ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ທຳ​ການ​ລາດ​ຕະ​ເວນ ໃນ​ທະ​ເລ​ຈີນ​ໃຕ້ ທ່າມ​ກາງຄວາມ​ເຄັ່ງ​ຕຶງ​ ທີ່​ເພີ້ມ​ທະ​ວີ​ຂຶ້ນ


ກຳ​ປັ່ນ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຈີນ ແລ່ນ​ເຂົ້າ​ໄປ​ໃກ້​ກຳ​ປັ່ນ​ຂອງ​ຟີ​ລິບ​ປິນ (ຂວາ) ອັນ​ເປັນ​ພາກ​ສ່ວນ​ນຶ່ງ​ຂອງ​ຂະ​ບວນ​ເຮືອ​ຂົນ​ສົງ​ພົນ​ລະ​ເຮືອນ ຢູ່​ທະ​ເລ​ຈີນ​ໃຕ ທີ່​ມີ​ການ​ຂັດ​ແຍ້ງ​ກັນ ເມື່ອ​ວັນ​ທີ 10 ທັນ​ວາ 2023.
ກຳ​ປັ່ນ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຈີນ ແລ່ນ​ເຂົ້າ​ໄປ​ໃກ້​ກຳ​ປັ່ນ​ຂອງ​ຟີ​ລິບ​ປິນ (ຂວາ) ອັນ​ເປັນ​ພາກ​ສ່ວນ​ນຶ່ງ​ຂອງ​ຂະ​ບວນ​ເຮືອ​ຂົນ​ສົງ​ພົນ​ລະ​ເຮືອນ ຢູ່​ທະ​ເລ​ຈີນ​ໃຕ ທີ່​ມີ​ການ​ຂັດ​ແຍ້ງ​ກັນ ເມື່ອ​ວັນ​ທີ 10 ທັນ​ວາ 2023.

ກອງ​ທັບ​ຈີນ​ ຈະ​ທຳ​ການລາດ​ຕະ​ເວນ ​ຕາມ​ປົກ​ກະ​ຕິ ດ້ວຍກອງ​ທັບ​ເຮືອ ແລະກອງ​ທັບ​ອາ​ກາດ​ຂອງ​ຕົນ ຢູ່ໃນ​ທະ​ເລ​ຈີນ​ໃຕ້ ແຕ່​ວັນ​ພຸດ​ຫາ​ວັນ​ພະ​ຫັດ​ມື້ນີ້ ກອງ​ບັນ​ຊາ​ການ​ທະ​ຫານ​ຮ່ວມ​ ໃນ​ເຂດ​ພາກ​ໃຕ້​ກ່າວ ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ກ່ຽວ​ກັບ​ບັນ​ຫາ​ຂັດ​ແຍ້ງ​ໃນ​ເລື້ອງ​ເຂດ​ນ້ຳ​ແດນ​ດິນ ອີງ​ຕາມ​ລາຍ​ງານ​ຂ່າວ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ກອງ​ບັນ​ຊາ​ການ​ຮ່ວມ​ກ່າວ​ວ່າ ທະ​ຫານ​ທີ່​ປະ​ຈຳ​ການ ​ຢູ່​ໃນ​ເຂດ​ດັ່ງ​ກ່າວ​ ຈະ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ກຽມ​ພ້ອມ ​ຢ່າງ​ເຕັມ​ທີ່​ໃນ​ທຸກ​ເວ​ລາ ແລະ​ຈະ​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ ຄວາມ​ໝັ້ນ​ຄົງ ແລະ​ສິດ​ທິ​ທາງ​ທະ​ເລ.

ການ​ລາດ​ຕະ​ເວນນີ້​ຍັງ​ຈະ​ແນ​ໃສ່​ເພື່ອ​ສະ​ກັດ​ກັ້ນ​ກິດ​ຈະ​ກຳ​ຕ່າງໆ​ທີ່​ລົບ​ກວນ​ຢູ່​ທະ​ເລ​ຈີນ​ໃຕ້ ແລະ​ສ້າງ “ຈຸດ​ຮ້ອນ​ຮົນ” ຂຶ້ນ ກອງ​ທັບ​ຈີນ​ກ່າວ ຢູ່​ໃນ​ບັນ​ຊີ ວີ​ແຊດ ຂອງກອງ​ບັນ​ຊາ​ການ​ຮ່ວມ​ໃນ​ເຂດ​ພາກ​ໃຕ້.

ການ​ຊ້ອມ​ລົບ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ຈີນ​ປະ​ເຊີນ​ໜ້າ​ກັບ​ຄວາມ​ເຄັ່ງ​ຕຶງ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ຢູ່​ໃນ​ຂົງ​ເຂດ ໂດຍ​ສະ​ເພາະ​ແລ້ວ​ ແມ່ນ​ກັບ​ຟີ​ລິບ​ປີນ. ປະ​ເທດ​ທັງ​ສອງ ເມື່ອ​ໄວໆ​ມານີ້ ຕ່າງ​ກໍ​ໄດ້ກ່າວ​ຫາ​ຊຶ່ງ​ກັນ​ແລະ​ກັນ​ ກ່ຽວ​ກັບ​ການ​ປະ​ເຊີນໜ້າ​ທີ່​ສຳ​ຄັນ​ທາງ​ທະ​ເລ.

ຟີ​ລິບ​ປີນ​ແລະ​ສະ​ຫະລັດ ເລີ້ມ​ການ​ລາ​ດ​ຕະ​ເວນ​ຮ່ວມ​ເປັນ​ເວ​ລາ 2 ມື້​ໃນ​ທະ​ເລ​ຈີນ​ໃຕ້​ໃນ​ວັນ​ພຸດ​ວານນີ້ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ມີ​ທ່າ​ທາງວ່າໄດ້​ສ້າງ​ຄວາມ​ບໍ່​ສະ​ບາຍ​ໃຈ​ໃຫ້​ແກ່​ຈີນ.

ໃນ​ອາ​ທິດ​ແລ້ວນີ້ ຟີ​ລິບ​ປິນ​ກ່າວ​ວ່າ ຕົນ​ບໍ່​ໄດ້​ທ້າ​ທາຍ​ຍຸ​ແຍ່ ​ໃຫ້​ເກີດ​ບັນ​ຫາ​ຂັດ​ແຍ້ງ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ເພື່ອ​ເປັນ​ການ​ຕອບ​ໂຕ້ ​ຕໍ່​ການ​ກ່າວ​ຫາ​ຂອງ​ຈີນ​ ທີ່​ວ່າ ມະ​ນີ​ລາ​ໄດ້​ບຽດ​ຢຶດ​ເອົາດິນ​ແດນ​ຂອງ​ປັກ​ກິ່ງ.

ຈີນ​ໄດ້​ເຕືອນ​ຟີ​ລິບ​ປິນ​ຊ້ຳ​ແລ້ວ​ຊ້ຳ​ອີກ ກ່ຽວ​ກັບ​ການ​ລ່ວງ​ລ້ຳ​ຢູ່​ທະ​ເລ​ຈີນ​ໃຕ້ ທີ່​ປັກ​ກິ່ງ​ຖື​ວ່າ​ເປັນ​ດິນ​ແດນ​ຂອງ​ຕົນ. ຈີນ​ໄດ້​ອ້າງ​ເອົາ​ກຳ​ມະ​ສິດ​ເກືອ​ບທັງ​ໝົດຢູ່ໃນ​ທະ​ເລ​ຈີນ​ໃຕ້ ໃນ​ຂະ​ນະ​ທີ່​ຟີ​ລິບ​ປິນ​ໄດ້​ກ່າວ​ເຖິງ​ທະ​ເລ​ຈີນ​ໃຕ້​ໃນ​ເຂດ​ດັ່ງ​ກ່າວ​ວ່າ​ນອນ​ຢູ່​ໃນເຂດ​ເສດ​ຖະ​ກິດ​ສະ​ເພາະ​ຂອງ​ຕົນ ໃນ​ທະ​ເລ​ຟີ​ລິບ​ປິນ​ຕາ​ເວັນ​ຕົກ.

ຈີນ​ກ່າວ​ວ່າ ຟີ​ລິບ​ປິນ​ແມ່ນ​ກາງ​ຕໍ່​ການ​ສະ​ໜັບ​ສະ​ໜຸນ ​ຂອງ​ສະ​ຫະ​ລັດ ເພື່ອ​ສືບ​ຕໍ່ຍົ້ວ​ຍຸທ້າ​ທາຍ​ຈີນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG