NEWS WORDS: ACCOUNTABLE
Welcome to the Voice of America’s “News Words,”
ທ່ານນັກຮຽນນັກສຶກສາທັງຫລາຍ ຍິນດີຕ້ອນຮັບເຂົ້າສູ່ລາຍການຮຽນຄຳສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄຳສັບທີ່ທ່ານອາດໄດ້ຍິນ ຢູ່ໃນຂ່າວ.
This week news word is about how government works in a democratic society.
ຄຳສັບໃນຂ່າວຂອງອາທິດນີ້ ແມ່ນກ່ຽວກັບວິທີທີ່ລັດຖະບານເຮັດວຽກໃນສັງຄົມປະຊາທິປະໄຕ.
ACCOUNTABLE
ACOUNTABLE: ອັກຄາວທະໂບ
The people in Britain voted in June to leave the European Union or EU. The Leave movement believed the EU, based in Brussels, Belgium makes too many rules for Britain. It also argued that EU leaders are not accountable to the British government or its citizens.
ປະຊາຊົນຢູ່ໃນປະເທດອັງກິດ ໄດ້ລົງຄະແນນສຽງໃນເດືອນມິຖຸນາ ເພື່ອອອກ ຈາກສະຫະພາບຢູໂຣບ ຫລື EU. ການເຄື່ອນໄຫວເພື່ອອອກຈາກກຸ່ມ ເຊື່ອວ່າ EU ທີ່ມີຫ້ອງການຢູ່ນະຄອນ ບັຣສເຊີລ ປະເທດ ແບລຢ້ຽມ, ໄດ້ສ້າງກົດລະ ບຽບຫລາຍຢ່າງໂພດສຳລັບ ອັງກິດ. ເຂົາເຈົ້າຍັງໂຕ້ຖຽງວ່າ ບັນດາຜູ້ນຳ EU ແມ່ນບໍ່ໄດ້ມີຄວາມຮັບຜິດຊອບຕໍ່ລັດຖະບານ ອັງກິດ ແລະ ປະຊາຊົນຂອງເຂົາ ເຈົ້າ.
Accountable means being required to explain your actions or decisions.
Accountable ໝາຍເຖິງ ການຖືກຮຽກຮ້ອງໃຫ້ອະທິບາຍ ກ່ຽວກັບ ການກະທຳ ຫຼື ການຕັດສິນໃຈຂອງເຈົ້າ.
In a democratic society, it is expected the government will be held accountable for its actions and policies.
ໃນສັງຄົມປະຊາທິປະໄຕ, ມັນເປັນທີ່ຄາດກັນວ່າ ລັດຖະບານຈະຖືກນຳມາຮັບຜິດຊອບສຳລັບການດຳເນີນການ ແລະ ນະໂຍບາຍຂອງເຂົາເຈົ້າ.