ນາຍົກລັດຖະມົນຕີກຳປູເຈຍ ທ່ານຮຸນ ມາເນດ ພວມຊອກຫາຊ່ອງທາງເພື່ອເສີມຂະຫຍາຍສາຍພົວພັນກັບຈີນ ເວລາທ່ານເດີນທາງໄປຢ້ຽມຢາມປັກກິ່ງໃນອາທິດນີ້ ອີງຕາມຄຳເວົ້າຂອງພວກນັກວິເຄາະ.
ທ່ານຮຸນ ມາເນດ ຈະເດີນທາງໄປຢ້ຽມຢາມຈີນໃນວັນທີ 14 ຫາ 16 ກັນຍາ ກະຊວງການຕ່າງປະເທດຈີນ ໄດ້ປະກາດໃນວັນຈັນຜ່ານມານີ້. ທ່ານຮຸນ ມາເນດ ບຸດຊາຍຂອງທ່ານຮຸນ ເຊນ ຜູ້ທີ່ໄດ້ນຳພາກຳປູເຈຍມາເປັນເວລາເກືອບ ສີ່ທົດສະວັດ ໄດ້ເຂົ້າກຳຕຳແໜ່ງເປັນນາຍົກລັດຖະມົນຕີເມື່ອວັນທີ 22 ສິງຫາຜ່ານມາ.
“ດ້ວຍການເຊື້ອເຊີນຂອງນາຍົກລັດຖະມົນຕີ ຫຼີ ຈຽງ ຈາກສະພາທີ່ປຶກສາ ນາຍົກລັດຖະມົນຕີຮຸນ ມາເນດ ຈະເດີນທາງໄປຢ້ຽມຢາມຈີນ ຢ່າງເປັນທາງການ ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງໝາວ ໜິງ ກ່າວຢູ່ໃນຖະແຫຼງການ.
ໃນອາທິດແລ້ວນີ້ ທ່ານຮຸນ ມາເນດ ອາຍຸ 45 ປີທີ່ຮຽນຈົບມາ West Point ກ່າວວ່າ ລັດຖະບານຊຸດໃໝ່ຂອງກຳປູເຈຍ ຈະສືບຕໍ່ “ບໍ່ປ່ຽນແປງທ່າທີ” ກ່ຽວກັບ “ນະໂຍບາຍຈີນດຽວ” ທີ່ມີຕໍ່ປັກກິິ່ງ ແລະ “ນະໂຍບາຍບໍ່ແຊກແຊງ” ທີ່ມີຕໍ່ຈີນ. ນະໂຍບາຍຈີນດຽວແມ່ນຖືໄຕ້ຫວັນວ່າເປັນດິນແດນທີ່ແບ່ງແຍກບໍ່ໄດ້ຂອງຈີນ. ໄຕ້ຫວັນ ຊຶ່ງເປັນປະເທດເກາະດອນທີ່ປົກຄອງຕົນເອງ ໂຕ້ແຍ້ງການກ່າວ ອ້າງກຳມະສິດຂອງປັກກິ່ງ ຕໍ່ດິນແດນຂອງຕົນ.
ຢູ່ທີ່ປັກກິ່ງ ທ່ານຮຸນ ມາເນດ ຄາດວ່າ ຈະພົບປະກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ແລະປະຊຸມກັບນາຍົກລັດຖະມົນຕີ ຫຼີ ຈຽງ ກ່ຽວກັບການຮ່ວມມືສອງຝ່າຍ ແລະຫຼາຍຝ່າຍ ກະຊວງການຕ່າງປະເທດກຳປູເຈຍກ່າວຢູ່ໃນຖະແຫຼງໃນວັນອັງຄານທີ່ຜ່ານມານີ້.