ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພໍ່ຂອງນາງມາຊາ ອາມີນີ ບອກກັບວີໂອເອ ເຖິງການວາງແຜນ ລະນຶກເຖິງການຕາຍ ລູກສາວຂອງທ່ານ


ຄົນຜູ້ນຶ່ງຖືນິດຕິຍະສານອີຣ່ານ Andisheh ເຫັ້ລມນຶ່ງ ທີ່ລາຍງານ ການຕາຍຂອງນາງມາຊາ ອາມີນີ ຜູ້ທີ່ໄດ້ເສຍຊີວິດ ຫລັງຈາກການກັກຂັງ ໂດຍຕຳຫລວດສິນທຳ ສາທາລະນະອິສລາມ ຢູ່ນະຄອນເຕຫະຣ່ານ ປະເທດອີຣ່ານ ວັນທີ 14 ມີນາ 2023
ຄົນຜູ້ນຶ່ງຖືນິດຕິຍະສານອີຣ່ານ Andisheh ເຫັ້ລມນຶ່ງ ທີ່ລາຍງານ ການຕາຍຂອງນາງມາຊາ ອາມີນີ ຜູ້ທີ່ໄດ້ເສຍຊີວິດ ຫລັງຈາກການກັກຂັງ ໂດຍຕຳຫລວດສິນທຳ ສາທາລະນະອິສລາມ ຢູ່ນະຄອນເຕຫະຣ່ານ ປະເທດອີຣ່ານ ວັນທີ 14 ມີນາ 2023

ພໍ່ຂອງນາງມາຊາ ອາມີນີ ແມ່ຍິງອີຣ່ານ ອາຍຸ 22 ປີ ທີ່ໄດ້ເສຍຊີວິດ​ໃນ​ລະ​ຫວ່າງ​ການ​ຄວບ​ຄຸມຂອງຕຳຫລວດປີກາຍນີ້ ​ຊຶ່ງໄດ້ກໍ່ໃຫ້ເກີດການປະທ້ວງ​ຕໍ່ ຕ້ານລັດຖະບານເປັນເວລາຫລາຍເດືອນ ບອກກັບວີໂອເອວ່າ ກຳລັງວາງແຜນເພື່ອລະນຶກເຖິງວັນຄົບຮອບ ການເສຍຊີວິດລູກສາວຂອງທ່ານ.

“ພວກເຮົາມີຈຸດປະສົງອັນດີໃນການຈັດພິທີຄົບຮອບ ເພື່ອໃຫ້ກຽດແກ່ຊື່ ແລະຈາລຶກເຖິງນາງຊິນາ ມາຊາ (Zhina Mahsaj) ແມ່​ຍິງ​ທີ່​ເປັນ​ວີ​ລະ​ສະ​ຕີ ຖືກ ກົດຂີ່ ແລະໄຮ້ດຽງສາ ແລະເພື່ອຄວາມມ່ວນຊື່ນສຳ​ລັບວິນຍານທີ່ຂາວສະອາດ​ຂອງ​ນາງ” ທ່ານອຳຈາດ ອາມີນີ ໄດ້ກ່າວຢູ່ໃນການໃຫ້ສຳພາດພິເສດກັບ​ພະແນກພາສາເປີເຊຍ ຂອງ ວີໂອເອ.

“ນອກນັ້ນຍັງໃຫ້ການປອບໃຈແກ່ຄອບຄົວ ຍາດຕິພີ່ນ້ອງ ແລະບັນດາຜູ້ສະໜັບສະໜູນນາງທັງໝົດ. ເຖິງຢ່າງໃດກໍດີຢູ່ໃນສະພາບການປັດຈຸບັນ ພວກເຮົາບໍ່ສາມາດເຊື້ອເຊີນສາທາລະນະ ຫລືຊັກ​ຊວນເຂົາເຈົ້າບໍ່ໃຫ້​ເຂົາ​ເຈົ້າເຂົ້າຮ່ວມ.”

ນາງມາຊາ ອາມີນີ ໄດ້ຖືກກັກຂັງໂດຍຕຳຫລວດສິນທຳ ໃນການກ່າວຫາວ່າ ໃສ່ຜ້າປົກຫົວຫລົມເກີນໄປ. ອີຣ່ານໄດ້ເຫັນການ​ຕໍ່ຕ້ານລັດຖະບານເປັນເວລາຫລາຍເດືອນ ຫລັງຈາກການເສຍຊີວິດຂອງ​ນາງ ທີ່​ຖືກກັກຂັງໂດຍຕຳຫລວດ ​ເມື່ອວັນທີ 16 ເດືອນກັນຍາ ປີກາຍນີ້.

ອີງຕາມຂໍ້ມູນຈາກບັນດາອົງການ​ປົກ​ປ້ອງສິດທິມະນຸດ ກຳລັງຮັກສາຄວາມປອດໄພຂອງອີຣ່ານ ໄດ້ສັງຫານເກືອບ 600 ຄົນ ຮວມທັງແມ່ຍິງ ແລະເດັກນ້ອຍ ພ້ອມດ້ວຍຫລາຍພັນຄົນໄດ້ຮັບບາດເຈັບ ລະຫວ່າງການທັບມ້າງພວກປະທ້ວງ. ຊາວອີຣ່ານຫລາຍກວ່າ 20,000 ຄົນ ໄດ້ພົບວ່າເຂົາເຈົ້າ​ໄດ້ຖືກກັກຂັງຫລັງຈາກເຫດການ​ດັ່ງ​ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG