ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເຄັນ ຢ້ຽມຢາມໂຮງຮຽນຢູເຄຣນ ບ່ອນທີ່​ມີ​ການ​ທໍ​ລະ​ມານ ພວກທີ່​ຖືກ​ຄຸມຂັງ


ລັດຖະມັນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເຄັນ ຢ້ຽມຢາມຫ້ອງໃຕ້ດິນ ທີ່ລາຍງານວ່າ ໃຊ້ເປັນບ່ອນກັກຂັງຄົນ ໃນຂະນະທີ່ທ່ານ ຢູ່ໂຮງຮຽນ ຢາດຮິດ ທີ່ເປັນບ່ອນທາລຸນ ປ່ຽນມາເປັນຫໍພິພິດທະພັນ ວັນທີ 7 ກັນຍາ 2023
ລັດຖະມັນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເຄັນ ຢ້ຽມຢາມຫ້ອງໃຕ້ດິນ ທີ່ລາຍງານວ່າ ໃຊ້ເປັນບ່ອນກັກຂັງຄົນ ໃນຂະນະທີ່ທ່ານ ຢູ່ໂຮງຮຽນ ຢາດຮິດ ທີ່ເປັນບ່ອນທາລຸນ ປ່ຽນມາເປັນຫໍພິພິດທະພັນ ວັນທີ 7 ກັນຍາ 2023

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເຄັນ ໃນວັນພະຫັດວານນີ້ໄດ້ສະຫລຸບການຢ້ຽມຢາມຢູເຄຣນເປັນເວລາສອງວັນ ​ໂດຍກ່າວວ່າທ່ານໄດ້ຕົກໃຈຈາກຄວາມ​ເສຍ​ຫາຍທີ່ໂຫດຮ້າຍ​ທາງ​ດ້ານ​ມະ​ນຸດ ຈາກການຮຸກຮານ​ຂອງຮັດເຊຍຢູ່ທີ່ນັ້ນ.

ຫລັງຈາກຢ້ຽມຢາມໂຮງຮຽນຢາຮິດ ອະດີດໂຮງຮຽນປະຖົມ ບ່ອນທີ່ຫ້ອງໃຕ້ດິນເຂົາເຈົ້າ ໄດ້ຖືກ​ໃຊ້​ເປັນ​ບ່ອນ​ກັກ​ຂັງໂຕປະກັນຊາວຢູເຄຣນ ລະຫວ່າງການຄວບຄຸມຂອງຣັດເຊຍ ຕໍ່ໝູ່ບ້ານນັ້ນ ແລະແຕ່ນັ້ນມາໄດ້ປ່ຽນໃຫ້ມາເປັນຫໍພິພິດທະພັນ ທ່ານບລິງເຄັນໄດ້ກ່າວ ເຫັນຫ້ອງນ້ອຍໆບ່ອນທີ່ຄົນຖືກທໍລະມານ ທີ່ເຮັດໃຫ້ຈຳ ນວນການເສຍຊີວິດຂອງມະນຸດຢູ່ໃນຮູບແບບຂອງສົງຄາມ.

“ທັງໝົດນີ້ໄດ້ລົງມາສູ່ ບັນດາຊີວິດ ເລື້ອງຕ່າງໆຂອງພວກຜູ້ຊາຍ ແມ່ຍິງ ແລະເດັກນ້ອຍ ຜູ້ທີ່ໄດ້ຖືກ​ກັກ​ຂັງ​ຢູ່​ໃນ​ຫ້ອງໃຕ້ດິນຂອງຕຶກຫລັງນີ້ ໃກ້ກັບພວກເຮົາ ຊຶ່ງຕາມປົກກະຕິແລ້ວແມ່ນໂຮງຮຽນ ແລະໄດ້ຖືກກັກຂັງໄວ້ຢູ່ທີ່ນັ້ນ ເປັນເວລາເດືອນນຶ່ງ - 127 ຄົນທີ່ຢູ່ໃນຫ້ອງນຶ່ງ ແມ່ນແຕ່ບໍ່ເໝາະ​ສົມ​ສຳ​ລັບຄົນນຶ່ງ ໃນການຢູ່ຂອງມະນຸດ” ທ່ານໄດ້ກ່າວ ລະຫວ່າງການໃຫ້ສຳພາດກັບອົງການຂ່າວ NBC.

ທ່ານບລິງເຄັນ ກ່າວວ່າ ເຖິງແມ່ນມີຫຍັງເກີດຂຶ້ນ ຢູ່ໃນໂຮງຮຽນທີ່ຕັ້ງຢູ່ 90 ນາທີ ຂອງການຂັບລົດໄປທາງພາກຕາເວັນອອກສຽງເໜືອຂອງກິຢິບ ພຽງແຕ່ເປັນໂຕຢ່າງອັນນຶ່ງຂອງການ​ກໍ່​ໂທດ​ກຳ​ຂອງ​ຣັດເຊຍ ທີ່ເກີດຂຶ້ນຢູ່ທົ່ວຢູເຄຣນ ທ່ານກ່າວວ່າ ທ່ານຍັງໄດ້ເຫັນຄວາມອົດທົນ​ເປັນ​ພິ​ເສດ ຂອງປະຊາຊົນຢູເຄຣນ ຜູ້ທີ່​ພວມ​ບູ​ລະ​ນະ​ສ້າງ​ສາຄືນໃໝ່ຢ່າງງຽບໆ ໃນຢາຮີດແລະບ່ອນອື່ນໆທີ່ເຂົາເຈົ້າສາມາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG