ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ໄຕ້​ຫວັນ ຊ້ອມ​ລົບ​ທາງ​ທະ​ຫານ ເພື່ອ​ປ້ອງ​ກັນ​ໄພ​ຂົ່ມ​ຂູ່​ຈາກ​ການ​ຮຸກ​ຮານ​ຂອງ​ຈີນ

​ສະ​ມາ​ຊິກ​ຂອງກອງ​ທັບ​ເຮືອ​ໄຕ້​ວັນ ພວມ​ຂັບ​ເຮືອ​ໄວ​ພິ​ເສດ ໃນ​ລະ​ຫວ່າງ​ການ​ຝຶກ​ຊ້ອມ ເພື່ອ​ສະ​ແດງ​ຄວາມ​ພ້ອມ​ໃຫ້​ສື່ມວນ​ຊົນ​ເບິ່ງ ກ່ອນ​ການ​ສະ​ຫຼອງວັນ​ຂຶ້ນ​ປີ​ໃໝ່​ກຸດ​ຈີນ ໃນ​ເຂດ​ນ່ານ​ນ້ຳ​ໃກ້​ກັບ​ເມືອງ​ກາວ​ຊຸງ ເມື່ອ​ວັນ​ທີ 31 ມັງ​ກອນ 2024.

ເກືອບວ່າ​ທຸກໆ​ມື້ ກຳ​ປັ່ນ​ຈີນໄດ້ແລ່ນ​ຢູ່​ໃນ​ເຂດ​ນ່ານ​ນ້ຳ​ ອ້ອມ​ຮອບ​ເກາະ​ໄຕ້​ຫວັນ​ແລະ​ເຮືອ​ບິນ​ລົບ​ກໍ​ບິນມຸ່ງ​ໜ້າ​ໄປ​ຍັງ​ເກາະ​ດັ່ງ​ກ່າວ ​ກ່ອນ​ທີ່​ຈະ​ບິນ​ກັບ. ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ຖ້າ​ພວກ​ເຂົາ​ຫາກ​ທຳ​ການ​ໂຈມ​ຕີ? ນັ້ນ​ຄື​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ກອ​ງ​ທັບ​ໄຕ້​ຫວັນ​ໄດ້​ທຳ​ການ​ຊ້ອມ​ລົບ​ທາງ​ທະ​ເລ ພາກ​ພື້ນ​ດິນ ແລະ​ອາ​ກາດ​ເປັນ​ເວ​ລາ 2 ມື້ ​ໃນ​ອາ​ທິດນີ້ ເພື່ອ​ຝຶກ​ແອບ​ໃນການ​ປ້ອງ​ກັນ ການ​ໂຈມ​ຕີທີ່​ບໍ່​ໄດ້​ມີ​ການ​ກະ​ກຽມ​ລ່ວງ​ໜ້າ​ທຳ​ນອງນີ້. ໃນ​ຂະ​ນະ​ທີ່​ພວກ​ນັກ​ຂ່າວ​ພາ​ກັນ​ມອງ​ເບິ່ງ​ຈາກ​ເຮືອ​ໄວ​ທີ່​ຕິດ​ຕາມ​ໄປນັ້ນ ກຳ​ປັ່ນ​ວາງ​ທຸ່ນ​ລະ​ເບີດ ​ກໍ​ໄດ້​ປ່ອຍ​ລະ​ເບີດ​ປອມ​ຢ່າງ​ໜ້ອຍ 6 ລູກອອກ​ມາ​ຕາມ​ລາງ​ທີ່​ຢູ່​ທ້າຍ​ກຳ​ປັ່ນ.

​ສະ​ມາ​ຊິ​ກ​ຂອງກອງ​ທັບ​ໄຕ້​ຫວັນ ຖ່າຍ​ຮູບ​ໃກ້ໆ​ຖານ​ຍິງ​ລູກ​ສອນ​ໄຟ​ເຄື່ອນ​ທີ່ ໃນ​ລະ​ຫວ່າງ​ການ​ຝຶກ​ຊ້ອມ ເພື່ອ​ສະ​ແດງ​ໃຫ້​ສື່ມວນ​ຊົນ​ເບິ່ງ ທີ່​ຄ້າຍ​ທະ​ຫານ​ແຫ່ງ​ນຶ່ງ​ໃນ​ກາວ​ຊຸງ ເມື່ອ​ວັນ​ທີ 31 ມັງ​ກອນ 2024.

ພົນ​ຕີ​ຊຸນ ລີ ຟາງ (Sun Li-fang) ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດກ່າວ​ຕໍ່​ພວກທີ່​ຖານ​ທັບ​ເຮືອ​ຊູ​ໂອ​ຢິງ (Zuoying) ໃນ​ພາກ​ໃຕ້​ຂອງ​ໄຕ້​ຫວັນ​ວ່າ ການ​ກະ​ທຳ​ຂອງ​ຈີນ​ເມື່ອ​ໄວໆ​ມານີ້ ຂົ່ມ​ຂູ່​ທີ່​ຈະ​ກໍ່​ໃຫ້​ເກີດ​ບັນ​ຫາ​ຂັດ​ແຍ້ງ ​ຊຶ່ງ​ອາດ​ຈະ​ມີ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງຕໍ່ໝົດ​ທັງຂົງ​ເຂດ ບ່ອນ​ທີ່​ການ​ຄ້າ​ ໃນ​ມູນ​ຄ່າ​ຫຼາຍ​ຕື້​ໂດ​ລາ​ ໄດ້​ຖືກ​ສົ່ງຜ່ານ ຊ່ອງ​ແຄບ​ທີ່​ມີ​ຄວາມກວ້າງ 160 ກິ​ໂລ​ແມັດ ທີ່​ແບ່ງ​ແຍກ​ໄຕ້​ຫວັນ​ອອກ​ຈາກ​ຈີນ.

“ການ​ກະ​ທຳແບບ​ຂາດ​ຄວາມ​ຮັບ​ຜິດ​ຊອບ ໂດຍ​ລຳ​ພັງ​ພຽງ​ຝ່າຍ​ດຽວ​ອາດ ​ກໍ່​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ ​ເພີ້ມ​ທະ​ວີ​ຂຶ້ນ​ໄດ້​ຢ່າງ​ງ່າຍ​ດາຍ ແລະ​ບ່ອນ​ທຳ​ລາ​ຍ​ຕໍ່​ສະ​ຖຽນ​ລະ​ພາບ​ຢູ່​ໃນ​ບໍ​ລິ​ເວນ​ຊ່ອງ​ແຄບ​ໄຕ້​ຫວັນ” ນາຍ​ພົນ​ຊຸນ ກ່າວ. “ດັ່ງ​ນັ້ນ​ພວກ​ຈີນ​ຄອມ​ມູ​ນິ​ສ​ຄວນ​ຈະ​ຢຸດ​ເຊົາ​ໃນ​ທັນ​ທີ ກ່ຽວ​ກັບ​ການ​ກະ​ທຳ​ເພື່ອ​ບ່ອນ​ທຳ​ລາຍ​ເຫຼົ່າ​ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG