ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ຂັ​ບໄລ່ນັກການທູດສະຫະລັດ 2 ຄົນ ​ຍ້ອນ "ກິດຈະການຜິດກົດໝາຍ"


ຕຶກສະຖານທຸດສະຫະລັດ ທີ່ເຫັນຢູ່ໃນມົສກູ ປະເທດຣັດເຊຍ ວັນທີ 22 ມິຖຸນາ 2022
ຕຶກສະຖານທຸດສະຫະລັດ ທີ່ເຫັນຢູ່ໃນມົສກູ ປະເທດຣັດເຊຍ ວັນທີ 22 ມິຖຸນາ 2022

ກະຊວງຕ່າງປະເທດຣັດເຊຍກ່າວໃນວັນພະຫັດວານນີ້ວ່າ ຕົນໄດ້​ຂັບໄລ່ພະນັກ ງານສະຖານທູດສະຫະລັດສອງຄົນອອກຈາກປະເທດ ໂດຍກ່າວຫາເຂົາເຈົ້າວ່າເຮັດວຽກກັບ​ຄົນສັນຊາດຣັດເຊຍ ທີ່ມົສກູໄດ້ກ່າວກ່ອນນັ້ນວ່າເປັນນັກສືບ.

ຢູ່ໃນຖະແຫລງການ ກະຊວງຕ່າງປະເທດກ່າວວ່າ ໄດ້ຮຽກໂຕ ເອກອັກຄະລັດ ຖະທູດສະຫະລັດ ທ່ານນາງລິນ ເທຣຊີ ແລະ​ແຈ້ງໃຫ້ທ່ານນາງຊາບວ່າ ນັກການທູດທັງສອງ ທ່ານແຈັຟ ຊິລລິງ ແລະທ່ານເດວິດ ເບີນສໄຕ​ນ໌ ໄດ້​ເຮັດ “ກິດຈະການທີ່ຜິດກົດໜາຍ ໂດຍຮ່ວມ​ມືກັບ​ຄົນສັນຊາດຣັດເຊຍ ທ້າວໂຣເບີດ ໂຊນັອຟ” ແລະເຂົາເຈົ້າຕ້ອງອອກຈາກດິນແດນຂອງຣັດເຊຍພາຍໃນເຈັດມືຶ້.

ທ້າວໂຊນັອຟ ໄດ້ເຮັດວຽກໃນນາມພະນັກງານທ້ອງຖິ່ນ ຢູ່ກົງສຸນສະຫະລັດ ທີ່ເມືອງວລາດີໂວສຕັອກ ທາງພາກຕາເວັນອອກປະ​ເທດ ຫລາຍກກວ່າ 25 ປີ ຈົນເທົ່າຣັດເຊຍໄດ້ສັ່ງໃຫ້​ຢຸດ​ເຊົາການຈ້າງພະນັກງານທ້ອງຖິ່ນ ໃນປີ 2021.

ອົງການຮັກສາຄວາມປອດໄພລັດຖະບານກາງຂອງຣັດເຊຍ ຫຼື FSB ໄດ້ຈັບທ້າວໂຊນັອຟ ໃນເດືອນພຶດສະພາ ແລະກ່າວຫາລາວວ່າ ໃຫ້ການຮ່ວມມື “ກ່ຽວກັບພື້ນຖານຄວາມລັບກັບລັດຖະບານຕ່າງປະເທດ” ກ່າວຫາວ່າ ສົ່ງຂໍ້ມູນ ໃຫ້ສະຫະລັດ ກ່ຽວກັບສົງຄາມຂອງຣັດເຊຍຢູ່ໃນຢູເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG