ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຮັນເຕີ ໄບເດັນ ລູກ​ຊາຍ​ປະ​ທາ​ນາ​ທິ​ບໍ​ດີ ຖືກຟ້ອງໃນ​ຂໍ້​ຫາ ກ່ຽວກັບອາວຸດປືນ


ທ່ານຮັນເຕີ ໄບເດັນ ລູກຊາຍຂອງປະທານາທິບໍດີ ໂຈ ໄບເດັນ ກ່າວຕໍ່ບັນດາແຂກ ລະຫວ່າງການຢ້ຽມຢາມທຳນຽບຂາວ ບຸນອິສເຕີ ວັນທີ 18 ເມສາ 2022
ທ່ານຮັນເຕີ ໄບເດັນ ລູກຊາຍຂອງປະທານາທິບໍດີ ໂຈ ໄບເດັນ ກ່າວຕໍ່ບັນດາແຂກ ລະຫວ່າງການຢ້ຽມຢາມທຳນຽບຂາວ ບຸນອິສເຕີ ວັນທີ 18 ເມສາ 2022

ທ່ານຮັນເຕີ ໄບເດັນ ລູກຊາຍຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ຖືກຟ້ອງຮ້ອງ ຢ່າງເປັນທາງການ ໃນວັນພະຫັດວານນິີ້ ດ້ວຍບັນດາໄອຍະການກ່າວຫາທ່ານວ່າ ຊື້ປືນຜິດກົດໝາຍ ໃນເວລາທ່ານຍອມຮັບວ່າ ໄດ້ໃຊ້ໂຄເຄນ ແລະຕົວະກ່ຽວກັບການໃຊ້ຢາເສບຕິດ ເພື່ອໃຫ້ທ່ານສາມາດຊື້ປືນໄດ້.

ການຟ້ອງຮ້ອງທ່ານໄບເດັນ ອາຍຸ 53 ປີ ລູກຊາຍຂອງປະທານາທິບໍດີ ໄດ້ເພີ້ມເຂົ້າສູ່ເລື້ອງໃໝ່ຂອງການໂຄສະນາຫາສຽງເລືອກຕັ້ງປະທານາທິບໍດີ. ທ່ານໂຈ ໄບເດັນ ທີ່ກຳລັງຊອກຫາການເລືອກຕັ້ງຄືນໃໝ່ ແລະຄູ່ແຂ່ງທີ່​ມີ​ຄະ​ແນນ​ສຽງນຳໜ້າ​ຂອງພັກຣີພັບບລິກັນ ອະດີດປະທານາທິບໍດີດໍໂນລ ທຣໍາ ກຳລັງປະເຊີນໜ້າການຟ້ອງຮ້ອງ ກ່ຽວ​ກັບ​ການກະທຳຜິດ​ ໃນສີ່ຄະ​ດີ​ ແບບບໍ່ມີມາກ່ອນ ຫ້ອມລ້ອມໄປດ້ວຍຂໍ້ກ່າວຫາອີກ 91 ກະ​ທົງ.

ລູກຊາຍທ່ານໄບເດັນ ອາດປະເຊີນໜ້າກັບການດຳເນີນຄະດີ ໃນສາມການພົວ ພັນກ່ຽວກັບປືນ ໃນບໍ່ເທົ່າໃດເດືອນຕໍ່ໜ້ານີ້.

ການຟ້ອງຮ້ອງກ່າວຫາວ່າ ທ່ານໄດ້ຕົວະຢູ່ໃນທຸກໆຄຳຮ້ອງຂໍ​ຊື້ປືນ ເວ​ລາທ່ານໄດ້ຊື້ປືນ Colt Cobra Special ຢູ່ຮ້ານປືນເມືອງວິລມິງຕັນ ລັດເດລາແວໃນເດືອນຕຸລາ ປີ 2018. ມີ​ລາຍ​ງານວ່າທ່ານໄດ້ໝາຍໃສ່ຜິດວ່າ ທ່ານບໍ່ໄດ້ໃຊ້ຢາເສບຕິດໃດໆ ແລະມີອາວຸດປືນທີ່ຜິດກົດໝາຍ ໃນນາມຜູ້ໃຊ້ຢາເສບຕິດ.

ການຟ້ອງຮ້ອງລູກຊາຍທ່ານໄບເດັນ ບໍ່ໄດ້ຄາດໝາຍໄວ້ກ່ອນ ພ້ອມດ້ວຍໄອຍະການພິເສດ ທ່ານເດວິດ ວາຍສ໌ ທີ່ໄດ້ປະກາດຫລາຍມື້ທີ່ຜ່ານມາວ່າ ການກ່າວຫາຈະ​ຍື່ນໃນທ້າຍເດືອນກັນຍານີ້.

ທະນາຍຄວາມຂອງທ່ານໄບເດັນ ທ່ານອັບບີ ໂລແວລ ໄດ້ກ່າວຫາທ່ານວາຍສ໌ໃຊ້ເພື່ອ​ກົດດັນ​ທາງດ້ານການເມືອງຈາກພັກຣີພັບບລິກັນ ໃນການກ່າວຫາລູກຊາຍຂອງປະທານາທິບໍດີ.

“ທ່ານຮັນເຕີ ໄບເດັນ ມີອາວຸດທີ່ບໍ່ມີລູກ ເປັນເວລາ 11 ມື້ ໂດຍບໍ່ໄດ້ຂົ່ມຂູ່ຕໍ່ຄວາມປອດໄພສາທາລະນະ ແຕ່ໄອຍະການ ທີ່ມີອຳນາດຂອງຮູບພາບທັງໝົດ ໃຊ້ຄວາມກົດດັນ​ທາງ​ດ້ານການເມືອງຈາກພັກຣີພັບບລິກກັນ ເປັນເລື້ອງຂົ່ມຂູ່ທີ່ເສົ້າໃຈ ຕໍ່ລະບົບຍຸຕິທຳຂອງພວກເຮົາ” ທີ່ທ່ານໂລແວລ ໄດ້ກ່າວ.

ການປະກາດຂອງໄອຍະການ ຂອງການຟ້ອງຮ້ອງໄດ້ມີຂຶ້ນຫລັງຈາກຄວາມລົ້ມແຫລວໃນເດືອນກໍລະກົດໃນການຕໍ່ລອງ ຊຶ່ງທ່ານໄບເດັນຈະຕ້ອງຮັບຜິດຕໍ່ສອງການກະທຳຜິດ ທີ່ບໍ່ຮ້າຍແຮງຂອງການເສຍພາສີ ທີ່ອາດບໍ່ໄດ້ຕິດຄຸກ ແລະໄດ້ພົ້ນຈາກການຈັບກຸມ ຕໍ່ການກ່າວຫາເລືຶ້ອງປືນ ໂດຍການຫລີກລ່ຽງ ຈາກບັນຫາ ແລະເຫັນພ້ອມກັບການບໍ່ເປັນເຈົ້າຂອງປືນ ອີກຕະຫລອດໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG