ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ກະ​ກຽມ​ສຳ​ລັບ​ການ​ປ່ອຍ​ໂຕ​ປະ​ກັນ​ ຮອບ​ 3 ໂດຍ​ກຸ່ມ​ຮາ​ມາ​ສ ໃນ​ວັນ​ອາ​ທິດມື້ນີ້


ໃນ​ຮູບ ທີ່​ສະ​ໜອງ​ໂດຍກອງ​ທັບ​ອິ​ສ​ຣາ​ແອ​ລ ສະ​ແດງ​ໃຫ້​ເຫັນ ນາງ Emily Hand, ຂວາ, ​ໂຕ​ປະ​ກັນ​ທີ່​ຖືກ​ປ່ອຍ ພົບ​ກັບ​ພໍ່​ຂອງ​ນາງ ເມື່ອ​ວັນ​ທີ 26 ພະ​ຈິກ 2023, ຢູ່​ອິ​ສ​ຣາ​ແອ​ລ.
ໃນ​ຮູບ ທີ່​ສະ​ໜອງ​ໂດຍກອງ​ທັບ​ອິ​ສ​ຣາ​ແອ​ລ ສະ​ແດງ​ໃຫ້​ເຫັນ ນາງ Emily Hand, ຂວາ, ​ໂຕ​ປະ​ກັນ​ທີ່​ຖືກ​ປ່ອຍ ພົບ​ກັບ​ພໍ່​ຂອງ​ນາງ ເມື່ອ​ວັນ​ທີ 26 ພະ​ຈິກ 2023, ຢູ່​ອິ​ສ​ຣາ​ແອ​ລ.

ອິ​ສ​ຣາ​ແອ​ລ ​ກ່າວ​ໃນ​ວັນ​ອາ​ທິດມື້ນີ້ນີ້​ວ່າ ຕົນ​ໄດ້​ຮັບ​ບັນ​ຊີ​ລາຍ​ຊື່ໂຕ​ປະ​ກັນ​ທີ່​ມີ​ແຜນ​ການ​ຈະ​ຖືກ​ປ່ອຍ​ໂດຍ​ກຸ່ມ​ຮາ​ມາ​ສ ໃນ​ມື້ນີ້ແລ້ວ.

ການ​ປ່ອຍ​ໂຕປະ​ກັນ​ຮອບທີ 3 ມີ​ຂຶ້ນ​ໃນ​ມື້​ທີ​ສາມ ຂອງ​ການ​ຢຸດ​ຍິງ​ເປັນ​ເວ​ລາ 4 ມື້.

ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ອິ​ສ​ຣາ​ແອ​ລ​ໄດ້​ກວດ​ເບິ່ງ​ບັນ​ຊີ​ລາຍ​ຊື່ ແລະ​ໄດ້​ມີ​ການ​ແຈ້ງ​ໃຫ້​ຄອບ​ຄົວ​ຕົວ​ປະ​ກັນ​ຊາບ ອີງ​ຕາມ​ຖະ​ແຫຼງ​ການ​ຈາກ​ຫ້ອງ​ການ​ປະ​ສານ​ງານ​ກ່ຽວ​ກັບ​ໂຕ​ປະ​ກັນ​ແລະ​ຜູ້​ຫາຍ​ສາບ​ສູນ.

ໃນ​ຂະ​ນະ​ດຽວ​ກັນ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ປາ​ແລັ​ສ​ໄຕ​ນ໌ ກ່າວ​ໃນ​ວັນ​ອາ​ທິດມື້ນີ້​ວ່າ ກຳ​ລັງ​ອິ​ສ​ຣາ​ແອ​ລ​ໄດ້​ຍິງ​ຊາວ​ປາ​ແລັ​ສ​ໄຕ​ນ໌​ເສຍ​ຊີ​ວິດ​ຢ່າງ​ນ້ອຍ 6 ຄົນ ເມື່ອ​ຄືນ​ທີ່​ແລ້ວ ຢູ່​ໃນ​ເຂດ​ເວັ​ທ​ແບັງ.

ກຸ່ມ​ຮາ​ມາ​ສ​ໄດ້​ປ່ອຍ​ໂຕ​ປະ​ກັນ 17 ຄົນ ໃນ​ຕອນ​ແລງ​ຂອງມື້​ວັນ​ເສົາ​ວານນີ້ 13 ຄົນ​ເປັນ​ຊາວ​ອິ​ສ​ຣາ​ແອ​ລ ແລະ​ຊາວ​ໄທ 4 ຄົນ. ໃນ​ເວ​ລາ​ບໍ່​ດົນ​ຕໍ່​ມາ ຄື​ຕອນ​ເຊົ້າ​ຂອງວັນ​ອາ​ທິດມື້ນີ້ ອິ​ສ​ຣາ​ແອ​ລ​ໄດ້​ປ່ອຍ​ນັກ​ໂທດ​ປາ​ແລັ​ສ​ໄຕ​ນ໌ 39 ຄົນ.

ໂຕ​ປະ​ກັນ​ໄດ້​ຖືກ​ປ່ອຍ​ຊ້າກວ່າ​ທີ່​ຄາດ​ໝາຍ​ໄວ້​ຫຼາຍ​ຊົ່ວ​ໂມງ ຫຼັງ​ຈາກ​ກຸ່ມ​ຫົວ​ຮຸນ​ແຮງ​ໄດ້​ກ່າວ​ຫາ​ອິ​ສ​ຣາ​ແອ​ລ​ວ່າ ລະ​ເມີດ​ຂໍ້​ຕົກ​ລົງ​ການ​ແລກ​ປ່ຽນ ຊຶ່ງ​ເປັນ​ການ​ກ່າວ​ອ້າງ​ທີ່​ເຈົ້າ​ໜ້າ​ທີ່​ອິ​ສ​ຣາ​ແອ​ລ​ໄດ້​ປະ​ຕິ​ເສດ.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG