ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນລາວ ທຸກຍາກເພີ້ມຂຶ້ນນັບມື້ ເນື່ອງຈາກວ່າ ລາຍໄດ້ບໍ່ພຽງພໍ ສຳລັບການໃຊ້ຈ່າຍໃນຊີວິດປະຈຳວັນ


ປະຊາຊົນລາວ ທຸກຍາກເພີ້ມຂຶ້ນນັບມື້ ເນື່ອງຈາກວ່າລາຍໄດ້ບໍ່ພຽງພໍສຳລັບການໃຊ້ຈ່າຍໃນຊີວິດປະຈຳວັນ ທີ່ເປັນຜົນກະທົບໂດຍກົງຈາກສິນຄ້າລາຄາແພງຂຶ້ນ ແລະ ຄ່າເງິນກີບຕົກຕໍ່າລົງຢ່າງຮຸນແຮງ.

ເຈົ້າໜ້າທີ່ກະຊວງແຜນການ ແລະການລົງທຶນ ເປີດເຜີຍວ່າ ປະຊາຊົນທີ່ຢູ່ໃນເຂດຕົວເມືອງ ຖືເປັນກຸ່ມປະຊາກອນທີ່ຖືກກະທົບໜັກທີ່ສຸດຈາກອັດຕາເງິນເຟີ້ສູງ ແລະຄ່າເງິນກີບຕົກຕໍ່າລົງຢ່າງຮຸນແຮງ ນັບແຕ່ປີ 2022 ເປັນຕົ້ນມາ ເນື່ອງຈາກວ່າລະດັບຄ່າຄອງຊີບໃນເຂດຕົວເມືອງສູງກວ່າຢູ່ໃນເຂດຊົນນະບົດ ໂດຍເຖິງແມ່ນວ່າປະຊາກອນໃນເຂດເມືອງຈະມີລາຍໄດ້ສະເລ່ຍສູງກວ່າປະຊາກອນໃນເຂດຊົນກະບົດກໍຕາມ ແຕ່ວ່າເມື່ອງຕ້ອງປະເຊີນກັບອັດຕາເງິນເຟີ້ສູງ ແລະ ຄ່າເງິນກີບຕົກຕໍ່າລົງຢ່າງຮຸນແຮງດັ່ງກ່າວ ຈຶ່ງເຮັດໃຫ້ຕ້ອງໃຊ້ຈ່າຍເພີ້ມຂຶ້ນຍ້ອນສິນຄ້າລາຄາສູງຂຶ້ນ ຊຶ່ງເຫັນໄດ້ຈາກດັດຊະນີລາຄາການຊົມໃຊ້ທີ່ສູງກວ່າ 200 ເປີເຊັນ ນັບຕັ້ງແຕ່ເດືອນກັນຍາ 2023 ເປັນຕົ້ນມາຈົນເຖິງປັດຈຸບັນ.

ຍິ່ງໄປກວ່ານັ້ນ ບັນຫາເງິນເຟີ້ ແລະ ຄ່າເງິນກີບຕົກຕໍ່າລົງດັ່ງກ່າວ ນີ້ ກໍຍັງໄດ້ສົ່ງຜົນກະທົບຕໍ່ລະດັບລາຍໄດ້ສະເລ່ຍ ຂອງປະຊາກອນລາວອີກດ້ວຍ ເມື່ອທຽບໃສ່ເງິນໂດລາສະຫະລັດ ກໍຄື ສຳລັບປະຊາຊົນໃນເຂດນະຄອນວຽງຈັນ ຊຶ່ງເຄີຍມີລາຍໄດ້ສະເລ່ຍ 64 ລ້ານກີບ ຫຼື 6,379 ໂດລາ ຕໍ່ຄົນໃນປີ 2022 ນັ້ນ ກໍຈະຄິດເປັນພຽງແຕ່ 3,063 ໂດລາ ຕໍ່ຄົນ ເທົ່ານັ້ນໃນປັດຈຸບັນ ຊຶ່ງຫຼຸດລົງເກີນກວ່າ 52 ເປີເຊັນ ທຽບໃສ່ປີ 2022 ສ່ວນປະຊາຊົນທີ່ຢູ່ເຂດຕ່າງແຂວງທີ່ມີລາຍໄດ້ຕໍ່າກວ່າເຂດນະຄອນວຽງຈັນ ເຊັ່ນປະຊາຊົນໃນເຂດບໍລິຄຳໄຊ ມີລາຍໄດ້ສະເລ່ຍບໍ່ເຖິງ 1,300 ໂດລາສະຫະລັດ ຕໍ່ຄົນນັ້ນ ກໍມີທ່າອ່ຽງທີ່ຈະທຸກຍາກເພີ້ມຂຶ້ນອີກ ໂດຍລວມທັງກຸ່ມປະຊາກອນທີ່ໄດ້ພົ້ນຈາກຄວາມທຸກຍາກໄປແລ້ວນັ້ນ ຍັງມີທ່າອ່ຽງທີ່ຈະກັບຄືນສູ່ສະພາບທຸກຍາກອີກເທື່ອໃໝ່ດ້ວຍ ຍ້ອນວ່າມີລາຍໄດ້ທີ່ບໍ່ໝັ້ນຄົງນັ້ນເອງ ດັ່ງເຈົ້າໜ້າທີ່ກະຊວງແຜນການ ໃຫ້ການອະທິບາຍວ່າ:

“ຈາກການຕິດຕາມຕົວຈິງຢູ່ທ້ອງຖີ່ນຫັ້ນ ພົບວ່າຄອບຄົວທີ່ໄດ້ຜ່ານເກນພົ້ນທຸກຈຳນວນບໍ່ນ້ອຍ ມີທ່າອ່ຽງຈະກັບຄືນມາທຸກຄືນ ສາເຫດຕົ້ນຕໍອັນນຶ່ງລະແມ່ນຍ້ອນລາຍໄດ້ຂອງຄອບຄົວມັນບໍ່ໄດ້ເກີດຈາກຖານລາຍຮັບທີ່ມີຄວາມໝັ້ນຄົງ ມັນຈະແຕກຕ່າງກັບຄອບຄົວທີ່ພົ້ນທຸກແລ້ວ ແຕ່ວ່າມີຖານການຜະລິດໝັ້ນຄົງ ມີຫຼາຍໂຄງການທີ່ໄດ້ໄປຕິດຕາມເບິ່ງ ຄອບຄົວໃດມີການປູກຢາງພາລາ ຕັ້ງແຕ່ 1,000 ໂຕນ ຫາ 1,500 ໂຕນນີ້ ຖືວ່າເປັນຄອບຄົວທີ່ສາມາດແກ້ໄຂຄວາມຍາກຈົນໄດ້ແບບຍືນຍົງແທ້ໆ”

ທັງນີ້ ໂດຍເຖິງແມ່ນວ່າອັດຕາເງິນເຟີ້ໃນລາວ ໄດ້ປັບຕົວຫຼຸດລົງຢ່າງຕໍ່ເນື່ອງ ກໍຄືຈາກລະດັບສູງສຸດທີ່ 41.26 ເປີເຊັນ ເມື່ອເດືອນກຸມພາ 2023 ລົງມາຢູ່ທີ່ລະດັບ 24.44 ເປີເຊັນ ເມື່ອເດືອນມັງກອນ 2024 ນັ້ນ ກໍບໍ່ໄດ້ເຮັດໃຫ້ລະດັບຄ່າຄອງຊີບໃນລາວຫຼຸດລົງແຕ່ຢ່າງໃດ ຊຶ່ງເຫັນໄດ້ຈາກດັດຊະນີລາຄາສິນຄ້າ ຍັງປັບຕົວສູງຂື້ນເກີນກວ່າ 200 ເປີເຊັນ ໂດຍສະເພາະແມ່ນໃນດ້ານການຄົມມະນາຄົມ ແລະ ຂົນສົ່ງທີ່ປັບຕົວສູງຂື້ນ 232.48 ເປີເຊັນ ຕາມດ້ວຍອາຫານ ແລະເຄື່ອງດື່ມ ໝວດຮັກສາສຸຂະພາບ ແລະ ຢາ ໝວດເຄື່ອງນຸ່ງ​ຫົ່ມ ໂຮງແຮມ-ຮ້ານອາຫານ ແລະ ບໍລິການຕ່າງໆ ນັ້ນ ລ້ວນແຕ່ປັບຕົວສູງຂຶ້ນເກີນກວ່າ 200 ເປີເຊັນ ໂດຍລັດຖະບານລາວ ບໍ່ສາມາດຄວບຄຸມໄດ້ເລີຍ ເພາະວ່າເປັນສິນຄ້າທີ່ລາວຜະລິດໄ​ດ້​ບໍ່ພຽງພໍ ຈຶ່ງຕ້ອງນຳເຂົ້າຈາກຕ່າງປະເທດເປັນດ້ານຫຼັກ.

ພາຍໃຕ້ສະພາບການດັ່ງກ່າວ ກໍຍັງໄດ້ສົ່ງຜົນເຮັດໃຫ້ຄ່າເງິນກີບຍັງສືບຕໍ່ຜັນຜວນອີກດ້ວຍ ເພາະວ່າສິນຄ້າທີ່ນຳເຂົ້າຈະຕ້ອງຊໍາລະລາຄາດ້ວຍເງິນຕາຕ່າງປະເທດ ໂດຍສະເພາະແມ່ນເງິນບາດ ແລະ ໂດລາສະຫະລັດ ນັ້ນ ກໍຄືເງິນຕາຕ່າງປະເທດທີ່ພາກທຸລະກິດການຄ້າໃນລາວ ຕ້ອງການຫຼາຍທີ່ສຸດ ເມື່ອສົມທົບກັບການທີ່ລາວ ຂາດດຸນການຄ້າຕ່າງປະເທດດ້ວຍແລ້ວ ຍັງເຮັດໃຫ້ເງິນກີບອ່ອນຄ່າລົງ ເຖິງ 20.8 ເປີເຊັນ ແລະ 22.7 ເປີເຊັນ ທຽບໃສ່ໂດລາສະຫະລັດ ແລະ ເງິນບາດ ຊຶ່ງກໍເຮັດໃຫ້ອຳນາດການຊື້ສິນຄ້າຂອງປະຊາຊົນລາວ ຫຼຸດລົງ ດັ່ງທີ່ທ່ານຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ໄດ້ຖະແຫຼງຍອມຮັບວ່າ:

ການອ່ອນຄ່າຂອງເງິນກີບ ຊຶ່ງມີຜົນເຮັດໃຫ້ອັດຕາເງິນຂອງພວກເຮົານີ້ ເພີ້ມຂຶ້ນ ເງິນກີບນີ້ໄດ້ສູງຢູ່ແຕ່ວ່າ ຄິດໄລ່ໃສ່ເງິນໂດລາຖືກວ່າຫຼຸດລົງ ຍ້ອນແນວນັ້ນ ຈຶ່ງກະທົບຕໍ່ຄ່າຄອງຊີບຂອງສັງຄົມ ຄືລາຄາສິນຄ້າ ນັບທັງຜະລິດຢູພາຍໃນ ນັບທັງນຳເຂົ້າ ມັນພົວພັນເຖິງລາຄານໍ້າມັນ ປັດຈຸບັນການຜະລິດຕ່າງໆ ທີ່ນຳເຂົ້າ ມັນກະທົບໄປໝົດ ຄືບັນຫາເຄັ່ງຮ້ອນ ຄວາມຫຍຸ້ງຍາກເສດຖະກິດ-ການເງິນໄລຍະນີ້.

ທັງນີ້ ໂດຍສິນຄ້າທີ່ລາວນຳເຂົ້າ ແລະຕ້ອງຊໍາລະລາຄາດ້ວຍເງິນຕາຕ່າງປະເທດ ຄິດເປັນມູນຄ່າສູງສຸດ ປະກອບມີ 10 ລາຍການສິນຄ້າດ້ວຍກັນ ໂດຍສະເພາະແມ່ນນໍ້າມັນເຊື້ອໄຟນັ້ນ ຄິດເປັນສັດສ່ວນເກີນກວ່າ 20 ເປີເຊັນ ຂອງມູນຄ່າການນຳເຂົ້າສິນຄ້າທັງໝົດ.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG