ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄິວບາ ກ່າວວ່າ ກຸ່ມຄ້າມະນຸດ ແນໃສ່ເພື່ອເກນເອົາຊາວຄິວບາ ໄປ​ເຮັດສົງຄາມຂອງຣັດເຊຍ ໃນຢູເຄຣນ


ພາບບັນທຶກ ຄົນພາກັນເບິ່ງການສະແດງລົດທະຫານຣັດເຊຍ ທີ່ຖືກເສຍຫາຍ ຢູ່ຕາມຖະໜົນໃຫຍ່ ເມືອງເກຣດຈາຕິກ ໃນພາກກາງ ກິຢິບ ປະເທດຢູເຄຣນ ວັນທີ 21 ສິງກາ 2023
ພາບບັນທຶກ ຄົນພາກັນເບິ່ງການສະແດງລົດທະຫານຣັດເຊຍ ທີ່ຖືກເສຍຫາຍ ຢູ່ຕາມຖະໜົນໃຫຍ່ ເມືອງເກຣດຈາຕິກ ໃນພາກກາງ ກິຢິບ ປະເທດຢູເຄຣນ ວັນທີ 21 ສິງກາ 2023

ຄິວບາກ່າວໃນວັນຈັນວານນີ້ວ່າ ຕົນໄດ້ພົບເຫັນຕາ​ໜ່າງການຄ້າມະນຸດ ທີ່​ໄດ້​ເກັບ​ເກນ​ເອົາ​ຄົນສັນຊາດຂອງຕົນ ໄປສູ້ລົບໃນ​ນາມຣັດເຊຍຢູ່ໃນຢູ​ເຄ​ຣນ.

ກະຊວງຕ່າງປະເທດຄິວບາໄດ້ກ່າວຢູ່ໃນຖະແຫລງການວ່າ ຕົນ​ກຳ​ລັງ​ເຮັດ​ວຽກ​ເພື່ອທັບມ້າງ​ຕາ​ໜ່າງ​ທີ່​ມີ​ສູນ​ກາງ​ຢູ່ຣັດເຊຍ ທີ່ເຮັດວຽກເກັບ​ເກນ​ເອົາຊາວຄິວບາຢູ່​ອາ​ໄສ​ຢູ່ໃນຣັດເຊຍ ແລະຢູ່ໃນຄິວບາ.

ກະຊວງຕ່າງປະເທດກ່າວວ່າ ຄິວບາໄດ້ເລີ້ິມດຳເນີນການ​ທາງ​ອາ​ຍາ ​ຕໍ່ພວກທີ່ໄດ້ພົວພັນ.

ຄິວບາກ່າວວ່າ ຕົນບໍ່ມີສ່ວນໃນ​ການ​ເຮັດສົງຄາມຢູ່ໃນຢູເຄຣນ ແລະຕົນຈະເອົາບົດບາດ​ຕໍ່ຕ້ານຜູ້ໃດຜູ້ນຶ່ງ ທີ່ຮ່ວມຢູ່ໃນການຄ້າມະນຸດສຳລັບຈຸດປະສົງເກັບ​ເກນ ເອົາຄົນສັນຊາດຄິວບາ ​ໄປປະກອບອາວຸດ​ຕໍ່ຕ້ານຢູ່ໃນປະເທດໃດປະເທດນຶ່ງ.

ບໍ່ໄດ້ມີການຖະແຫລງໃນ​ທັນທີ ຈາກລັດຖະບານຣັດເຊຍເທື່ອ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG