ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ທັບ​ອາ​ກາດ ອິ​ສ​ຣາ​ແອ​ລ ໂຈມ​ຕີ​ເປົ້າ​ໝາຍ 600 ແຫ່ງ​ໃນ ກາ​ຊາ


ເດັກ​ຊາຍ ແລະ ເດັກ​ຍິງ ປາ​ແລັ​ສ​ໄຕ​ນ໌ ຍ່າງ​ຈັບ​ມື​ກັນ​ຜ່ານ​ຕຶກ​ທີ່​ຖືກ​ທຳ​ລາຍ​ຫຼັງ​ຈາກ​ການ​ຖິ້ມ​ລະ​ເບີດ​ໃສ່​ຂອງ​ອິ​ສ​ຣາ​ແອ​ລ​ໃນ​ສູນ​ອົບ​ພະ​ຍົບ ນູ​ເຊ​ຣັດ, ເຂດ​ກາ​ຊາ, 30 ຕຸ​ລາ 2023.
ເດັກ​ຊາຍ ແລະ ເດັກ​ຍິງ ປາ​ແລັ​ສ​ໄຕ​ນ໌ ຍ່າງ​ຈັບ​ມື​ກັນ​ຜ່ານ​ຕຶກ​ທີ່​ຖືກ​ທຳ​ລາຍ​ຫຼັງ​ຈາກ​ການ​ຖິ້ມ​ລະ​ເບີດ​ໃສ່​ຂອງ​ອິ​ສ​ຣາ​ແອ​ລ​ໃນ​ສູນ​ອົບ​ພະ​ຍົບ ນູ​ເຊ​ຣັດ, ເຂດ​ກາ​ຊາ, 30 ຕຸ​ລາ 2023.

ກອງ​ທັບ​ອາ​ກາດ ອິ​ສ​ຣາ​ແອ​ລ ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ໂຈມ​ຕີ​ເປົ້າ​ໝາຍ​ຂອງ​ກຸ່ມ​ຮາ​ມາ​ສ ຫຼາຍກວ່າ 600 ແຫ່ງ​ໃນ​ເຂດ​ກາ​ຊາ​ໃນ​ໄລ​ຍະ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ.

ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ຍັງ​ໄດ້​ໂຈມ​ຕີ​ເປົ້າ​ໝາຍ​ຕ່າງໆ​ໃນ ຊີ​ເຣຍ ແລະ ເລ​ບາ​ນອນ. ກອງ​ທັບ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ “ການ​ໂຈມ​ຕີ​ນັ້ນ​ແມ່ນ​ການ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ທີ່​ໄດ້​ເກີດ​ຂຶ້ນ​ຈາກ​ທັງ​ສອງ​ປະ​ເທດ​ນັ້ນ.

ກອງ​ກຳ​ລັງ​ປ້ອງ​ກັນ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ວ່າ, “ໃນ​ລະ​ຫວ່າງ​ການ​ປະ​ທະ​ກັນ​ກັບ​ພວກ​ກໍ່​ກາ​ນ​ຮ້າຍ​ໃນ​ເຂດ​ກາ​ຊາ, ກອງ​ກຳ​ລັງ​ປ້ອງ​ກັນ​ອິ​ສ​ຣາ​ແອ​ລ ໄດ້​ສັງ​ຫານ​ພວກ​ກໍ່​ການ​ຮ້າຍຫຼາຍ​ສິບ​ຄົນ ຜູ້​ທີ່​ໄດ້​ລີ້​ຢູ່​ໃນ​ຕຶກ​ອາ​ຄານ ແລະ ອຸ​ໂມງ ແລະ ໄດ້​ພະ​ຍາ​ຍາມ​ທີ່​ຈ​ະ​ໂຈມ​ຕີ​ກອງທະ​ຫານ.” ກຸ່ມ​ຮາ​ມາ​ສ​ຍັງ​ໄດ້​ລາຍ​ງານ ກ່ຽວ​ກັບ ການ​ຕໍ່​ສູ້​ຢ່າງ​ໜັກ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ເຂດ​ກາ​ຊາ.

ອົງ​ການ Save the Children ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ​ຈຳ​ນວນ​ເດັກ​ນ້ອຍ​ທີ່​ຖືກ​ລາຍ​ງານ​ວ່າ​ໄດ້​ເສຍ​ຊີ​ວິດ​ໃນ​ເຂດ​ກາ​ຊາ​ໃນ​ສາມ​ອາ​ທິດ​ທີ່​ຜ່ານ​ມາ “ໄດ້​ກາຍ​ຈຳ​ນວນ​ເດັກ​ນ້ອ​ຍ​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ເຂດ​ຄວາມ​ຂັດ​ແຍ້ງ​ທົ່ວ​ໂລກ​ປະ​ຈຳ​ປີ​ນັບ​ຕັ້ງ​ແຕ່​ປີ 2019.” ເດັກ​ນ້ອຍຫຼາຍກວ່າ 3,000 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກາ​ຊາ.

ອິ​ສ​ຣາ​ແອ​ລ ໄດ້​ເຜີຍ​ແຜ່​ຮູບ​ພາບ​ລົດ​ຖັງ​ຂອງ​ເຂົາ​ເຈົ້າ​ຢູ່​ຊາຍ​ຝັ່ງ​ພາກ​ຕາ​ເວັນ​ຕົກ​ຂອງດິນ​ແດນ​ປາ​ແລັ​ສ​ໄຕ​ນ໌ ທີ່​ຖືກ​ປິດ​ລ້ອມ 24 ຊົ່ວ​ໂມງຫຼັງ​ຈາກ​ໄດ້​ສັ່ງ​ໃຫ້​ຂະ​ຫຍາຍ​ການ​ບຸກ​ລຸກ​ທາງ​ພື້ນ​ດິນ​ໃນ​ທົ່ວ​ເຂດ​ຊາຍ​ແດນ​ພາກ​ຕາ​ເວັນ​ອອກ​ຂອງ​ເຂົາ​ເຈົ້າ. ກຸ່​ມ​ຮາ​ມາ​ສ ໄດ້​ກ່າວ​ວ່າ​ພວກ​ເຂົາ​ໄດ້​ໂຈມ​ຕີ​ລົດ​ຖັງ​ຂອງ ອິ​ສ​ຣາ​ແອ​ລ ໃນ​ພາກ​ເໜືອ​ຂອງ​ເຂດ​ກາ​ຊາ​ດ້ວຍ​ລູກ​ສອນ​ໄຟ ແລະ ໄດ້​ເຍາະ​ເຢີ້ຍ​ລາຍ​ງານ​ທີ່​ວ່າ​ກອງ​ທະ​ຫານ ອິ​ສ​ຣາ​ແອ​ລ ໄດ້​ບຸກ​ເລິກ​ເຂົ້າ​ໄປ​ໃນເຂດ​ກາ​ຊາ. ​ແຕ່ບໍ່​ມີ​ລາຍ​ງານ​ໃດ​ແມ່​ນ​ສາ​ມາດ​ຖືກ​ຢືນ​ຢັນ​ໄດ້​ຢ່າງ​ເປັນ​ອິດ​ສະຫຼະ.

ກອງ​ທັບ ອິ​ສ​ຣາ​ແອ​ລ ໄດ້​ປະ​ກາດ​ການ​ຮຽກ​ຮ້ອງ​ອັນ​ຮີບ​ດ່ວນ​ອີກ​ຄັ້ງ​ໃນ​ວັນ​ອາ​ທິດ​ວານນີ້​ເພື່ອ​ໃຫ້​ພົນ​ລະ​ເຮືອນ ປາ​ແລັ​ສ​ໄຕ​ນ໌ ໃນ​ເຂດ​ກາ​ຊາ ອົບ​ພະ​ຍົບ​ໄປ​ທາງ​ພາກ​ໃຕ້​ຊົ່ວ​ຄາວ, ຫ່າງ​ຈາກ​ຈຸດ​ສູນ​ກາງ​ຂອງ​ສົງ​ຄາມ​ຕໍ່​ກຸ່ມ ຮາ​ມາ​ສ.

ຫົວ​ໜ້າ​ໂຄ​ສົກ ພົນ​ເຮືອ​ຕີ ແດ​ນຽ​ລ ຮາ​ກາ​ຣີ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ການ​ຍົກ​ຍ້າຍ​ໄປ​ພາກ​ໃຕ້​ແມ່ນ​ເພື່ອ​ຄວາມ​ປອດ​ໄພ​ສ່ວນ​ຕົວ.”

ທ່ານ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ລາຍ​ງານ​ທາງ​ໂທ​ລະ​ພາບ​ວ່າ “ມື້ນີ້​ພວກ​ເຮົາ​ຂໍ​ຢໍ້​າ​ວ່ານີ້​ແມ່ນ​ການ​ຮຽກ​ຮ້ອງ​ທີ່​ຮີບດ່ວນ”. ທ່ານ​ຍັງ​ໄດ້​ລາຍ​ງານ​ວ່າ​ຈຳ​ນວນ​ປະ​ຊາ​ຊົນ​ທີ່​ຢືນ​ຢັນ​ວ່າ​ຖືກ​ຈັບ​ເປັນ​ຕົວ​ປະ​ກັນ​ໃນ ກາ​ຊາ ນັບ​ຕັ້ງ​ແຕ່​ການ​ບຸກ​ໂຈມ​ຕີ​ຂອງ​ກຸ່ມ​ຮາ​ມາ​ສ ຢູ່​ເຂດ​ຊາຍ​ແດນ​ໃນ​ວັນ​ທີ 7 ຕຸ​ລາ​ທີ່​ຜ່ານ​ມາ​ໃນ​ພາກ​ໃຕ້​ຂອງ​ອິ​ສ​ຣາ​ແອ​ລ​ແມ່ນ 239 ຄົນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG