ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ ຢູ່​ທະ​ເລ​ແດງ ​ພາໃຫ້​ເກີດ​ຄ​ວາມ​ເຄັ່ງ​ຕຶງ ໃນ​ຂະ​ນະ​ທີ່ ​ສະ​ຫະ​ລັດ ສັງ​ຫານ​ ພວກ​ຫົວ​ຮຸນ​ແຮງ 5 ຄົນ ​ໃນ​ອ​ີ​ຣັກ


ແຟ້ມ - ກຳ​ປັ່ນ​ລົບ​ສະ​ຫະ​ລັດ USS Carney ພວມ​ແລ່ນ​ອອກ​ຈາກບອ​ສ​ຟໍ​ຣັ​ສ ນະ​ຄອນ​ອິ​ສ​ຕັນ​ບູ​ລ ປະ​ເທດ​ເທີ​ກີ ເມື່ອ​ວັນ​ທີ 14 ກໍ​ລະ​ກົດ 2019 ແລະ​ກຳ​ປັ່ນ​ລົບ​ລຳ​ນີ້ ໄດ້​ຍິງ​ທຳ​ລາຍ​ໂດ​ຣນ ​ຂອງ​ພວກ​ກະ​ບົດ​ຮູ​ຕີ ໃນ​ທະ​ເລ​ແດງ ເມື່ອ​ວັນ​ທີ 3 ທັນ​ວາ 2023.
ແຟ້ມ - ກຳ​ປັ່ນ​ລົບ​ສະ​ຫະ​ລັດ USS Carney ພວມ​ແລ່ນ​ອອກ​ຈາກບອ​ສ​ຟໍ​ຣັ​ສ ນະ​ຄອນ​ອິ​ສ​ຕັນ​ບູ​ລ ປະ​ເທດ​ເທີ​ກີ ເມື່ອ​ວັນ​ທີ 14 ກໍ​ລະ​ກົດ 2019 ແລະ​ກຳ​ປັ່ນ​ລົບ​ລຳ​ນີ້ ໄດ້​ຍິງ​ທຳ​ລາຍ​ໂດ​ຣນ ​ຂອງ​ພວກ​ກະ​ບົດ​ຮູ​ຕີ ໃນ​ທະ​ເລ​ແດງ ເມື່ອ​ວັນ​ທີ 3 ທັນ​ວາ 2023.

ກຳ​ລັງ​ຂອງ​ສະ​ຫະ​ລັດ​ໄດ້​ສັງ​ຫານ​ພວກ​ຫົວ​ຮຸນ​ແຮງ​ທີ່​ອີ​ຣານ​ໜຸນ​ຫຼັງ 5 ຄົນ​ຂະ​ນະ​ທີ່​ພວກ​ເຂົາ​ພະ​ຍາ​ຍາມ​ສົ່ງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ​ຫຼື​ໂດ​ຣນ​ໂຈມ​ຕີ​ ໃນ​ອີ​ຣັກ ຂະ​ນະ​ທີ່​ຈຳ​ນວນ​ການ​ໂຈມ​ຕີ​ຕໍ່​ກຳ​ລັງ​ສະ​ຫະ​ລັດ​ໃນ​ອີ​ຣັກ ແລະ​ຊີ​ເຣຍ​ເພີ້ມ​ຂຶ້ນ​ເປັນ 76 ຄັ້ງ​ນັບ​ແຕ່​ກາງ​ເດືອນ​ຕຸ​ລາ​ເປັນ​ຕົ້ນ​ມາ.

ຮອງ​ໂຄ​ສົກ​ຂອງ​ທຳ​ນຽບ​ຫ້າ​ແຈ ຊາບ​ຣີ​ນາ ຊິງ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ກຳ​ລັງ​ສະ​ຫະ​ລັດ ​ໄດ້​ພົບ​ເຫັນ​ພວກ​ຫົວ​ຮຸນ​ແຮງ ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ ຂະ​ນະ​ທີ່​ພວກ​ເຂົາ​ກຳ​ລັງ​ຈະ​ສົ່ງ​ໂດ​ຣນ​ໂຈມ​ຕີ ແລະ​ກໍ​ໄດ້​ຍິງ​ອາ​ວຸດ​ທີ່​ມີ​ຄວາມ​ແມ່ນ​ຍຳ​ສູງ ຈາກ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ສະ​ຫະ​ລັດ ສັງ​ຫານ​ພວກ​ເຂົາ.

“ພວກ​ເຮົາ​ຮູ້​ສຶກວ່າ....... ມັນ​ເປັນ​ໄພ​ຂົ່ມ​ຂູ່ ​ຕໍ່​ກຳ​ລັງ​ຂອງ​ສະ​ຫະ​ລັດ ແລະ​ຍ້ອນ​ວ່າ​ພວກ​ເຮົາ​ມີ​ສິດ​ທິຢ່າງ​ຖືກ​ຕ້ອງ​ຊອບ​ທຳໃນ​ການ​ປ້ອງ​ກັນ​ໂຕ ພວກ​ເຮົາ​ຈຶ່ງ​ເອົາ​ມາດ​ຕະ​ການ​ດັ່ງ​ກ່າວ” ທ່ານ​ນາງ​ກ່າວ​ຕື່ມ.

ພວກ​ຕົວ​ແທນທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ​ຍິງ​ລະ​ບົບ​ຈະ​ຫຼວດ​ໂຈມ​ຕີ 2 ຄັ້ງ ຕໍ່​ກຳ​ລັງ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ ເມື່ອ​ທ້າຍ​ອາ​ທິດ​ທີ່​ຜ່ານມ​າ ເປົ້າ​ໝາຍ​ນຶ່ງ​ແມ່ນ​ Rumalyn Landing Zone ແລະ​ອີກ​ເປົ້າ​ໝາຍ​ນຶ່ງ​ແມ່ນ​ທີ່​ຕັ້ງ​ຂອງ​ກຳ​ລັງ​ໃນ​ເຂດ​ຊາ​ແດັດ​ດີ (Shadaddi). ການ​ໂຈມ​ຕີ​ທັງ​ສອງ​ບໍ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ໃດ​ບາດ​ເຈັບ​ລົ້ມ​ຕາຍ ຫຼື​ສ້າງ​ຄວາມ​ເສຍ​ຫາຍ​ໃດໆ ​ໃຫ້​ແກ່​ພື້ນ​ຖານ​ໂຄງ​ລ່າງ.

“ອີ​ຣ່ານ ພວກ​ເຮົາ​ເຊື່ອ​ວ່າ ແມ່ນ​ເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ທີ່​ສຸດ” ໃນ​ການ​ໂຈມ​ຕີ​ໃສ່​ກຳ​ປັ່ນ​ທີ່​ແລ່ນ​ຢູ່​ໃນ​ທະ​ເລ​ແດງ ທີ່​ປຶກ​ສາ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານເຈກ​ ຊູ​ລ​ລີ​ວານ​ກ່າວ​ໃນ​ວັນ​ຈັນ​ວານນີ້.

“ນີ້​ແມ່ນ​ບັນ​ຫາ​ສຳ​ລັບ​ໂລກ​ທັງ​ມວນ” ທ່ານ​ກ່າວ​ເພີ້ມ​ຕື່ມ.

ຄວາມ​ຮຸນ​ແຮງ​ເທື່ອ​ຫຼ້າ​ສຸດ​ໃນ​ອີ​ຣັກ​ແລະ​ຊີ​ເຣຍ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ພວກ​ກະ​ບົດ​ຮູ​ຕີ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ ໃນ​ເຢ​ເມນ ຍິງ​ໂຈມ​ຕີ​ກຳ​ປັ່ນການ​ຄ້າ 3 ລຳ​ໃນ​ທະ​ເລ​ແດງ​ດ້ວຍ​ລູກ​ສອນ​ໄຟ ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ ແລະ​ໃນ​ອັນ​ທີ່​ອາດ​ຈະ​ເປັນ​ການ​ເພີ້​ມ​ທະ​ວີ​ຄວາມ​ຮຸນ​ແຮງ​ຂຶ້ນ ຕໍ່​ການ​ໂຈມ​ຕີ​ທາງ​ທະ​ເລ​ທີ່​ມີ​ມາ​ເປັນ​ລຳ​ດັບ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ກາງ ທີ່​ເຊື່ອມ​ໂຍງ​ກັບ​ສົງ​ຄາມ​ ເປັນ​ເວ​ລາ 2 ເດືອນ ​ລະ​ຫວ່າງ​ອິ​ສ​ຣາ​ແອ​ລ ກັບ​ກຸ່ມ​ຮາ​ມາ​ສ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG