ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີຄົນໃໝ່ ຂອງໄທ ກ່າວວ່າ ລັດຖະບານ ຈະແກ້ໄຂບັນ​ຫາເສດຖະກິດ ​ຢ່າງ​ຮີບ​ດ່ວນ


ນາຍົກລັດຖະມົນຕີຂອງປະເທດໄທ ທ່ານເສດຖາ ທະວິສິນ ​ຫົວ​ຍິ້ມກ່ອນທ່ານອ່ານນະໂຍບາຍ ຢູ່ສະພາໃນບາງກອກ ປະເທດໄທ ວັນທີ 11 ກັນຍາ 2023
ນາຍົກລັດຖະມົນຕີຂອງປະເທດໄທ ທ່ານເສດຖາ ທະວິສິນ ​ຫົວ​ຍິ້ມກ່ອນທ່ານອ່ານນະໂຍບາຍ ຢູ່ສະພາໃນບາງກອກ ປະເທດໄທ ວັນທີ 11 ກັນຍາ 2023

ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດໄທ ທ່ານເສດຖາ ທະວິສິນ ປະກາດທີ່ຈະປະຕິບັດຢ່າງໄວ ເພື່ອແກ້ໄຂບັນຫາເສດຖະກິດຂອງປະເທດ ຢູ່ໃນການກ່າວຄຳປາໄສ ຮັບຕຳແໜ່ງຕໍ່ສະພາ ໃນວັນຈັນມື້ນີ້ ຫລັງຈາກສີ່ເດືອນຂອງຄວາມບໍ່ແນ່ນອນດ້ານການເມືອງ ໃນຂະນະທີ່ ບັນດາສະມາຊິກສະພາບໍ່ສາມາດຕົກ​ລົງ​ກັນ​ໄດ້​ກ່ຽວ​ກັບ​ການ​ຈັດ​ຕັ້ງລັດຖະບານ ອີງຕາມລາຍງານອົງການຂ່າວເອພີ.

ທ່ານເສດຖາໄດ້ເຂົ້າມາຫຼິ້ນການເມືອງ ຫລັງຈາກອາຊີບ ໃນນາມຜູ້ພັດທະນາອະສັງຫາລິມະຊັບຄົນສຳຄັນ ແລະລັດຖະບານຂອງທ່ານກຳລັງປະເຊີນໜ້າກັບຄວາມຄາດຫວັງ​ສູງ ແລະ​ການກົດດັນທີ່ຮຽກຮ້ອງ​ໃຫ້​ແກ້​ໄຂ​ບັນ​ຫາເສດຖະກິດ ການເມືອງ ສັງຄົມ ແລະສິ່ງແວດລ້ອມ ໃນການ​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ເວ​ລາສີ່ປີ.

ເສດຖະກິດຂອງປະເທດໄທ ໄດ້ຕົກຕໍ່າຫລັງຈາກການລະບາດ​ຂອງ​ໂຄວິດ-19 ແຕ່ໄດ້ເຮັດໃຫ້ອຸດສາຫະກຳການທ່ອງທ່ຽວ ທີ່ມີ​ລາຍ​ໄດ້​ສູງ​ພັງ. ໜີ້ສິນສາທາລະ ນະເພີ້ມ​ຂຶ້ນເຖິງ 60 ເປີເຊັນ ຍອດຜະລິດຕະພັນຮວມ​ແຫ່ງ​ຊາດ ໃນປີ 2023 ໃນຂະນະທີ່ີໜີ້ສິນຄອບຄົວໄດ້​ເພີ້ມຂຶ້ນກາຍ 90 ເປີເຊັນ ຂອງຍອດພະລິດຕະພັນ​ຮວມ​ໃນປິນີ້ ທ່ານໄດ້ກ່າວ.

ເສດຖະກິດຫລັງຈາກການລະບາດຂອງ​ພະ​ຍາດ​ໂຄວິດ​ໃນປະເທດໄທ ແມ່ນ​ຄື​ກັນ​ກັບ “ຄົນບໍ່ສະບາຍ” ດ້ວຍການຟື້ນໂຕ​ຄືນຢ່າງຊ້າໆ ທີ່ເຮັດໃຫ້ປະເທດ “ຢູ່ໃນຄວາມສ່ຽງ​ມີ​ຈະ​ກ້າວເຂົ້າສູ່ເສດຖະກິດຕົກຕໍ່າ” ທ່ານເສດຖາໄດ້ກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG