ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳສະຫະປະຊາຊາດ ຜັກດັນໃຫ້ການຢຸດຍິງ ໃນເຂດກາຊາ ເປັນການຢຸດຍິງ ເພື່ອມະນຸດສະທຳ ຢ່າງເຕັມຮູບແບບ


ແຟ້ມພາບ - ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ ແອນໂຕນີໂອ ກູເຕເຣັສ (Antonio Guterres) ກ່າວໃນລະຫວ່າງການປະຊຸມສະພາຄວາມໝັ້ນຄົງ ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ ວັນທີ 24 ຕຸລາ 2023.
ແຟ້ມພາບ - ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ ແອນໂຕນີໂອ ກູເຕເຣັສ (Antonio Guterres) ກ່າວໃນລະຫວ່າງການປະຊຸມສະພາຄວາມໝັ້ນຄົງ ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ ວັນທີ 24 ຕຸລາ 2023.

ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ ແອນໂຕນີໂອ ກູເຕເຣັສ (Antonio Guterres) ໃນວັນຈັນວານນີ້ ໄດ້ຊຸກຍູ້ໃຫ້ມີການຢຸດຍິງເພື່ອມະນຸດສະທໍາຢ່າງເຕັມຮູບແບບ ລະຫວ່າງອິສຣາແອລ ແລະກຸ່ມຫົວຮຸນແຮງຮາມາສ ປາແລັສໄຕນ໌ ແທນທີ່ຈະເປັນການຢຸດຊົ່ວຄາວ, ເນື່ອງຈາກວ່າ "ໄພພິບັດດ້ານມະນຸດສະທໍາໃນ ກາຊາ ຮ້າຍແຮງຂຶ້ນທຸກມື້" ອີງຕາມອົງການຂ່າວຣອຍເຕີສ໌.

ແຫລ່ງຂ່າວດ້ານຄວາມໝັ້ນຄົງຂອງອີຈິບ ກ່າວວ່າ ບັນດານັກເຈລະຈາ​ຂອງ​ອີ​ຈິບ, ກາຕາ ແລະ ສະຫະລັດ ໃກ້​ຈະ​ບັນ​ລຸ​ກ່ຽວ​ກັບຂໍ້ຕົກລົງ ຂະຫຍາຍເວລາການຢຸດຍິງ 4 ມື້ ໃນເຂດກາຊາ ທີ່ສິ້ນສຸດລົງໃນວັນຈັນ, ທ່າມກາງ​ຄວາມ​ກົດ​ດັນຈາກ​ທົ່ວ​ໂລກ​ທີ່​ເພີ່ມ​ຂຶ້ນ​ ໃຫ້ເຮັດຂໍ້ຕົກລົງ ເຊິ່ງຢຸດຊົ່ວຄາວການສູ້ລົບ ເປັນເວລາ 7 ອາທິດ.

ໂຄສົກຂອງທ່ານ ກູເຕເຣັສ ທ່ານ ສະເຕບຟານ ດູຈາຣິກ (Stephane Dujarric) ກ່າວໃນຖະແຫຼງການສະບັບນຶ່ງວ່າ "ການເຈລະຈາ ທີ່ນໍາໄປສູ່ຂໍ້ຕົກລົງຈະຕ້ອງດຳເນີນຕໍ່ໄປ, ເຊິ່ງຈະສົ່ງຜົນໃຫ້ມີການຢຸດຍິງເພື່ອມະນຸດສະທໍາ ຢ່າງສົມບູນ, ເພື່ອຜົນປະໂຫຍດຂອງປະຊາຊົນໃນເຂດກາຊາ, ອິສຣາແອລ ແລະພາກພື້ນທີ່ກວ້າງຂວາງ".

"ອົງການສະຫະປະຊາຊາດ ຈະສືບຕໍ່ສະຫນັບສະຫນູນຄວາມພະຍາຍາມເຫຼົ່ານີ້ຕໍ່ໄປ ໃນທຸກວິທີທາງທີ່ເປັນໄປໄດ້," ທ່ານກ່າວ.

ທ່ານ ດູຈາຣິກ ກ່າວ​ອີກ​ວ່າ ທ່ານ ກູເຕເຣັສ ​ໄດ້​ຮຽກຮ້ອງ​ໃຫ້ປ່ອຍຕົວປະກັນທີ່​ກຸ່ມຫົວ​ຮຸນ​ແຮງ ຮາມາສ ​ຈັບໄວ້ ທັນທີ ແລະໂດຍ​ບໍ່​ມີ​ເງື່ອນ​ໄຂ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG