ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນ ​ຢ້ຽມ​ຢາມຢູເຄຣນ ເພື່ອ​ຫາ​ລື ​ກ່ຽວ​ກັບ​ການ​ໂຈມ​ຕີ​ຕອບ​ໂຕ້ ແລະການຊ່ວຍເຫຼືອໃໝ່


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ເຮັດວຽກ ໃນຂະນະທີ່ເດືນທາງ ໂດຍທາງລົດໄຟ ໄປກິຢິບ ວັນທີ 6 ກັນຍາ 2023
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ເຮັດວຽກ ໃນຂະນະທີ່ເດືນທາງ ໂດຍທາງລົດໄຟ ໄປກິຢິບ ວັນທີ 6 ກັນຍາ 2023

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄປຢ້ຽມຢາມ ກິຢິບໂດຍບໍ່ໄດ້ປະກາດໃຫ້ຊາບໃນວັນອັງຄານວານນີ້ເພື່ອສົນທະນາກັບບັນດາຜູ້ນຳຢູເຄຣນ ກ່ຽວກັບສະພາບການທາງ​ດ້ານທະຫານຂອງຢູເຄຣນ ໃນການສູ້ລົບ​ຕອບ​ໂຕ້​ຄືນ ພ້ອມທັງການຟື້ນໂຕ ແລະຄວາມພະຍາຍາມສ້າງສາຄືນໃໝ່.

ກະຊວງຕ່າງປະເທດກ່າວວ່າ ທ່ານບລິງເກັນ ຈະ​ໄດ້ພົບປະກັບປະທານາທິບໍດີ ໂວໂລດີເມຍ ເຊເລນສ໌ກີ ນາຍົກລັດຖະມົນຕີເດນິສ ຊີມຮອລ ແລະລັດຖະມົນ ຕີຕ່າງປະເທດ ທ່ານເດມີໂຕຣ ກູເລບາ.

ທ່ານບລິງເກັນ ຍັງໄດ້ຄາດວ່າຈະປະກາດໃຫ້ການຊ່ວຍເຫລືອ​ໃໝ່ຫລາຍກວ່າ 1 ພັນລ້ານໂດລາ ​ແກ່ຢູເຄຣນ.

ເຈົ້າໜ້າທີ່ອະວຸໂສກະຊວງຕ່າງປະເທດ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ການສະໜັບສະໜູນຂອງສະຫະລັດ ຈະສືບຕໍ່ຄວາມພະຍາຍາມເພື່ອໃຫ້​ການຄໍ້າປະກັນ​ວ່າກອງທັບຢູເຄຣນ ມີ​ໃນສິ່ງທີ່ເຂົາເຈົ້າຕ້ອງການຢູ່ໃນເວທີດັ່ງກ່າວ ເພື່ອຕໍ່ສູ້ຕ້ານການຮຸກຮານຂອງຣັດເຊຍ ນັ້ນ​ແມ່ນຮວມທັງ​ອາ​ວຸດສຳລັບການໂຈມຕີທາງອາກາດແລະທັບມ້າງເພື່ອ​ເຈາະ​ແນວ​ປ້ອງ​ກັນຣັດເຊຍ ພວກເຈົ້າໜ້າທີ່ໄດ້ກ່າວ ໃນ​ຂະນະທີ່ການປ້ອງກັນທາງອາກາດ “​ຍັງສືບຕໍ່ເປັນ​ບູລິມະສິດສູງ.”

ພວກເຈົ້າໜ້າທີ່ໄດ້ກ່າວວ່າ ໃນຂະນະທີ່ສະຫະລັດມີຄວາມຄິດຂອງຕົນຂອງ​ກ່ຽວ​ກັບການຂັດແຍ້ງ ​ແຕ່ມັນເປັນສິ່ງສຳຄັນ ໃນ​ການ​ຮັບ​ຟັງ “ການຊັ່ງຊາທີ່ແທ້ຈິງຈາກຊາວຢູເຄຣນເອງ.”

​ເຈົ້າ​ໜ້າ​ທີ່ຍັງໄ​ດ້​ເນັ້ນ​ຢ້ຳ​ເຖິງຄວາມສຳຄັນຂອງການປຶກສາຫາລືກັບບັນດາຜູ້ນຳຢູເຄຣນ ກ່ອນການພົບຂອງສະມັດຊາໃຫຍ່ສະຫະປະຊາຊາດໃນເດືອນນີ້.

“ຊາວຢູເຄຣນມີ​ພາ​ລະ​ກິດທີ່ສຳຄັນຢູ່ໃນນະຄອນນິວຢອກ ເພື່ອສືບຕໍ່ອະທິບາຍ ໃຫ້ບັນດາພັນທະມິດ ແລະຄູ່ຮ່ວມງານຢູ່ທົ່ວໂລກ ວ່າມີຫຍັງເກີດຂຶ້ນແລະສືບຕໍ່ຄວາມຕ້ອງການ ​ໃນການສະໜັບສະໜູນເຂົາເຈົ້າ ແລະສໍາຄັນສຳລັບພວກເຮົາເພື່ອສືບຕໍ່ໃນການນຳພາ ຄວາມພະຍາຍາມ​ຢູ່​ໃນທົ່ວໂລກ ເພື່ອໃຫ້ການສະໜັບສະໜູນແກ່ເຂົາເຈົ້າ” ນັ້ນ​ຄື​ຄຳ​ເວົ້າ​ຂອງເຈົ້າໜ້າທີ່ໄດ້ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG