ​ບໍ່​ເຫັນ​ພ້ອມ​ກັບ​ນະ​ໂຍ​ບາຍ​ຂອງ​ເດ​ໂມ​ແຄ​ຣັດ. 1 ແມ່ນ​ເລື່ອງ​ທີ່​ວ່າ​ອາ​ຊະ​ຍາ​ກຳຢູ່​ໃນ​ປະ​ເທດ​ເນາະ. ເຂົາ​ເຈົ້າ​ບໍ່​ເຮັດ​ຫຍັງ ກ່ຽວ​ກັບ ໂຕນີ້. ແບບ​ທີ່​ວ່າ​ໃຫ້​ທ້າຍ​ຄົນ​ບໍ່​ດີ. ຍົກ​ຕົວ​ຢ່າງ ຄາ​ລິ​ຟໍ​ເນ​ຍ, ຊິ​ຄາ​ໂກ, ນິວຢອກ ຫຼື​ແມ່ນ​ແຕ່​ວໍ​ຊິງ​ຕັນ​ ດີ​ຊີ ເອງ. ເຮົາ​ເຂົ້າ​ໃຈ​ວ່າ ເຮົາ​ເຫັນ​ໃຈ​ຄົນ​ທີ່​ດ້ອຍ​ໂອ​ກາດ​ເນາະ ແຕ່​ວ່າ​ເຮົາ​ບໍ່​ສະ​ໜັບ​ສະ​ໜູນ​ຄົນ​ເຮັດ​ຜິດ. ເຮົາ​ຖື​ກົດໝາຍ ແລະ ກົດ​ລະ​ບຽບ​ເປັນ​ສຳ​ຄັນ​ເນາະ. ຄັນ​ວ່າ​ຜິດ​ກະ​ວ່າ​ຜິດ ຖື​ກ​ກະ​ວ່າ​ຖືກ. ອັນ​ທີ​ສອງ​ມາ​ແມ່ນ​ເລື່ອງ​ຄົນ​ເຂົ້າ​ເມືອງ, ເຮົາ​ບໍ່​ເຫັນ​ດີ​ທີ່​ວ່າ​ປ່ອຍ​ໃຫ້​ຄົນ​ທີ່ບໍ່​ມີ​ກວດ​ກາ ບໍ່​ມີ​ການ​ສືບ​ປະ​ຫວັດ​ປ່ອຍ​ໃຫ້​ຍ່າງ​ເຂົ້າ​ມາ​ເສີຍໆ​ຫັ້ນ​ນະ. ມັນ​ບໍ​ຖືກ. ມັນ​ບໍ່​ມີ​ປະ​ເທດ​ໃດ​ໃນ​ໂລກ​ເຂົາ​ຊິ​ເຮັດ​ຈັ່ງ​ຊີ້​ເນາະ. ເຮົາ​ເຂົ້າ​ມາ​ມັນ​ມີ​ສອງ​ປະ​ເພດ​ໃດ​ເນາະ ເຂົ້າ​ມາ​ແບບ​ຖືກ​ກົດ​ໝາຍ ແລະ ເຂົ້າ​ມາ​ແບບບໍ່​ຖືກ​ກົດ​ໝາຍ. ອັນ​ນີ້​ມັນ​ບໍ່​ຍືນ​ຍົງ ມັນ​ເຂົ້າ​ມາຫຼາຍ​ໂພດ. ຄື​ເຮົາ​ເຂົ້າ​ມາ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ເຮົາ​ມີ​ຜູ້​ປະ​ກັນ ເຮົາ​ບໍ່​ໄດ້​ເປັນ​ພາ​ລະ​ຂອງ​ລັດ​ຖະ​ບານ. ບາດນີ້​ຄັນ​ເຂົ້າ​ມາ​ຄື​ເຮົາ​ເຫັນ​ຢູ່ ນິວຢອກ ເບາະ​ເປັນ​ຈັ່ງ​ໃດ. ທັງ​ລັກ​ທັງ​ປຸ້ນ​ແມ່ນບໍ່? ຕີ​ຕຳຫຼວດ ບໍ່​ມີ​ຄວາມ​ຜິດ​ຫຍັງ. ອັນ​ນັ້ນ​ອັນ​ນຶ່ງບໍ່​ມັກ​ສຸດ​ແມ່ນ​ນະ​ໂຍ​ບາຍ​ປົກ​ປ້ອງ​ຄົນ​ເຮັດ​ຜິດ.”

ແນວ​ໃດ​ກໍ່​ຕາມ, ທ່ານ ດໍ​ໂນ​ລ ທ​ຣຳ ໄດ້ປະ​ເຊີນ​ກັບ​ການ​ຟ້ອງ​ຮ້ອງຫຼາຍ​ຄະ​ດີ​ນັບ​ຈາກ​ການ​ມີ​ສ່ວນ​ຮ່ວມ​ໃນ​ການ​ກໍ່​ຈະ​ລາ​ຈົ​ນ ເຊິ່ງ​ອາດ​ເຮັດ​ໃຫ້​ທ່ານ​ໝົດ​ສິດ​ລົງ​ແຂ່ງ​ຂັນ​ເລືອກ​ຕັ້ງ​ຖ້າ​ຖືກ​ຕັດ​ສິນ​ວ່າ​ມີ​ຄວາມ​ຜິດ ພ້ອມ​ກັບ​ການ​ຟ້ອງ​ກ່ຽວ​ກັບ​ການ​ຫຼີກ​ລ່ຽງ​ພາ​ສີ, ການ​ສໍ້​ໂກງ, ການ​ຮັກ​ສາ​ເອ​ກະ​ສານ​ລັບ​ໃນ​ທາງ​ທີ່​ຜິດ ແລະ ອື່ນໆ.

ນາງ​ ເຈັນ​ນີ ກ່າວ​ວ່າ “ທ່ານ ທ​ຣຳ ບໍ່​ສົມ​ຄວນ​ໄດ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອີກ, ເພາະ​ວ່າ​ທ່ານ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ກໍ່​ຈະ​ລາ​ຈົນ​ຢູ່​ຫໍ​ລັດ​ຖະ​ສະ​ພາ. ມັນ​ເປັນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ເປັນ​ການ​ປະ​ພຶດ​ຄື​ພວກ​ຜູ້​ນຳ​ຜະ​ເດັດ​ການ. ຂ້ອຍ​ບໍ່​ຢາກ​ມີ​ຜູ້​ນຳ​ຜະ​ເດັດ​ການ ຫຼື ​ອາ​ໄສຢູ່​ໃນ​ປະ​ເທດ​ຜະ​ເດັດ​ການ. ການ​ທີ່​ລາວ​ໄປ​ໃກ້​ຊິດ​ກັບ​ຜູ້​ນຳ ຣັດ​ເຊຍ ແລະ ຜູ້​ນຳ​ຜະ​ເດັດ​ການ​ຄົນ​ອື່ນໆ​ມັນ​ເຮັດ​ໃຫ້ ສະ​ຫະ​ລັດ ຕົກ​ຕ່ຳ. ຄວາມ​ເປັນ​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ເທດ​ເຮົາ​ຈະ​ບໍ່​ມີ​ຖ້າ​ທ່ານ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ.”

ມັນ​ຍັງ​ບໍ່​ມີ​ຄວາມ​ແນ່ນອນ​ເທື່ອ​ວ່າ​ທ່ານ ທ​ຣຳ ຈະ​ໄດ້​ເປັນ​ຜູ້​ຖືກ​ສະ​ເໜີ​ຊື່​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີຫຼືບໍ່. ​ຖ້າ​ທັງ​ສອງ​ທ່ານ​ໄດ້​ແຂ່ງ​ຂັນ​ກັນ​ອີກ​ຄັ້ງ​ນຶ່ງ ມັນ​ກໍ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ຈະ​ມີ​ຄວາມ​ດຸ​ເດືອດ​ອີກ​ຢ່າງ​ແນ່ນອນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG