ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ອົງການສືບລັບສະຫະລັດ ແນະ​ວ່າ ຄວາມພະຍາຍາມທາງໄຊເບີຂອງຣັດເຊຍ ຍັງ​ດຳ​ເນີນ​ຕໍ່​ໄປ ແລະ​ກໍເພີ້ມຂຶ້ນ​ເລື້ອຍໆ


ຜູ້ຊາຍຄົນນຶ່ງກໍາລັງຕີພິມຄອມພິວເຕີ ໃນຮູບພາບທີ່ສະແດງໃຫ້ເຫັນຢູ່ນີ້ ວັນທີ 28 ກຸມພາ 2013
ຜູ້ຊາຍຄົນນຶ່ງກໍາລັງຕີພິມຄອມພິວເຕີ ໃນຮູບພາບທີ່ສະແດງໃຫ້ເຫັນຢູ່ນີ້ ວັນທີ 28 ກຸມພາ 2013

ການປະຕິບັດງານທາງໄຊເບີ ຂອງຣັດເຊຍ ອາດຈະບໍ່ໄດ້ກໍ່​ໃຫ້​ເກີດຄວາມ​ເສຍ​ຫາຍຄັ້ງໃຫຍ່ ທີ່ບັນດາພວກເຈົ້າໜ້າທີ່ຕາເວັນຕົກພາກັນຢ້ານກົວ ຫລັງຈາກການຮຸກຮານຢູເຄຣນຂອງມົສກູ ​ໃນເດືອນກຸມພາ 2022 ແຕ່ວ່າພວກເຈົ້າໜ້າທີ່​ດ້ານໄຊເບີ​ຂອງຢູເຄຣນ ກໍ​ໄດ້ລະມັດລະວັງ ​ທີ່ມົສກູຍັງບໍ່ໄດ້ຢຸດເຊົາໃນຄວາມພະຍາຍາມ.

ແຕ່ແທນທີ່ ອົງການ​ຕໍ່ຕ້ານການສືບລັບສູງສຸດຂອງຢູເຄຣນ ໄດ້ເຕືອນວ່າ ຣັດເຊຍຍັງສືບຕໍ່ຊອກ​ຫາ​ກົນ​ລະ​ຍຸດ ໃນຂະນະທີ່ເຮັດວຽກໄປໜ້າໃນການປົວແປງການປະຕິບັດງານ​ທາງໄຊເບີ ອັນເປັນສ່ວນນຶ່ງໃນຄວາມເຊື່ອຖືຕໍ່ສູ້ສົງຄາມ.

“ຄວາມອົດທົນຂອງພວກເຮົາໄດ້ເພີິ້ມຂຶ້ນຢ່າງຫລວງຫລາຍ” ທ່ານອິລເລຍ ວິຕິອຸກ ຫົວໜ້າຄວາມປອດໄພ​ດ້ານໄຊເບີສຳລັບບໍລິການຄວາມປອດໄພຂອງຢູເຄຣນ (SBU) ໄດ້ກ່າວໃນວັນພະຫັດວານນີ້ ຢູ່ກອງປະຊຸມສຸດຍອດໄຊເບີ ໃນວໍຊິງຕັນ. ແຕ່ວ່າບັນຫາກໍຄືວ່າ ຄູ່​ຕຳ​ແໜ່ງຂອງພວກເຮົາ ຣັດເຊຍ ສັດຕູພວກເຮົາ ຍັງພັດທະນາຢູ່ສະເໝີ ແລະຊອກຫາຊ່ອງທາງໃໝ່ໃນການໂຈມຕີ.”

ທ່ານວິຕິອຸກ ໄດ້ເຕືອນວ່າມົສກູ​ຍັງສືບຕໍ່​ທຳ​ການ​ໂຈມ​ຕີ​ທາງ​ໄຊ​ເບີ​ຢ່າງ​ຮ້າຍ​ແຮງ ລະຫວ່າງ 10 ແລະ 15 ຕໍ່ມື້ ຫລາຍໆຢ່າງ ທີ່ໄດ້ສະແດງຮ່ອງຮອຍຂອງການໂຈມ​ຕີ ໃນການປະສານງານກັບການໂຈມຕີ​ດ້ວຍລູກສອນໄຟ ແລະການເຄື່ອນ ໄຫວທາງທະຫານທີ່ເປັນປົກກະຕິ.

“ສິ່ງເຫລົ່ານີ້ບໍ່ແມ່ນພວກຊາວໜຸ່ມທີ່ສະຫລຽວສະຫລາດ ໃນການຊອກຫາເງິນທີ່ໄດ້ມາງ່າຍໆ” ທີ່ທ່ານວິຕິອຸກ ໄດ້ກ່າວ. “ນີ້ແມ່ນພວກຄົນທີ່ເຮັດວຽກແບບພື້ນ ຖານແຕ່ລະມື້ລະວັນ ແລະໄດ້ຮັບຄຳສັ່ງຈາກຜູ້ບັນຊາການກອງທັບເຂົາເຈົ້າ ເພື່ອທຳລາຍຢູເຄຣນ.”

ທ່ານວິຕິອຸກ ກ່າວວ່າ ຣັດເຊຍໄດ້ທຳການໂຈມຕີທາງໄຊເບີ 3,000 ເທື່ອ​ຕໍ່ ຕ້ານຢູເຄຣນເທົ່າທີ່ຜ່ານມາ​ໃນປີນີ້ ຫລັງຈາກໄດ້ປະຕິບັດທຳ​ການ​ໂຈມ​ຕີ 4,500 ເທື່ອ ​ລຸນ​ຫຼັງການຮຸກຮານໃນປີ 2022.

​ຍິ່ງໄປກວ່ານັ້ນ ທ່ານກ່າວວ່າ ພວກເຈົ້າໜ້າທີ່ຣັດເຊຍ ກຳລັງແນເປົ້າໝາຍໃສ່ຢູເຄຣນ ດ້ວຍການໂຄສະນາ​ບິດ​ເບືອນ​ຂໍ້​ມູນປະມານ 1,000 ຕໍ່ເດືອນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG