ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບຈີນ ເພີ້ມການເຄື່ອນໄຫວ ເຮັດໃຫ້ຍີ່ປຸ່ນ ແຕ່ງຕັ້ງ ເຈົ້າໜ້າທີ່ປ້ອງກັນປະເທດໃໝ່


ລັດຖະມັນຕີປ້ອງກັນປະເທດຍີ່ປຸ່ນ ທ່ານມິໂນຣຸ ກິຮາຣາ ຍ່າງຢູ່ວັນສັບປ່ຽນຄະນະບໍລິຫານ ຢູ່ຫ້ອງການນາຍົກລັດຖະມົນຕີ ໃນນະຄອນໂຕກຽວ ປະເທດຍີ່ປຸ່ນ ວັນທີ 13, 2023
ລັດຖະມັນຕີປ້ອງກັນປະເທດຍີ່ປຸ່ນ ທ່ານມິໂນຣຸ ກິຮາຣາ ຍ່າງຢູ່ວັນສັບປ່ຽນຄະນະບໍລິຫານ ຢູ່ຫ້ອງການນາຍົກລັດຖະມົນຕີ ໃນນະຄອນໂຕກຽວ ປະເທດຍີ່ປຸ່ນ ວັນທີ 13, 2023

ກອງທັບຈີນເພີ້ມ​ທະ​ວີ​ການເຄື່ອນໄຫວ ຢູ່ໃກ້ກັບໄຕ້ຫັວັນ ແລະຍີ່ປຸ່ນ ເຮັດໃຫ້ມີການປ່ຽນແປງ ກ່ຽວ​ກັບຄວາມຄິດ​ຂອງລັດຖະບານຍີ່ປຸ່ນ.

ຍີ່ປຸ່ນ ໄດ້​ທຳການແຕ່ງຕັ້ງ ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດທີ່ສຳຄັນ​ 2 ຄົນໃນອາທິດແລ້ວນີ້. ບັນດານັກວິເຄາະຄິດວ່າ ການເຄື່ອນໄຫວ​ແມ່ນສະທ້ອນໃຫ້​ເຫັນ ເຖິງລະດັບ​ຄວາມສຳຄັນ ທີ່ໂຕກຽວພົວພັນກັບສະຖານະ​ການຢູ່ຂ້າມ​ຊ່ ອງແຄບໄຕ້ ຫວັນ.

“ຈີນໄດ້ພົວພັນໃນກິດຈະການຮາວີແບບ​ທ້າ​ທາຍຫລາຍຂຶ້ນໃກ້ກັບໄຕ້ຫວັນ ແລະຍີ່ປຸ່ນມີຄວາມເປັນຫ່ວງຢ່າງເລິກເຊິ່ງ ກ່ຽງກັບເລື້ອງເຫລົ່ານີ້” ທ່ານສະແຕັບເຟິນ ນາກີ ຜູ້ຊ່ຽວຊານຂົງເຂດທີ່ມະຫາວິທະຍາໄລຄຣີສຕຽນສາກົນ (ICU) ໃນຍີ່ປຸ່ນ ໄດ້ບອກ​ກັບວີໂອເອ ໃນກາ​ນ​ໃຫ້ສຳພາດທາງໂທລະສັບ.

“ຍີ່ປຸ່ນກຳລັງສົ່ງສັນຍານໄປຫາປັກກິ່ງວ່າ ເຂົາເຈົ້າຊອກຫາ​ຊ່ອງ​ທາງ​ເພື່ອ​ໃຫ້ບູລິມະສິດ ຕໍ່ສັນຕິພາບ ​ແລະສະຖຽນລະພາບ ຢູ່ຂ້າມ​ຊ່ອງແຄບໄຕ້ຫວັນ ໂດຍການແຕ່ງຕັ້ງບັນດາສ່ວນບຸກຄົນທີ່ສະໜັບສະໜູນໄຕ້ຫວັນ ເພື່ອ​ເຂົ້າ​ຮັບ​ຕຳ​ແໜ່ງ ທີ່ພົວພັນ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ” ທ່ານໄດ້ກ່າວເພີ້ມ.

ຫລາຍແຫລງຂ່າວ​ສື່ມວນ​ຊົນ ໄດ້ລາຍງານອາທິດແລ້ວນີ້ວ່າ ຍີ່ປຸ່ນໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ໃນຖາ​ນະ​ເປັນ​ທູດ​ທະ​ຫານ​ຂອງ​ຕົນປະຈຳໄຕ້ຫວັນ ​ໂດຍ​ໄດ້ຕ່າວປີ້ນນະໂຍບາຍກ່ອນ​ໜ້ານັ້ນ ​ໃນການແຕ່ງຕັ້ງບັນດາເຈົ້າໜ້າທີ່​ອອກບຳນານ​ແລ້ວ ຂອງກຳລັງປ້ອງກັນຕົນເອງ ຢູ່ໃນສະ​ມາ​ຄົມ​ແລກ​ປ່ຽນ ຍີ່ປຸ່ນ-ໄຕ້ຫວັນ ຊຶ່ງ​ເປັນອົງການຕາງໜ້າຜົນປະໂຫຍ​ຂອງຍີ່ປຸ່ນໃນໄຕ້ຫວັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG