ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ທັນວາ ໒໐໒໕

ທ່ານພະນັດ ຊະນະມານ ສະໝັກເປັນສະມາຊິກສະພາສູງ ລັດຫລຸຍຊິອານາ


ທ່ານພະນັດ ຊະນະມານ ຜູ້ສະໝັກເປັນສະຊິກສະພາ ລັດຫລຸຍເຊຍນາ
ທ່ານພະນັດ ຊະນະມານ ຜູ້ສະໝັກເປັນສະຊິກສະພາ ລັດຫລຸຍເຊຍນາ

ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງວີໂອເອ ສຳລັບແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມ ກັບທ່ານພະນັດ ຊະນະມານ ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາສູງປະຈຳລັດຫລຸຍເຊຍນາ ເຂດທີ 22.

please wait

No media source currently available

0:00 0:07:13 0:00

ເມືອງນິວ ໄອບີເຣຍ ລັດຫລຸຍເຊຍນາ ຕັ້ງຢູ່ທາງພາກໃຕ້ຂອງສະຫະລັດ ບ່ອນທີ່ອົບພະຍົບລາວ ພາກັນເຂົ້າມາຕັ້ງຖິ່ນຖານບ້ານເຮືອນມາແຕ່​ທ້າຍ​ຊຸມ​ປີ 1970. ເຂົາເຈົ້າໄດ້ສ້າງໝູ່ບ້ານລາວຂຶ້ນມາຊື່ວ່າ “ບ້ານລ້ານຊ້າງ” ພ້ອມທັງວັດວາອາຮາມ ຊຶ່ງເປັນໝູ່ບ້ານລາວອາເມຣິກັນ ທີ່ມີຊື່ສຽງແຫ່ງນຶ່ງຢູ່ໃນສະຫະລັດ.

ທ່ານພະນັດ ຊະນະມານ ອາຍຸ 42 ປີ ເກີດຢູ່ສູນອົບພະຍົບ ພະນັດ​ນິ​ຄົມ ປະ ເທດໄທ ໃນປີ 1981. ເວລາ ພະນັດ ມີອາຍຸໄດ້ສາມເດືອນ ຄອບຄົວໄດ້ນຳເຂົ້າມາຕັ້ງຖິ່ນຖານຢູ່ໃນເມືອງນິວ ໄອບີເຣຍ ບ່ອນທີ່ທ່ານໄດ້ເຕີບໃຫຍ່ ສຳເລັດການສຶກສາປະລິນຍາຕີ ຈາກມະຫາວິທະຍາໄລລັດຫລຸຍເຊຍນາ ຝ່າຍສະ​ຖາ​ປັດ​ຕະ​ຍະ​ກຳ (Architecture) ແລະປະລິນຍາໂທ ຝ່າຍອອກແບບແຜນເມືອງ (Urban Designed) ຈາກມະຫາວິທະຍາໄລໂຄລົມເບຍ ລັດນິວຢອກ.

ສະມາຊິກສັງຄົມລາວ ຊ່ວຍໂຄສະນາຫາສຽງ
ສະມາຊິກສັງຄົມລາວ ຊ່ວຍໂຄສະນາຫາສຽງ

ພະນັດ ເປັນຄົນເອື້ອເຟຶ້ອເພຶື່ອແຜ່ ມັກຮັບໃຊ້ສັງຄົມໂດຍທົ່ວໄປ ມາແຕ່ນ້ອຍ ເພາະເຫັນຄວາມຕ້ອງການ ແລະຄວາມຍາກລຳບາກຂອງສະມາຊິກສັງຄົມ. ດ້ວຍເຫດນີ້ ພະນັດ ໄດ້ສະໝັກເຂົ້າແຂ່ງຂັນສັງກັດພັກເດໂມແຄຣັດ ເພື່ອຮັບໃຊ້ເປັນສະມາຊິກສະພາສູງປະຈຳລັດຫລຸຍເຊຍນາ ເຂດ 22 ຊຶ່ງມີປະຊາຊົນຢູ່ທັງໝົດ 116,000 ຄົນ ຮວມທັງຄົນອາເມຣິກັນເຊື້ອສາຍລາວ ທີ່ຢູ່ໃນຈຳນວນທັງໝົດ 39 ເຂດ ໃນລັດຫລຸຍເຊຍນາ ຊຶ່ງ ພະນັດ ໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:

please wait

No media source currently available

0:00 0:02:24 0:00

ນາງແອລລີ ຄຳບຸນເຫລືອງ ເພື່ອນຍິງທີ່ໄດ້ເຕີບໃຫຍ່ຮ່ວມກັນມາແຕ່ນ້ອຍ ໄດ້ກ່າວກ່ຽວກັບ ທ່ານພະນັດ ສູ່ ວີໂອເອ ຟັງວ່າ:

please wait

No media source currently available

0:00 0:01:36 0:00
ລິງໂດຍກົງ

ທ່ານບົວສອນ ອ່ອນຈິດ ປະທານວັດລາວ ທຳມະຣັດຄະນະລາມ ຂອງໝູ່ບ້ານລ້ານຊ້າງ ທີ່ຮູ້ຈັກທ່ານພະນັດ ຊະນະມານ ມາແຕ່ນ້ອຍດີເປັນພິເສດ ໄດ້ກ່າວມ້ວນທ້າຍວ່າ:

please wait

No media source currently available

0:00 0:01:43 0:00
ລິງໂດຍກົງ

ບັດເລືອກຕັ້ງຂັ້ນຕົ້ນມີກຳນົດໃສ່ວັນທີ 14 ຕຸລາ ຈະມາເຖິງນີ້ ຊຶ່ງມີຜູ້ສະໝັກແຕ່ລະພັກມີທັງໝົດ 5 ທ່ານ. 3 ທ່ານ ສັງກັດພັກຣິພັບລິກກັນ 2 ທ່ານ ສັງກັດພັກເດໂມແຄຣັດ ແລະອີກ 1 ທ່ານສັງກັດພັກອິດສະຫລະ. ຜູ້ສະໝັກຈາກແຕ່ລະພັກຄົນໃດ ໄດ້ຄະແນນນຳໜ້າເກີນ 50 ເປີເຊັນ ຜູ້ນັ້ນຈະເປັນຜູ້ຊະນະ. ຖ້າບໍ່ດັ່ງນັ້ນບັນດາຜູ້ໄດ້ຄະແນນນໍາໜ້າພັກ ຕ້ອງໄດ້ເຂົ້າແຂ່ງຂັນຮອບສຸດທ້າຍການເລືອກຕັ້ງທົ່ວໄປໃນ ວັນອັງຄານ ທີ 7 ເດືອນພະຈິກ 2023 ຈະມາເຖິງນີ້.

XS
SM
MD
LG